ພວກທາລິບານ ໃນອັຟການິສຖານ ໄດ້ອ້າງເອົາຄວາມຮັບຜິດ
ຊອບ ຕໍ່ການວາງລະເບີດໂຈມຕີ ຢູ່ໃນບໍລິເວນສໍານັກງານຂອງ
ບໍລິສັດຮັບເໝົາ ເຮັດວຽກໃຫ້ກອງທັບສະຫະລັດ.
ເຈົ້າໜ້າທີ່ ກ່າວວ່າ ພະນັກງານອັຟການິສຖານ ສອງຄົນໄດ້
ເສຍຊີວິດ ແລະຢ່າງໜ້ອຍສິບສອງຄົນ ໄດ້ຮັບບາດເຈັບ ໃນ
ເຫດລະເບີດຢູ່ ນະຄອນຫລວງ Kabul ໃນວັນຈັນມື້ນີ້.
ໂຄສົກຄົນນຶ່ງຂອງ ພວກທາລິບານ ເອີ້ນການໂຈມຕີນີ້ວ່າ
ເປັນການວາງລະເບີດສະລະຊິບ ທີ່ແນໃສ່ບໍລິສັດຂອງອາເມ
ຣິກາ ທີ່ບໍລິການຄວາມປອດໄພໃຫ້ແກ່ກໍາລັງທະຫານ. ບໍລິສັດ
ດັ່ງກ່າວ ທີ່ຊື່ວ່າ Contrack ຮັບເໝົາສ້າງຕຶກອາຄານຕ່າງໆ
ໃຫ້ຄ້າຍທະຫານ.
ເຫດການຮ້າຍແຮງນຶ່ງອີກຕ່າງຫາກ ໃນວັນຈັນມື້ນີ້ ໄດ້ເອົາຊີວິດ ເດັກນ້ອຍຜູ້ຍິງ 10 ຄົນ ອາຍຸແຕ່ 9 ປີຫາ 13 ປີ ໃນແຂວງ Nangarhar. ເຈົ້າໜ້າທີ່ກ່າວວ່າ ພວກເດັກນ້ອຍຜູ້ຍິງເຫລົ່ານີ້ ກໍາລັງ ເກັບເອົາໄມ້ມາດັງໄຟ ໃນວັນຈັນຕອນເຊົ້າ ເວລາລະເບີດຝັງດິນລູກນຶ່ງ
ແຕກຂື້ນ.
ບັນດາເຈົ້າໜ້າທີ່ເຊື່ອວ່າ ເປັນລະເບີດຝັງດິນທີ່ເກົ່າແກ່ ທີ່ຍັງມີຫລົງເຫລືອ ຢູ່ຕາມທົ່ງໄຮ່ທົ່ງນາ ແລະຕາມເຂດບ້ານນອກ ລຸນຫລັງເວລາ ຫລາຍທົດສະວັດຂອງສົງຄາມ.
ນາຍພົນ John Allen ຜູ້ບັນຊາການກອງທັບສະຫະລັດໃນອັຟການິສຖານ ໄດ້ສະແດງ
ຄວາມເສົ້າສະຫລົດໃຈ ຕໍ່ບັນດາຄອບຄົວຂອງເດັກນ້ອນ ແລະກ່າວວ່າ ອັຟການິສຖານ
“ໄດ້ກາຍມາເປັນນຶ່ງໃນບັນດາປະເທດ ທີ່ມີລະເບີດຝັງດີນຫລາຍທີ່ສຸດຢູ່ໃນໂລກ.”
ພາບສົ່ງສະການ ເດັກຍິງອັຟການິສຖານ 10 ທີ່ເສຍຊີວິດ ຍ້ອນລະເບີດຝັງດິນ: