ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວອັຟການິສຖານ ປະທ້ວງ ການຈູດເຜົາ ຄໍາພີກູຣານ (ເບິ່ງສະໄລດ໌)


ການປະທ້ວງທີ່ອັຟການິສຖານ.
ວັນທີ 22 ກຸມພາ 2012.
ການປະທ້ວງທີ່ອັຟການິສຖານ. ວັນທີ 22 ກຸມພາ 2012.

ພວກປະຊາຊົນ​ອັຟກາ​ນິສຖານ​ຫລາຍ​ຮ້ອຍ​ຄົນ​ໄດ້​ປະ​ທະ​ກັນ​ກັບພວກຕໍາຫຼວດແລະ​ກໍາລັງ​ຮັກສາ​ຄວາມ​ສະຫງົບ ​ເປັນ​ມື້​ທີ​ສອງ​ຂອງ​ການ​ປະ​ທ້ວງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດ​ແຄ້ນ ​ທີ່​ແນ​ໃສ່​ພວກ​ທະຫານ​ກຸ່ມ​ເນ​ໂຕ້ ທີ່​ກໍາຈັດ​ສໍາ​ເນົາ​ຄໍາ​ພີ Quran ​ແບບ​ບໍ່​ຖືກຕ້ອງ​ເໝາະ​ສົມ​ນັ້ນ.

ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ​ພາກັນ​ແກວ່ງ​ກ້ອນ​ຫິນ​ໃສ່​ຕໍາຫລວດແລະ​ຮ້ອງ​ໂຮ​ວ່າ ຂໍໃຫ້​ອາ​ເມຣິກາ​ຈົ່ງ​ພິນາດ ​ໃນ​ລະຫວ່າງ​ການ​ເດີນຂະ​ບວນປະ​ທ້ວງໃນ​ວັນ​ພຸດ​ມື້​ນີ້​ຢູ່​ນອກ​ກຸງ​ຄາ​ບູລ ​ໃນ​ຂະນະ​ດຽວ​ກັນ​ກໍ​ມີ​ການ​ເດີນ​ຂະ​ບວນປະ​ທ້ວງ​ຢູ່​ໃນ​ແຫ່ງ​ນຶ່ງ​ອີກ​ໃນ​ນະຄອນຫລວງ​ກຸງ​ຄາບູລນັ້ນ.

ປະຊາຊົນ​ຢ່າງ​ໜ້ອຍ 10 ຄົນ​ເສຍ​ຊີວິດ​ເວລາ​ພວກ​ກໍາລັງ​ຮັກສາ​ຄວາມສະຫງົບ​ຍິງ​ປືນໃສ່​ພວກ​ປະ​ທ້ວງໃນ​ຄວາມ​ພະຍາຍາມ​ເພື່ອ​ຂັບ​ໄລ່​ໃຫ້​ພວກ​ເຂົາ​ເຈົ້າ​ແຕກ​ໜີ​ໄປ​ນັ້ນ.

ສະຖານທູດ​ສະຫະລັດ​ປະກາດ​ໃຫ້​ຮູ້​ວ່າ ຕົນ​ໄດ້​ສັ່ງ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ສະຖານທູດ​ບໍ່​ໃຫ້​ອອກ​ໄປ​ໃສ​ແລະ​ງົດ​ການ​ເດີນທາງ​ອອກ​ນອກ​ທຸກ​ຢ່າງ.

ມີ​ລາຍ​ງານ​ວ່າ ​ມີການ​ປະ​ທ້ວງ​ເກີດ​ຂຶ້ນ​ໃນ​ແຫ່ງ​ອື່ນໆໃນ​ຫລາຍ​ພາກສ່ວນ​ຂອງ​ປະ​ເທດ​ເຊ່ນ​ກັນ ຮວມທັງ​ເມືອງ Jalalabad ​ໃນ​ພາກ​ຕາເວັນ​ອອກ​ຂອງ​ປະ​ເທດ​ ບ່ອນ​ທີ່​ລາຍ​ງານ​ເວົ້າ​ວ່າ ​ພວກ​ຝູງ​ຊົນ​ພາກັນອັດຖະໜົນຫລວງ​ໃຫຍ່​ສາຍ​ນຶ່ງ​ໄວ້.

ຜູ້​ບັນຊາ​ການ​ກໍາລັງ​ທັບ​ນາໆ​ຊາດ ຄື​ນາຍ​ພົນ John Allen ຂອງ​ສະຫະລັດ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ອອກ​ຄໍາ​ຂໍອະ​ໄພ​ໂທດ​ສະບັບ​ນຶ່ງ ແລະ​ໄດ້​ສັ່ງ​ໃຫ້​ທໍາ​ການ​ສືບສວນ​ກ່ຽວ​ກັບ​ລາຍ​ງາຍ​ດັ່ງກ່າວ​ທີ່​ວ່າ ​ພວກກໍາລັງປະສົມ​ໄດ້​ກໍາຈັດ​ປຶ້ມ​ອ່ານ​ກ່ຽວ​ກັບ​ສາສະໜາ​ອິສລາມ​ຮວມທັງ​ປຶ້ມ​ພະ​ຄໍາ​ພີ Quran ຈໍານວນ​ຫລວງຫລາຍ​ຖິ້ມ ຢ່າງ​ບໍ່​ຖືກຕ້ອງ​ເໝາະ​ສົມ​ນັ້ນ.

ເຫດການ​ຕ່າງໆ​ກ່ຽວ​ກັບຂໍ້​ກ່າວ​ຫາ​ທີ່​ວ່າ​ມີ​ການ​ຢຽບ​ຍໍ່າທາງ​ສາສະໜານີ້​ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​. ລາຍ​ງານ​ຂ່າວ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນຢັນ​ກ່າວ​ວ່າ ພວກ​ທະຫານ​ກຸ່ມ​ເນ​ໂຕ້​ ທີ່​ປະ​ຈໍາ​ການ​ຢູ່​ໃນ​ຖານ​ທັບ​ອາກາດ Bagram ຢູ່​ນອກ​ກຸງ​ຄາ​ບູລ ​ໄດ້​ພະຍາຍາມ​ກໍາຈັດ​ປຶ້ມ​ຄໍາ​ພີ Quran ຈໍານວນ​ຫລວງຫລາຍ​ຖິ້ມ​ໂດຍ​ການ​ເອົາ​ໄຟ​ຈູດ​ຖິ້ມ ​ແຕ່​ພວກ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ ​ໄດ້ຢຸດ​ເຂົາ​ເຈົ້າ​ໄວ້.

XS
SM
MD
LG