ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ເອກະສານລັບ​​ຂອງ​ກອງທັບສະຫະລັດ ຖືກລົງພິມເຜີຍແຜ່


ບັນດາ​ເຈົ້າໜ້າ​ທີ່​ສະຫະ​ລັດ​ແລະ​ປາ​ກິ​ສຖານ ​ໄດ້​ປະນາມ
ການ​ພິມ​ເຜີຍ ແຜ່ເອກະສາ​ນທີ່ຮົ່ວ​ໄຫລ​ອອກ​ມາ ທີ່​ກ່າວ
ກັນ​ວ່າ​ເປັນ​ຄວາມ​ລັບ​ທາງ​ທະຫານ​ຂອງ​ສະຫະລັດ
ກ່ຽວ​ກັບ​ສົງຄາມ​ໃນ​ອັຟກາ​ນິສຖານ.

ເວັບໄຊ້ WikilLeaks ໄດ້ລົງພິມ​ເອກະສານລັບດັ່ງກ່າວ
ຫລາຍສິບ​ພັນ​ສະບັບ ​ໃນວັນອາທິດວານນີ້ ​ແລະ​ເວົ້າວ່າ
ຕົນ​ຍັງ​ມີ​ອີກ​ປະມານ 15 ພັນ​ສະບັບ ທີ່​ຈະ​ນຳ​ອອກ​ພິມ​
ເຜີຍ​ແຜ່ ​“ເວລາ​ໃດ​ທີ່​ສະຖານະ​ການ ດ້ນ​ຄວາມ​ປອດ​ໄພ​
ໃນ​ອັຟກາ​ນິສຖານ ຫາກ​ອຳນວຍ.”

ກ່າວ​ກັນ​ວ່າເອກະສານລັບ​ທີ່ຮົ່ວໄຫລອອກ​ມານັ້ນ ມີໂຮມທັງເອກະສານ ບັນທຶກ
ລາຍລະອຽດກ່ຽວ​ກັບການບຸກ​ເຂົ້າກວດຄົ້ນ​ແລະ​ໂຈມ​ຕີຫລາຍໆບັ້ນ ທີ່ດຳ​ເນີນ
ໂດຍໜ່ວຍປະຕິບັດການລັບພິເສດຂອງສະຫະລັດຕໍ່ຕ້ານ ອັນ​ທີ່​ພວກເຈົ້າໜ້າ​ທີ່
ສະຫະລັດ​ເອີ້ນ​ວ່າ ​“ເປົ້າໝາຍ​ທີ່​ມີ​ຄຸນຄ່າ​ສູງ” ຂອງ ພວກກຸ່ມກະບົດແລະພວກກໍ່
ການຮ້າຍ ​ໃນໄລຍະ​ລະຫວ່າງ​ເດືອນ​ມັງ ກອນ​ປີ 2004 ຫາ​ເດືອນ​ທັນ​ວາປີ 2009.
ການບຸກລຸກກວດຄົ້ນບາງ ເທື່ອນັ້ນ ​ໄດ້ຍັງຜົນໃຫ້ມີການ​ເສຍ​ຊີວິ​ດຂອງພົນລະເຮືອນ
ອັຟການີສ ຖານໂດຍທີ່ບໍ່ເຈດຕະນາ.

ເອກະສານ​ທີ່​ນຳ​ມາ​ລົງ​ພິມ​ນັ້ນ ຍັງ​ໄດ້​ບັນ​ລະ​ຍາຍ​ເຖິງ​ຄວາມ​ວິຕົກຂອງ ສະຫະລັດ
ທີ່​ຢ້ານ​ວ່າ​ໜ່ວຍ​ສືບ​ລັບ​ຂອງ​ປາ​ກິ​ສຖານ​ກຳລັງ​ໃຫ້ການ​ຊ່ວຍ ​ເຫລືອ​ແກ່​ພວກ​ກະບົດ
ໃນ​ອັຟກາ​ນິສຖານ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດປະຈຳທຳນຽບຂາວ ທ່ານ
ເຈມສ໌ ໂຈນສ໌ ໄດ້ປະນາມການ​ພິມເຜີຍແຜ່ເອກະສານ ລັບດັ່ງກ່າວ ຊຶ່ງທ່ານໄດ້ອອກ
ຖະແຫລງການສະບັບນຶ່ງທີ່ເອີ້ນການຮົ່ວ ໄຫລນັ້ນວ່າ “ຂາດຄວາມຮັບຜິດຊອບ”
ແລະເວົ້າອີກວ່າ ເລຶ່ອງນີ້ບໍ່ ແມ່ນແຕ່ຈະເຮັດໃຫ້ທະຫານອາເມລິກັນທັງຫລາຍແລະ
ພວກພາຄີຂອງ ເຂົາເຈົ້າ ຕົກຢູ່ໃນອັນຕະລາຍເທົ່ານັ້ນ ແຕ່ຍັງ​ເປັນໄພຂົ່ມຂູ່ຕໍ່
ຄວາມໝັ້ນຄົງຂອງຊາດນຳ.

XS
SM
MD
LG