ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

15 ຄົນ ເສຍຊີວິດ ຍ້ອນການໂຈມຕີ ສະລະຊີບ ໃນອັຟການິສຖານ (ເບິ່ງວີດີໂອ)


ຕໍາຫຼວດອັຟການິສຖານຄົນນຶ່ງເດີນທາງໄປຮອດບ່ອນທີ່ມີການໂຈມຕີສະ
ລະຊີບແຫ່ງນຶ່ງໃນແຂວງ Herat.
ວັນທີ 10 ເມສາ 2012.
ຕໍາຫຼວດອັຟການິສຖານຄົນນຶ່ງເດີນທາງໄປຮອດບ່ອນທີ່ມີການໂຈມຕີສະ ລະຊີບແຫ່ງນຶ່ງໃນແຂວງ Herat. ວັນທີ 10 ເມສາ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ພວກ​ວາງ​ລະ​ເບີດ​ສະລະ​ຊີບຈໍານວນ​ນຶ່ງ​ໄດ້​ທໍາ​ການ​ໂຈມ​ຕີ​ສະຖານີ​ຕໍາຫຼວດ​ແຫ່ງ​ນຶ່ງ​ໃນ​ແຂວງ Helmand ​ໃນ​ພາກ​ໃຕ້​ຂອງປະ​ເທດໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງຈາກ​ການ​ໂຈມ​ຕີສະລະ​ຊີບຮ້າຍ​ແຮງ​ທີ່ໂຮ​ງການແຫ່ງ​ນຶ່ງ​ຂອງ​ລັດຖະບານ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຢ່າງ​ໜ້ອຍ​ພວກ​ເຈົ້າ​ໜ້າ​ທີ່​ຕໍາຫຼວດ 8 ຄົນ ເສຍ​ຊີວິດ​ເວລາ​ພວກ​ວາງ​ລະ​ເບີດ​ສະລະ​ຊີບ​ 3 ຄົນ​ບຸກລຸກ​ເຂົ້າໄປ​ໃນບໍລິ​ເວນປ້ອມ​ຕໍາຫຼວດແຫ່ງ​ນຶ່ງໃນ​ວັນ​ວັນ​ອັງຄານ​ມື້​ນີ້​ໃນ​ເຂດ​ເມືອງ Musa Qala. ພວກ​ວາງ​ລະ​ເບີດ​ໂຈມ​ຕີ 2 ຄົນສາມາດ​ບີບ​ກະນວນລະເບີດ​ໃຫ້​ແຕກ​ຂຶ້ນ ​ໃນ​ຂະນະ​ດຽວ​ກັນຜູ້​ວາງ​ລະ​ເບີດ​ຄົນທີ 3 ຖືກຕໍາຫຼວດ​ຍິງ​ຕາຍ.

ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງກ່ອນ​ໜ້າ​ນັ້ນ ການ​ໂຈມຕີ​ດ້ວຍ​ລົດ​ລະ​ເບີດ​ສະລະ​ຊີບໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 10 ຄົນ​ຢູ່​ນອກໂຮງການ​ລັດຖະບານ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ​ໃນ​ແຂວງ Herat ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

ຕໍາຫຼວດຢູ່​ທີ່​ນັ້ນ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ບີບ​ກະນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນຫຼັງ​ຈາກ​ຖືກ
ບັງຄັບ​ໃຫ້​ຢຸດ​ລົດ​ຢູ່ບໍລິ​ເວນທາງ​ເຂົ້າໂຮງການ​ລັດຖະບານ. ຢ່າງ​ໜ້ອຍ​ມີ​ຄົນ​ອີກ​ຜູ້​ນຶ່ງຮວມ
ທັງ​ຜູ້​ທີ່ໃສ່ເຄື່ອງທີ່​ມີ​ຜ້າ​ຄຸມຫົວ ຫຼື burqa ນັ່ງ​ຢູ່​ໃນ​ລົດ​ຄັນ​ນັ້ນ. ພວກ​ຫົວຮຸນ​ແຮງ​ເຫຼົ່າ​ນີ້ບໍ່​
ໄດ້ລອດ​ຊີວິດ​ຈາກເຫດລະ​ເບີດ​ນັ້ນ. ຕໍາຫຼວດ 3 ຄົນກໍຮວມຢູ່​ໃນຈໍານວນພວກ​ທີ່​ເສຍ​ຊີວິດ
ແລະ​ມີ​ປະຊາຊົນ​ຫຼາຍ​ເຖິງ 2​3 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຍັງ​ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ​ໃນ​ການ​ໂຈມ​ຕີ​ເຫຼົ່ານີ້.

XS
SM
MD
LG