ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະນັກງານ​ ສັນຍາ​ຈ້າງ ກະຊວງປ້ອງກັນປະເທດ ສຫລ 3 ຄົນ ຖືກ​ຍິງຕາຍ ຢູ່​ທີ່​ສະໜາມ​ບິນ Kabul


ແຜນທີ່ປະເທດອັຟການິສຖານ ນະຄອນຫລວງ ກາບູລ
ແຜນທີ່ປະເທດອັຟການິສຖານ ນະຄອນຫລວງ ກາບູລ

ພະນັກງານ​ສັນຍາ​ຈ້າງຂອງກະຊວງປ້ອງກັນປະເທດສະຫະລັດ
3 ຄົນ ທີ່​ຊ່ອຍເຝິກ​ແອບ ​ທະຫານ​ອາກາດ​ອັຟກາ​ນິສຖານ ​ໄດ້
ຖືກ​ຍິງຕາຍ ຢູ່​ທີ່​ສະໜາມ​ບິນນະຄອນຫລວງ Kabul ​ໃນ​ອັນ​ທີ່​
ແຫລ່ງຂ່າວ​ທະຫານ ກ່າວ​ວ່າ ​ເປັນ​ “ການ​ໂຈມ​ຕີ ຂອງຄົນ​
ຢູ່​ວົງ​ໃນ.”

ພວກ Taliban ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ໃນການ​ສັງຫານ
​ເມື່ອຄ່ຳ​ຄືນວັນ​ພະຫັດ​ວານ​ນີ້​.

​ທ້າວ Zabihulla Mujahid ໂຄ​ສົກ​ຂອງ​ພວກກະບົດກ່າວ​ວ່າ​
ໜ່ວຍແຊກຊຶມຂອງ Taliban ຄົນນຶ່ງ ທີ່ເຮັດ​ວຽກຢູ່​ໃນ​ສະໜາມ​ບິນ Kabul ​ໄດ້​ປະຕິບັດ​ການ​ໂຈມ​ຕີ ​ແລະ ​ໄດ້ຖືກ​ຍິງ​ຕາຍ​ໃນ​ການ​ຕໍ່ສູ້​ກັນ.

ພວກທີ່ຢູ່ໃນເຄື່ອງແບບ​ອັຟກາ​ນິສຖານ ໄດ້​ຫັນ​ປືນ​ຂອງ​ພວກ​ເຂົາ​ເຈົ້າ ​ໃສ່​ບັນດາທະຫານ
​ຄູເຝິກແອ​ບຊາວອາ​ເມ​ຣິກັນ ໃນໄລຍະຜ່ານມາ​.

​ໃນ​ເດືອນ​ສິງຫາ​ແລ້ວນີ້ ພົນ​ຕີ​ສະຫະລັດ Harold Greene ຖືກ​ຍິງ​ ຕາຍ ​ໂດຍ​ທະຫານ​
ອັຟກາ​ນິສຖານຄົນ​ນຶ່ງ.

​ນອກນັ້ນ ໃນ​ວັນ​ພະຫັດ​ວານ​ນີ້ ​ ຜູ້​ວາງ​ລະ​ເບີດ​ສະຫລະ​ຊີບຄົນ​ນຶ່ງ ​ໄດ້​ໂຈມ​ຕີ ພິທີ​ສົ່ງສະການ ​ໃນ​ພາກ​ຕາ​ເວັນ​ອອກ ຂອງ​ອັຟກາ​ນິສຖານ. 16 ຄົນ​ຖືກ​ຂ້າ​ຕາຍ ​ແລະ ຫຼາຍສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ.

​ເ​ຈົ້າໜ້າ​ທີ່​ທ້ອງ​ຖິ່ນ ກ່າ​ວວ່າ ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ ​ໃນ ​ເມືອງ Mehtarlam ຢູ່​ແຂວງ
Laghman ​ໃນ​ລະຫວ່າງ​ພິທີ​ສົ່ງສະການ ໃຫ້ແກ່ຜູ້​ບັນຊາ​ການ​ຕຳຫລວດ ​ແລະ ອີກ​ສາມ​
ຄົນ ທີ່​ໄດ້​ເສຍຊີວິດ ຍ້ອນການວາງ​ລະ​ເບີດແຄມ​ທາງ ເມື່ອ​ຕອນ​ເຊົ້າ​ວັນ​ພະຫັດ​ວານ​ນີ້.

ຍັງບໍ່​ມີ​ຜູ້​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ ໃນການ​ໂຈມ​ຕີ ທີ່​ແຂວງ Laghman ເທື່ອ.

XS
SM
MD
LG