ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄົນອາເມຣິກັນຄົນນຶ່ງ ເສຍຊີວິດ ໃນການໂຈມຕີ ທີ່ກຸງຄາບູລ


ການຕໍ່ສູ້ກັນກັບພວກຕາລີບັນບັ້ນນື່ງ ໃນນະຄອນຫລວງກາບູລ, ວັນທີ 14 ກັນຍາ 2011.
ການຕໍ່ສູ້ກັນກັບພວກຕາລີບັນບັ້ນນື່ງ ໃນນະຄອນຫລວງກາບູລ, ວັນທີ 14 ກັນຍາ 2011.

ໂຄສົກ​ປະ​ຈໍາ​ສະຖານທູດ​ສະຫະລັດ​ໃນ​ອັ​ຟກາ​ນິສຖານ​ກ່າວ​ວ່າ ຄົນ​ອາ​ເມຣິກັນຄົນ​ນຶ່ງ​ເສຍ​ຊີວິດ ​ແລະ​ອີກ​ຄົນ​ນຶ່ງໄດ້​ຮັບ​ບາດ​ເຈັບ​ໃນ​ເຫດການ​ຍິງ​ກັນ​ຢູ່​ບໍລິ​ເວນ​ຕຶກຫລັງນຶ່ງ​ທີ່​ອົງການ​ສືບ​ລັບ CIA ຂອງ​ສະຫະລັດໃຊ້​ເປັນ​ໂຮງການ​.

ໂຄ​ສົກກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ພະນັກງານ​ອັຟກາ​ນິສຖານ​ຄົນ​ນຶ່ງທີ່​ເຮັດ ວຽກ​ໃຫ້​ລັດຖະບານ​ສະຫະລັດ​ ​ເປັນ​ຜູ້ທໍາ​ການ​ໂຈມ​ຕີດັ່ງກ່າວ​ໃນຕອນ​ແລງ​ວັນ​ອາທິດ​ວານ​ນີ້​ໃນ​ກຸງ​ຄາ​ບູລ ​ແລະ​ວ່າ​ຜູ້​ທໍາ​ການ​ໂຈມ​ຕີ​ໄດ້​ຖືກຍິງ​ຕາຍ.

ບັນດາ​ເຈົ້າ​ໜ້າ​ທີ່​ບໍ່​ໄດ້​ແຈ້ງ​ເຫດຜົນຂອງ​ການ​ໂຈມ​ຕີ​ໃຫ້​ຊາບ​ ແລະເວລາ​ນີ້​ ຍັງບໍ່​ມີ​ບຸກຄົນ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບເທື່ອ.

ຄົນ​ອາ​ເມຣິກັນ​ທີ່ໄດ້ຮັບ​ບາດ​ເຈັບໄດ້​ຖືກ​ນໍາ​ໄປ​ປິ່ນປົວ​ບາດ​ແຜ​ທີ່ໂຮງໝໍ ​ແຕ່ບໍ່​ມີ​ອາການ​ສາຫັດ​ເຖິງ​ຂັ້ນເປັນ​ອັນຕະລາຍ​ຕໍ່​ຊີວິດ​ແຕ່​ຢ່າງ​ໃດ.

ເຫດການ​ດັ່ງກ່າວ​ເກີດຂຶ້ນ​ໃນ​ເວລາ​ບໍ່​ຮອດ 2 ອາທິດ​ ຫລັງ​ຈາກ​ພວກ​ຫົວ​ຮຸນ​ແຮງໄດ້​ທໍາ​ການ​ໂຈມ​ຕີ​ທີ່​ມີ​ການ​ປະສານ​ງານ​ກັນ​ ຕໍ່​ຫລາຍ​ເປົ້າໝາຍທີ່​ສໍາຄັນ​ໃນ​ນະຄອນຫລວງ​ຄາ​ບູລ ຮວມທັງ​ສະຖານທູດສະຫະລັດ ແລະກອງ​ບັນຊາ​ການ​ກຸ່ມ​ເນ​ໂຕ້ ຊຶ່ງເຮັດ​ໃຫ້ 9 ຄົນເສຍ​ຊີວິດ​ໃນ​ການ​ຕໍ່ສູ້​ກັນ​ເປັນ​ເວລາ​ເກືອບ​ນຶ່ງ​ມື້​ເຕັມ​ນັ້ນ.

ໃນ​ການ​ໂຈມ​ຕີ​ອີກ​ບັ້ນ​ນຶ່ງ​ໃນ​ວັນ​ອາທິດ​ວານ​ນີ້ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ໄດ້​ຈູດ​ວັດຖຸ​ລະ​ເບີດ​ໂຕ​ເອງ​ຕາຍ ຢູ່​ນອກ​ກອງ​ບັນຊາ​ການ​ຕໍາຫລວດ​ປະຈໍາ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ​ໃນ​ແຂວງ Paktika ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​ເຮັດ​ໃຫ້​ຕໍາຫລວດ 2 ຄົນ​ເສຍ​ຊີວິດ ​ແລະ​ພົນລະ​ເຮຶອນ 2 ຄົນ ​ໄດ້​ຮັບ​ບາດ​ເຈັບ.

XS
SM
MD
LG