ທ່ານ ຮາມິດ ກາຊາຍ ປະທານາທິບໍດີ ອັຟການີສຖານ ໄດ້ເດີນທາງກັບຄືນອັຟການີສຖານ ຍົກເລີກການຢ້ຽມຢາມປະເທດອັງກິດ ຫລັງຈາກເຫດ ການລະເບີດສອງລູກໃນອັຟການີສຖານ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດ 59 ຄົນນັ້ນ.
ທ່ານ ກາຊາຍໄດ້ເດີນທາງກັບຄືນມາເຖິງນະຄອນຫລວງກາບູລເມື່ອວັນພຸດມື້ນີ້ ເພື່ອຢ້ຽມຢາມພວກໄດ້ຮັບບາດເຈັບຫລາຍກວ່າ 160 ຄົນຈາກເຫດລະເບີດທັງສອງນັ້ນ. ທ່ານໄດ້ເດີນທາງກັບປະເທດຈາກປະເທດເຢຍ ຣະມັນ ບ່ອນທີ່ທ່ານໄດ້ເຂົ້າຮ່ວມກອງປະຊຸມກ່ຽວກັບອະນາຄົດຂອງອັຟການີສຖານນັ້ນ.
ນອກນີ້ແລ້ວພວກໄວ້ອາໄລ ຍັງໄດ້ເຕົ້າໂຮມກັນເພື່ອຝັງສົບພວກເສຍຊີວິດ ຢູ່ໃນເມືອງຫລວງກາບູລ ບ່ອນທີ່ໃນມື້ວັນອັງຄານ ມີມືລະເບີດສະຫລະຊີບຢ່າງນ້ອຍນຶ່ງຄົນ ບີບຂະນວນລະເບີດທີ່ໄດ້ສັງຫານ 55 ຄົນ ໂຮມທັງ ຊາວອະເມຣິກັນຄົນນຶ່ງ. ເຫດລະເບີດແມ່ນເກີດຂຶ້ນຢູ່ໄກ້ວັດ Abul Fazel ຂະນະພວກທີ່ນັບຖືສາສະໜາອິສລາມນິກາຍ Shi’ite ໄດ້ເຕົ້າໂຮມກັນສະຫຼອງບຸນ Ashura ຊຶ່ງຖືເປັນມື້ສັກສິດທີ່ສຸດຂອງຊາວມຸສລິມນິກາຍ Shi’ite ນັ້ນ.
ລະເບີດລູກທີ່ສອງ ໄດ້ສັງຫານ 4 ຄົນ ທີ່ວັດ ໃນເມືອງ Mazar-e- Sharif ທາງພາກເໜືອຂອງປະເທດ ແຕ່ຍັງບໍ່ເປັນທີ່ແຈ້ງຂາວເທື່ອວ່າ ກຸ່ມນິກາຍ Shi’ite ເຫລົ່ານັ້ນ ເປັນເປົ້າໝາຍຂອງລູກລະເບີດຫລືບໍ່?
ໃນການໂຈມຕີອີກບັ້ນໃໝ່ໃນວັນພຸດມື້ນີ້ ພວກເຈົ້າໜ້າທີ່ກ່າວວ່າ ລະເບີດ ແຄມທາງລູກນຶ່ງ ໄດ້ແຕກໃສ່ລົດບັສຄັນນຶ່ງ ໃນແຂວງ Helmand ທາງ ພາກໃຕ້ຂອງອັຟການີສຖານເຮັດໃຫ້ພົນລະເຮືອນຢ່າງໜ້ອຍ 19 ຄົນເສຍ ຊີວິດ ໃນນັ້ນມີເດັກນ້ອຍຫ້າຄົນ.