ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອັຟການິສຖານ, ສະຫະລັດ ບັນລຸຂໍ້ຕົກລົງກັນ ໃນເລື້ອງ ການມອບໂອນ ບ່ອນຄຸມຂັງ


ປະທານາທິບໍດີ ອາຟການິສຖານ ທ່ານ Hamid Karzai
ປະທານາທິບໍດີ ອາຟການິສຖານ ທ່ານ Hamid Karzai

ສະຫະລັດ ​ໄດ້​ບັນລຸ​ຂໍ້​ຕົກລົງສະບັບ​ນຶ່ງ​ກັບອັ​ຟກາ​ນິສຖານກ່ຽວ​ກັບ​ການມອບໂອນສະຖານ​
ທີ່ຄຸ​ມ​ຂັງ​ຂອງສະຫະລັດ ຢູ່​ໃນ​ປະ​ເທດ ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ອັ​ຟກາ​ນິສຖານ.

ເຈົ້າ​ໜ້າ​ທີ່​ກ່າວວ່າ ລັດ​ຖະ​ມົນຕີ​ປ້ອງ​ກັນ​ປະ​ເທດອັຟກາ​ນິສຖານ ນາຍ​ພົນ Abdul Rahim
Wardak ​ແລະ​ຜູ້​ບັນຊາ​ການ​ທະຫານ​ສະຫະລັດ ນາຍ​ພົນ John Allen ຄາດ​ວ່າ​ຈະ​ເປັນ​ຜູ້​
ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນດັ່ງກ່າວ ​ໃນ​ວັນ​ສຸກ​ມື້ນີ້.

ນຶ່ງ​ໃນ​ຈໍານວນສະຖານ​ທີ່ຄຸມຂັງ ທີ່​ຈະ​ຖືກ​ມອບ​ໃຫ້​ນັ້ນ ​ແມ່ນ​ຄຸກ​ທີ່ຖານ​ທັບ Bagram ຊຶ່ງ
ເປັນ​ບ່ອນ​ທີ່ມີ​ການ​ຈູດ​ພະ​ຄໍາ​ພີ Quran ​ເມື່ອ​ເດືອນ​ແລ້ວ​ນີ້ ທີ່​ໄດ້​ກໍ່​ໃຫ້ເກີ​ດ​ການປະ​ທ້ວງ​ຕໍ່
ຕ້ານ​ສະຫະລັດຢ່າງ​ຮຸນ​ແຮງ ​ແລະເຮັດໃຫ້ມີ​ຜູ້​ບາດ​ເຈັບ​ລົ້ມ​ຕາຍນັ້ນ.

ປະທານາທິບໍດີ Hamid Karzai ​ໄດ້​ຮຽກຮ້ອງ​ຫລາຍໆ​ຄັ້ງໃຫ້​ມອບ​ຄຸກ​ຢູ່ຖານ​ທັບ Bag-
ram ​ໃຫ້​ແກ່​ອັຟກາ​ນິສຖານ ກ່ອນ​ທ່ານ​ຈະ​ຕົກລົງ​ໃນ​ການ​ຕໍ່​ລອງ​ຕ່າງໆ ກ່ຽວ​ກັບຄວາມ​ສຳ
ພັນລະຫວ່າງ​ສອງ​ປະ​ເທດລຸນຫຼັງທີ່​ໄດ້​ມີ​ການ​ຖອນ​ກໍ​າລັງ​ທະຫານ NATO ອອກໄປໃນ​ປີ
2014.

ປະທານາທິບໍດີອັຟກາ​ນິສຖານ ​ໄດ້​ກໍາໜົດ​ໃຫ້ວັນ​ສຸກ​ມື້ນີ້​ ເປັນ​ເສັ້ນຕາຍ​ກ່ຽວ​ກັບ​ຂໍ້​ຕົກລົງ​
ການ​ມອບ​ບ່ອນ​ຄຸມ​ຂັງ​ຕ່າງໆ​.

ທ່ານ Karzai ຍັງ​ໄດ້​ຮຽກຮ້ອງ​ໃຫ້ຢຸດ​ເຊົາ​ໃນ​ການ​ໂຈມ​ຕີ​ຕອນ​ກາງຄືນຢູ່​ຕາມ​ໝູ່​ບ້ານຕ່າງໆ
ຂອງ​ກໍາລັງ​ນາໆ​ຊາດ. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ບັນຫາ​ດັ່ງ​ກ່າວ​ຍັງ​ບໍ່​ທັນເປັນທີ່​ແກ້​ໄຂກັນ​ໄດ້​ເທື່ອ.

XS
SM
MD
LG