ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ​ ສຫລ ໄດ້​ຖືກ​ສັງຫານ​ ​​ເກີນ 2,000 ຄົນແລ້ວ ໃນ​ສົງຄາມ​ອັຟການີສຖານ


ສ່ວນນຶ່ງຂອງທະຫານສະຫະລັດ ທີ່ສູ້ລົບໃນ ອັຟການີສຖານ
ສ່ວນນຶ່ງຂອງທະຫານສະຫະລັດ ທີ່ສູ້ລົບໃນ ອັຟການີສຖານ
ຈໍານວນ​ທະຫານ​ຂອງ​ກອງທັບ​ສະຫະລັດ​ໄດ້​ຖືກ​ສັງຫານ​ໃນ​ສົງຄາມ​ອັຟການີສຖານ ​ແມ່ນ​ເກີນ 2,000 ຄົນ ​ຊຶ່ງ​ໃນ​ຈໍານວນ​ນັ້ນ ​ມີ​ຫຼາຍກວ່າ​ເຄິ່ງນຶ່ງແມ່ນເສຍຊີວິດ​ໃນ​ໄລຍະ 27 ​ເດືອນ​ຜ່ານ​ມາ.

ອັດຕາ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ຕື່ມ​ຂຶ້ນ ມີ​ຂຶ້ນຫຼັງຈາກ​ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ​ໄດ້​ສົ່ງ​ທະຫານເພີ່ມ​ອີກຫຼາຍພັນ​ຄົນ​ໄປ​ຍັງ​ອັຟກາ​ນີສຖານ ​ເພື່ອ​ເສີມກໍາລັງ​ປະສົມ​ເນ​ໂຕ້​ທີ່​ນໍາ​ໂດຍ​ສະຫະລັດ​ໃນ​ການສູ້​ລົບ ກັບພວກ​ກະບົດ​ນັ້ນ.

ທະຫານ​ຈໍານວນ​ດັ່ງ​ກ່າວ​ນັ້ນ ພວມທະຍອຍ​ຖອນ​ອອກຈາກ​ອັຟກາ​ນີສ ຖານ ພ້ອມ​ໆກໍາລັງ​ຮ່ວມ​ສູ້​ລົບຂອງ​ນານາ​ຊາດ ​ໃນ​ຂະນະ​ທີ່​ກອງທັບອັຟ ກາ​ນີສຖານມີ​ຄວາມ​ຮັບຜິດຊອບຫຼາຍຂຶ້ນນັບ​ມື້​ ໃນ​ການ​ຄວບ​ຄຸມ​ການ​ຮັກ ສາຄວາມ​ປອດ​ໄພ​ໃຫ້​ໄດ້​ ລ່ວງ​ໜ້າເສັ້ນຕາຍທີ່​ກໍານົດ​ໄວ້​ຄື​ປີ 2014 ສໍາ ລັບ​ກໍາລັງ​ທະຫານ​ສູ້​ລົບຕ່າງປະ​ເທດ​ຖອນ​ອອກ​ຈາກ​ອັຟກາ​ນີສຖານ.

ຝ່າຍ​ກອງທັບ​ແລະ​ຕໍາຫຼວດອັຟກາ​ນີສຖານກໍ​ໄດ້​ຮັບ​ການບາດ​ເຈັບ​ລົ້ມຕາຍ ຢ່າງຫຼວງຫຼາຍນັບ​ຕັ້ງ​ແຕ່​ສົງຄາມ​ໄດ້​ເລີ່​ມຂຶ້ນ​ໃນ​ປີ 2001 ນັ້ນ ຈາກ​ສະຖິຕິ​ຢ້ອນຫຼັງຄືນ​ໄປ​ເຖິງ​ປີ 2007 ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນີສຖານ​ໄດ້​ຖືກ​ສັງຫານ​ໄປຫຼາຍກວ່າ 6,500 ຄົນ.

ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ລາຍ​ງານ​ວ່າ ມີ​ພົນລະ​ເຮືອນ​ຊາວ​ອັຟກາ​ນີສຖານຫຼາຍກວ່າ 13,000 ຄົນໄດ້​ເສ​ຍຊີວິດ​ເຊັ່ນ​ກັນ​ ອັນ​ເປັນ​ຜົນ​ເນື່ອງ​ມາຈາກ​ບັນຫາ​ຂັດ​ແຍ້​ງ ນັບ​ຕັ້ງ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ.
XS
SM
MD
LG