ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານອັຟກາ​ນິສຖານ ຕັດສິນໂທດ ປະຫານຊີວິດ ຊາຍ 4 ຄົນ ໃນຄະດີ​ທຸບ​ຕີ ຍິງຄົນ​ໜຶ່ງ ຈົນ​ຕາຍ


ພວກຈຳເລີຍ ໃນຄະດີ ​ຝຸງ​ຊົນ​ທຸບ​ຕີ ຜູ້ຍິງ ອາຍຸ 27 ປີ ຄົນ​ໜຶ່ງ ຈົນ​ຕາຍ ໄດ້ໄປຂຶ້ນສານຂັ້ນຕົ້ນ ຢູ່ໃນນະຄອນຫຼວງກາບູລ ປະເທດອັຟການິສຖານ ເມື່ອວັນເສົາ ທີ 2 ພຶດສະພາ 2015.
ພວກຈຳເລີຍ ໃນຄະດີ ​ຝຸງ​ຊົນ​ທຸບ​ຕີ ຜູ້ຍິງ ອາຍຸ 27 ປີ ຄົນ​ໜຶ່ງ ຈົນ​ຕາຍ ໄດ້ໄປຂຶ້ນສານຂັ້ນຕົ້ນ ຢູ່ໃນນະຄອນຫຼວງກາບູລ ປະເທດອັຟການິສຖານ ເມື່ອວັນເສົາ ທີ 2 ພຶດສະພາ 2015.

ໃນ​ວັນ​ພຸດ​ມື້​ນີ້ ສານ​ແຫ່ງ​ນຶ່ງ​ໃນ​ອັຟກາ​ນິສຖານ ​ໄດ້​ຕັດສິນ
​ລົງ​ໂທດ ປະຫານ​ຊີວິດ ຊາຍ 4 ຄົນ ໃນ​ຂໍ້​ຫາກໍ່​ເຫດ​ໃຫ້​ຝຸງ​
ຊົນ​ທຸບ​ຕີ ຜູ້ຍິງ ອາຍຸ 27 ປີ ຄົນ​ໜຶ່ງ ຈົນ​ຕາຍ ​ເມື່ອເດືອນ
​ມີນາ​ຜ່ານ​ມາ.

ພວກ​ຜູ້​ຊາຍ​ດັ່ງ​ກ່າວ ​ເປັນ​ສ່ວນ​ນຶ່ງ​ ຂອງພວກ​ຄົນ​ກຸ່ມ​ນຶ່ງ​
ຈຳນວນ 49 ຄົນ ທີ່​ຖືກ​ດຳ​ເນີນ​ຄະດີ ​ໃນ​ຖານ​ມີ​ສ່ວນ​ກ່ຽວ​ພັນ
​ ກັບ​ການ​ໂຈມ​ຕີ​ ​ດັ່ງກ່າວ ຊຶ່ງ​ລວມທັງ ​ຕຳຫຼວດ 19 ຄົນ ທີ່ຖືກ
​ກ່າວ​ຫາ​ວ່າ ບໍ່​ໄດ້​ຢຸດ​ຢັ້ງການ​ໂຈມຕີ​ນັ້ນ​ ຫລື​ບໍ່​ກໍ​ໄດ້​ມີ​ສ່ວນ​ຮ່ວມ
​ໃນ​ການໂຈມ​ຕີອີກ​ດ້ວຍ.

ໃນ​ວັນ​ພຸດມື້​ນີ້​ເຊັ່ນ​ກັນ ສານ​ນະຄອນຫລວງ​ກາ​ບູລ ຍັງ​ໄດ້​ຕັດສິນລົງ​ໂທດຈຳ​ຄຸກ ​ຈຳ​ເລີຍ
​ອີກ 8 ຄົນ ​ເປັນ​ເວລາ 16 ປີ.

​ການ​ກ່າວ​ຫາ ທີ່​ບໍ່​ມີ​ມູນຄວາມ​ຈິງ ຕໍ່​ຜູ້​ເຄາະ​ຮ້າຍ ນາງ Farkhuda ​ ວ່າ ນາງ​ໄດ້​ທຳລາຍ
ພະຄຳ​ພີ​ ​Quran ຂອງສາສະໜາອິສລາມ ​ໄດ້​ເປັນ​ເຫດ​ກໍ່​ໃຫ້​ເກີດ​ການ​ໂຈມ​ຕີ ທີ່​ໂຫດຮ້າຍ
ຕໍ່ຜູ້ກ່ຽວ ​ໃນ​ໃຈກາງ​ນະຄອນຫລວງ ຂອງ​ອັຟກາ​ນິສຖານ ​ເມື່ອ​ວັນ​ທີ 19 ​ມີນາ​ຜ່ານ​ມາ.

ພາບ​ວີ​ດີ​ໂອ ຂອງ​ການ​ໂຈມ​ຕີ​ດັ່ງກ່າວ ​ສະ​ແດງ​ໃຫ້​ເຫັນພວກຄົນ​ຈຳນວນ​ນຶ່ງ ທຸບ​ຕີ ນາງ
Farkhuda ​ແລະ ​ເອົາ​ລົດ​ແລ່ນ​ຢຽບນາງ ກ່ອນ​ຈະ​ເອົາ​ໄຟ​ເຜົາ​ນາງ. ຕໍ່​ຈາກ​ນັ້ນ ພວກ​ເຂົາ
​ເອົາ​ສົບ​ຂອງນາງ​ຖິ້ມ​ລົງ ​ແມ່​ນ້ຳ​ກາ​ບູລ.

ການ​ຄາດ​ຕະກຳ​ນາງ Farkhuda ກໍ່​ໃຫ້​ເກີດ​ມີ​ການ​ປະ​ທ້ວງ​ໃນ​ອັຟກາ​ນິສຖານ ​ແລະ ​ເຮັດ​
ໃຫ້​ເກີດ​ຄວາມ​ໂກດ​ແຄ້ນ​ ຢ່າງ​ກວ້າງຂວາງ​ໃນ​ແຫ່ງ​ອື່ນໆ. ປະທານາທິບໍດີ ອັຟກາ​ນິສຖານ
ທ່ານ Ashraf Ghani ແລະ ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ປະນາມ​ ການ​ໂຈມ​ຕີ​ດັ່ງກ່າວ.

Afghanistan Trial
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG