ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອັຟກາ​ນິສຖານ ງົດ ການ​​ເຈລະຈາ ​ກັບ ​ສຫລ ເລື້ອງ​ຄວາມ​ໝັ້ນຄົງ​ສອງ​ຝ່າຍ (ວີດິໂອ)


ຕໍາຫຼວດ​ຂອງສະພາຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຂອງອັຟກາ​ນິສຖານ
ຢືນ​ເຝົ້າຍາມຮັກສາ​ການ​ ຢູ່​ໃນ​ຄ້າຍຕໍາຫຼວດ
ຕໍາຫຼວດ​ຂອງສະພາຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຂອງອັຟກາ​ນິສຖານ ຢືນ​ເຝົ້າຍາມຮັກສາ​ການ​ ຢູ່​ໃນ​ຄ້າຍຕໍາຫຼວດ
ອັຟກາ​ນິສຖານໄດ້ງົດການເຈລະຈາ​ກັບ​ສະຫະລັດ ​ເລື້ອງ​
ການເຮັດ​ຂໍ້​ຕົກລົງດ້ານຄວາມ​ໝັ້ນຄົງ​ສອງ​ຝ່າຍ ຍ້ອນການ
ຜິດຖຽງ​ກັນກ່ຽວ​ກັບ ​ເລື່ອງ​ທີ່​ສະຫະລັດ​ຈະ​ໂອ້​ລົມ​ກັບ​ທາງ
​ກຸ່ມ​ຕາ​ລີ​ບັນ ຕາມທີ່​ໄດ້​ມີ​ການສະ​ເໜີ​ຂຶ້ນ​ມາ​ນັ້ນ.

ຄໍາ​ຖະ​ແຫຼງສະບັບ​ນຶ່ງ​ຈາກ​ສະພາຄວາມ​ໝັ້ນຄົງ​ແຫ່ງ​ຊາດ
ຂອງອັຟກາ​ນິສຖານ ໃນ​ວັນ​ພຸ​ດມື້​ນີ້ ​ໄດ້​ອ້າງເຖິງ​ການ​ຂັດ​
ແຍ້​ງລະຫວ່າງ ​ການ​ກະທໍາ​ກັບຄໍາ​ຖະ​ແຫຼງຕ່າງໆ​ທີ່​ທາງ​
ສະຫະລັດ​ໄດ້​ກ່າວ​ອອກ​ມາ ກ່ຽວ​ກັບ​ຂັ້ນ​ຕອນ​ຂອງ​ການ​
ສ້າງ​ສັນຕິພາບນັ້ນ.

ການ​ເຈລະຈາ​ຂອງສະຫະລັດ​ກັບອັຟກາ​ນິສຖານ ​ແມ່ນ​ເພັ່ງເລັງ​ໃສ່ ​ເລື້ອງ​ທີ່ວ່າ​ກໍາລັງ​ຮັກ
​ສາ​ຄວາມ​ປອດ​ໄພ​ໜ່ວຍ​ໃດ​ຂອງສະຫະລັດ​ແລະ​ເນ​ໂຕ້ ຍັງ​ຈະ​ສືບ​ຕໍ່​ປະ​ຈໍາ​ການຢູ່​ໃນ​ອັຟ
ກາ​ນິສຖານ​ຕໍ່​ໄປ ຫຼັງ​ຈາກ ປີ 2014.

​ໃນ​ວັນ​ອັງຄານ​ວານ​ນີ້ ສະຫະລັດ​ປະກາດ​ວ່າ ຕົນ​ຈະ​ໄຂ​ການ​ເຈລະຈາຢ່າງ​ເປັນ​ທາງການ​
ກັບ​ກຸ່ມ​ຕາ​ລີ​ບັນ​ ໃນ​ວັນ​ພະຫັດມື້​ອື່ນ​ນີ້ ​ຢູ່ Doha ນະຄອນຫຼວງ​ຂອງ​ປະ​ເທດ Qatar ​ໃນ​ຄວາມ​ພະຍາຍາມ​ເພື່ອຊຸກຍູ້​ໃຫ້​ມີ​ການ​ຈັດ​ຕັ້ງ​ກອບຫລື​ໂຄງ​ຮ່າງສໍາລັບ​ຍຸຕິ​ສົງ​ຄາມທີ່​ຍືດ
​ເຍື້ອຍາວ​ນານ​ ມາດົນ​ກວ່ານຶ່ງທົດ​ສະ​ວັດນັ້ນ.

ທາງ​ອັຟກາ​ນິສຖານ​ມີ​ຄວາມ​ຮູ້ສຶກ​ວ່າ ການ​ຕັດສິນ​ໃຈ​ຂອງ​ສະຫະລັດ ​ທີ່​ຈະ​ພົບ​ປະ​ກັບ​
ພວກ​ຫົວ​ຮຸນ​ແຮງ​ຕາ​ລີ​ບັນ ຢູ່​ໃນ​ສະຖານ​ທີ່ ​ທີ່​ເປັນ​ທາງການ ນອກ​ອັຟການີສຖານ​ນັ້ນ
ເປັນ​ການ​ບັ່ນ​ທອນ​ບົດບາດ​ຂອງ​ລັດຖະບານ​ອັຟການ​ນິສຖານ.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ກ່າວ​ວ່າ ທ່ານ​ບໍ່​ປະຫຼາດ​ໃຈ​ເລີ​ຍນໍາ​
ປະຕິກິລິຍາດັ່ງກ່າວ​ຂອງ​ລັດ​ຖະ​ບານອັຟກາ​ນິສຖານ ​ແລະ​ວ່າທາງ​ເຈົ້າໜ້າ​ທີ່​ສະຫະລັດ​
ໄດ້ພາກັນຄາດໝາຍ​ກັນ​ໄວ້​ກ່ອນແລ້ວ​ວ່າ ຈະ​ມີ​ການ​ຂັດ​ແຍ້​ງກັນ​ໃນ​ບາງ​ດ້ານ ​ໃນ​ເວລາ​
ເລີ້ມ​ຕົ້ນ​ຂັ້ນ​ຕອນ​ນັ້ນ.

​ໃນ​ລະຫວ່າງ​ຖະ​ແຫຼງຂ່າວ​ຮ່ວມ​ກັນ​ໃນ​ວັນ​ພຸດ​ມື້​ນີ້ ກັບ ​ນາຍົກລັດຖະມົນຕີ​ເຢຍລະມັນ
ທ່ານ​ນາງ Angela Merkel ນັ້ນ ທ່ານ​ໂອ​ມາ​ບາ​ກ່າວ​ວ່າ ທ່ານ​ຫວັງ​ວ່າ ຂັ້ນ​ຕອນ​ສ້າງ​
ຄວາມ​ປອງ​ດອງ​ກັນ​ໃນ​ອັຟກາ​ນິສຖານ​ນັ້ນ ຈະ​ດໍາ​ເນີນ​ສືບ​ຕໍ່​ໄປ ​ເຖິງ​ແມ່ນ​ມີ​ການ​ທ້າ​ທາຍ
​ຫຼາຍຢ່າງ​ຫຼາຍປະການ​ກໍ​ຕາມ.

​ບໍ່​ດົນຫລັງ​ຈາກ​ຄໍາ​ປະກາດ​ຂອງ​ສະຫະລັດ ກໍໄດ້​ມີ​ການ​ໂຈມ​ຕີຕໍ່ຖານທັບ​ທາງ​ອາກາດ​
Bagram ທີ່​ໄດ້​ສັງຫານ​ທະຫານ​ອາ​ເມຣິກັນ 4 ຄົນ. ​ກຸ່ມ​ຕາ​ລີ​ບັນໄດ້​ອອກ​ມາ​ອ້າງ​ເອົາ​
ຄວາມ​ຮັບຜິດຊອບ ​ຕໍ່​ການ​ໂຈມ​ຕີ​ຄັ້ງ​ນີ້ ​ແລະ​ເວົ້າ​ວ່າ ຕົນ​ໄດ້​ຍິງ​ຈະ​ຫຼວດ 2 ລູກ​ເຂົ້າ​ໄປ
​ໃສ່ຖານທັບດັ່ງກ່າວ.

ທາງ​ການ​ສະຫະ​ລັດ​ກ່າວວ່າ ​ຄາດ​ວ່າ ເຈົ້າ​ໜ້າ​ທີ່​ອາ​ວຸໂສຂອງ​ກະຊວງ​ການ​ຕ່າງປະ​ເທດ
​ແລະ​ເຈົ້າ​ໜ້າ​ທີ່ທໍານຽບຂາວ ຈະໄປພົບ​ປະກັນ​ໃນ​ກຸງ Doha ກັບຜູ້ຕາງໜ້າ​ຂອງກຸ່ມ​ຕາ​ລີ​ບັນ ສໍາລັບ​ອັນທີ່​ທາງ​ເຈົ້າ​ໜ້າ​ທີ່ອະທິບາຍ​ວ່າ ​ເປັນ​ການ​ໂອ້​ລົມ​ສົນທະນາ​ຂັ້ນຕົ້ນ.

ປະທານາທິບໍດີສະຫະລັດ ທ່ານ Barrack Obama ຂະນະ​ທີ່​ກ່າວ​ຢູ່​ໃນ​ກອງ​ປະຊຸມສຸດ​
ຍອດ G8 ​ຢູ່ Ireland ​ເໜືອ ​ເອີ້ນ​ການໂອ້​ລົມ​ສົນທະນາ​ທີ່​ຈະ​ມີ​ຂຶ້ນ​ຢູ່ Qatar ນັ້ນ​ວ່າ
“​ເປັນ​ບາດກ້າວ​ຂັ້ນ​ທໍາ​ອິດ” ​ແລະເຕືອນ​ວ່າ ທ່ານ​ຄາດ​ໝາຍ​ວ່າ “​ຈະ​ມີ​ ຂ້ວາກ​ໜາມ ຫລືອຸບປະສັກ ຫຼາຍ​ຢ່າງ ບົນ​ເສ້ນທາງ​ນີ້.”

ເບິ່ງວີດິໂອ ກຸ່ມຕາລີບັນໄຂຫ້ອງການຂຶ້ນຢູ່ໂດຮາ ປະເທດກະຕ້າ ແລະຖະແຫຼງກ່ຽວກັບ ກອງປະຊຸມກັບສະຫະລັດ:

US AFGHAN TALIBAN VOSOT
please wait

No media source currently available

0:00 0:01:04 0:00
XS
SM
MD
LG