ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

5 ຄົນ ເສຍຊີວິດ ໃນການໂຈມຕີ ທາງອາກາດ ຢູ່ ອັຟການິສຖານ


ແຜນທີ່ ອັຟການິສຖານ
ແຜນທີ່ ອັຟການິສຖານ
ບັນດາ​ເຈົ້າ​ໜ້າ​ທີ່ຢູ່​ພາກ​ຕາ​ເວັນ​ອອກ​ຂອງອັ​ຟກາ​ນິສຖານ ກ່າວ​
ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງອົງການ NATO ​ໄດ້ເຮັດ​ໃຫ້
​ພົນລະ​ເຮືອນ​ເສຍ​ຊີວິດຫ້າ​ຄົນ.

ອົງການ​ຂ່າວຝຣັ່ງ ​ໄດ້ອ້າງ​ຄໍາເວົ້າພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖີ່​ນ ທີ່​
ກ່າວໃນ​ວັນ​ເສົາ​ມື້​ນີ້​ວ່າ ​ມີເດັກນ້ອຍ​ສາມ​ຄົນຮວມ​ຢູ່​ໃນ​ຈຳນວນ
ຜູ້​ເສຍ​ຊີວິດ ໃນ​ການ​ໂຈມຕີ ຊຶ່ງມີຂຶ້ນໃນ​ຕອນກາງຄືນ​ ທີ່​ແຂວງ
Nangarhar​.

​ເຖິງ​ຢ່າງ​ໃດ​ກໍ​ດີ ​ໂຄສົກ​ຂອງ​ອົງການ NATO ພັນ​ໂທ Will Griffin ກ່າວ​ວ່າ ລາຍ​ງານໃນ​ຂັ້ນຕົ້ນສະ​ແດງ​ໃຫ້ເຫັນ​ວ່າ ບໍ່​ມີ​ພົນລະ​ເຮືອນເສຍ​ຊີວິດ ​ໃນ​ອັນ​ທີ່​ທ່ານເອີ້ນ​ວ່າ “​ເປັນການ​ໂຈມ​ຕີ​ທີ່​ແມ່ນ​ຍໍາ” ນັ້ນ.

ການ​ເສຍ​ຊີວິດ​ຂອງ​ພົນລະ​ເຮືອນ​ ໄດ້​ເປັນແຫ​ລ່ງທີ່​ສ້າງ​ບັນຫາ​ຂັດ​ແຍ້​ງມາ​ເປັນ ​ເວລາ​ດົນ​ນານ​ແລ້ວ ​ລະຫວ່າງລັດຖະບານອັຟກາ​ນິສຖານ ​ແລະກຳລັງ​ຂອງ​ອົງ ການ​ NATO ທີ່​ນຳພາ​ໂດຍສະຫະລັດ ຊຶ່ງ​ໃນ​ເວລາ​ນີ້ພວມ​ຫລຸດ​ກຳລັງ​ທະຫານ ຂອງ​ຕົນ​ລົງ ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພາກັນກະກຽມ ​ເພື່ອ​ຈະຖອນ​ອອກ​ໃນ​ທ້າຍ​ໜ້າ​ນີ້.

​ໃນ​ອີກ​ດ້ານ​ນຶ່ງ​ນັ້ນ ​ໃນ​ວັນ​ເສົາ​ມື້ນີ້ ອົງການ NATO ກ່າວ​ວ່າ ຍາ​ມສັນຍາ​ຈ້າງ ຄົນ​ນຶ່ງ​ໄດ້​ຍິງທະຫານ​ອົງການ NATO ຄົນ​ນຶ່ງ​ຕາຍໃນ​ພາກ​ໃຕ້ອັຟກາ​ນິສຖານ.

ກຳລັງ​ປະສົມ​ນາໆ​ຊາດກ່າວ​ວ່າ ມື​ປືນ​ໄດ້​ຖືກ​ສັງຫານ ​ແລະເຫດ​ຮ້າຍ​ໃນ​ຄັ້ງນີ້ກໍາ ລັງຢູ່
ລະຫວ່າງ​ການສອ​ບສວນ.

XS
SM
MD
LG