ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນເສຍຊີວິດ 13 ຄົນ ໃນການກໍ່ຄວາມ ຮຸນແຮງຢູ່ປະເທດ ອັຟການິສຖານ


ແຜນທີ່ຂອງແຂວງຕ່າງໆໃນ ອັຟການິສຖານ.
ແຜນທີ່ຂອງແຂວງຕ່າງໆໃນ ອັຟການິສຖານ.

ບັນດາເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ພະນັກງານຮັກສາຄວາມປອດໄພ 9 ຄົນໄດ້ຖືກ ຂ້າຕາຍໃນຖານທີ່ໝັ້ນຂອງພວກຕາລີບານ, ໃນຂະນະທີ່ເຈົ້າໜ້າທີ່ ສະຫະລັດ ກ່າວວ່າ
ທະຫານ ອາເມຣິກັນ ຄົນໜຶ່ງກກກໍໄດ້ຖືກຂ້າຕາຍ ໃນເວລາທີ່ກຳລັງດຳເນີນການປະຕິບັດ
ການຕໍ່ຕ້ານກຸ່ມລັດອິສລາມ.

ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ກ່າວໃນວັນອາທິດມື້ນີ້ວ່າ ກອງກຳລັງ ອັຟການິສຖານ ໄດ້ ຖືກຂ້າຕາຍໃນຕອນແລງຂອງວັນເສົາວານນີ້ ໃນເມືອງ Chimtal ຕັ້ງຢູ່ພາກເໜືອຂອງ
ເມືອງ Balkh. ທະຫານຄົນອື່ນໆໃນກອງທັບກໍໄດ້ຮັບບາດເຈັບ.

ຈຳນວນຜູ້ເສຍຊີວິດ ແລະ ບາດເຈັບໄດ້ມີຂຶ້ນບໍ່ດົນລ່ວງໜ້າການຕໍ່ສູ້ໃນລະດູໃບໄມ້ປົ່ງ
ເມື່ອພວກ ຕາລີບານ ໄດ້ເພີ່ມການຕໍ່ສູ້ຂອງພວກເຂົາຕໍ່ກອງກຳລັງ ອັຟການິສຖານ ແລະ ພັນທະມິດ.

ກ່ອນໜ້ານີ້, ໂຄສົກສຳລັບການປະຕິບັດການເດັດດ່ຽວນຳໜ້າໂດຍອົງການ NATO ໃນ ອັຟການິສຖານ ໄດ້ກ່າວວ່າທະຫານ ອາເມຣິກັນ ຄົນໜຶ່ງໄດ້ຖືກຂ້າຕາຍໃນຕອນແລງ
ວັນເສົາທີ່ວານນີ້ ໃນລະຫວ່າງ ການປະຕິບັດການຕໍ່ສູ້ກັບພວກ ISIS-Khorasan ໃນ
ແຂວງ Nangarhar. ພວກ ISIS-Khorasan ແມ່ນສາຂາໜຶ່ງຂອງພວກລັດອິສລາມ ທີ່ປະຕິບັດການໃນປະເທດ ອັຟການິສຖານ, ປາກິສຖານ ແລະ ພາກສ່ວນອື່ນໆໃນ ເອ
ເຊຍໃຕ້.

ແຂວງ Nangarhar ແມ່ນຖານທີ່ໝັ້ນແຫ່ງໜຶ່ງຂອງການປະຕິບັດການທາງທະຫານໃນ ອັຟການິສຖານ. ກອງກຳລັງ ອາເມຣິກັນ ໄດ້ດຳເນີນການໂຈມຕີທາງອາກາດໃສ່ຂົງ ເຂດດັ່ງກ່າວຫຼາຍຄັ້ງ. ການປະຕິບັດການນັ້ນ, ປະສົມປະສານດ້ວຍຄວາມພະຍາຍາມ
ຂອງກອງກຳລັງພື້ນດິນ ອັຟການິສຖານ, ໄດ້ຜັກດັນພວກທະຫານບ້ານອອກຈາກເຂດ
ແດນເກົ່າບາງແຫ່ງຂອງພວກເຂົາ. ພວກທະຫານບ້ານກໍຕໍ່ຕ້ານພວກຕາລີບານເຊັ່ນກັນ, ຜູ້ທີ່ໄດ້ຕໍ່ສູ້ເພື່ອຍຶດຄືນການຄວບຄຸມຫຼາຍພາກສ່ວນຂອງ ອັຟການິສຖານ.

ຂົງເຂດທີ່ວ່ານັ້ນ ຄັ້ງໜຶ່ງເຄີຍເປັນບ່ອນຜະລິດຝິ່ນລາຍໃຫຍ່, ແຕ່ນັບຕັ້ງແຕ່ການເກັບ
ກ່ຽວຂອງພວກເຂົາ ເກືອບທີ່ຈະຖືກລົບລ້າງໄປໝົດໃນກາງຊຸມປີ 2000 ນັ້ນ, ພວກຊາວ
ໄຮ່ໃນຂົງເຂດດັ່ງກ່າວ ໄດ້ປະເຊີນໜ້າກັບຄວາມທຸກຍາກ ແລະ ໜີ້ສິນຢ່າງໜັກ.

ນີ້ແມ່ນການຕາຍຄັ້ງທຳອິດຂອງທະຫານ ອາເມຣິກັນ ໃນປີ 2017. ຈຳນວນການຕາຍ
ຂອງທະຫານ ສະຫະລັດ ໄດ້ຫຼຸດລົງຢ່າງຫຼວງຫຼາຍນັບຕັ້ງແຕ່ກອງທັບ ສະຫະລັດ ໄດ້
ຢຸດນຳພາການປະຕິບັດການຕໍ່ສູ້ໃນປີ 2014 ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG