ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເນໂຕ້ວ່າ ເສັ້ນທາງລໍາລຽງ ຜ່ານປາກິສຖານ ຈະເປີດຄືນໃນໄວໆນີ້


ຫົວໜ້າອົງການເນໂຕ ທ່ານ Anders Fogh Rasmussen (AP Photo/Carolyn Kaster)
ຫົວໜ້າອົງການເນໂຕ ທ່ານ Anders Fogh Rasmussen (AP Photo/Carolyn Kaster)

ຫົວໜ້າອົງການເນໂຕ້ ທ່ານ Anders Fogh Rasmussen ເວົ້າວ່າ ທ່ານມີຄວາມຫວັງ
ວ່າ ​ເສັ້ນທາງລໍາລຽງອາວຸດ ຜ່ານປາກິສຖານໄປຍັງປະເທດເພື່ອນບ້ານອັຟການິສຖານ ຈະຖືກເປີດຄືນອີກໃນໄວໆນີ້.

ທ່ານ Rasmussen ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ໃນ​ວັນ​ພຸດ​ມື້ນີ້ ໃນລະຫວ່າງທີ່ທ່ານຢ້ຽມຢາມ
ອອສເຕຣເລຍ ບໍ່​ເທົ່າ​ໃດມື້ ຫຼັງຈາກທີມງານຂອງພວກເຈລະຈາສະຫະລັດທີມນຶ່ງໄດ້ອອກ
ຈາກປາກິສຖານໄປ ໂດຍທີ່ບໍ່ສາມາດຕົກລົງກັນໄດ້ ກ່ຽວກັບຂໍ້​ຕົກລົງໃໝ່​ໃນ​ເລື່ອງ​ທາງ​ຜ່ານ.

ປາກິສຖານໄດ້ປິດເສັ້ນທາງລໍາລຽງຂອງເນໂຕ້ ໃນເດືອນພະຈິກປີກາຍນີ້ ລຸນຫລັງທີ່ມີ
ການໂຈມຕີຂອງສະຫະລັດ ທີ່ໄດ້ສັງຫານທະຫານປາກິສຖານ 24 ຄົນ ໂດຍບໍ່ໄດ້ຕັ້ງໃຈ
ຢູ່ໃກ້ຊາຍແດນອັຟການິສຖານ. ເຈົ້າໜ້າທີ່ສະຫະລັດ ແລະປາກິສຖານເວົ້າວ່າ ທັງສອງ
ຝ່າຍກໍາລັງທໍາງານຮ່ວມກັນ ເພື່ອແກ້ໄຂບັນຫາດັ່ງກ່າວ.

ທ່ານ Rasmussen ຍັງໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງຂໍ້ຕົກລົງຕ່າງໆ ທີ່ທ່ານໄດ້
ປະກາດໄປ ໃນອາທິດແລ້ວນີ້ ທີ່ຈະໃຫ້ກໍາລັງຂອງເນໂຕ ຖອນອຸບປະກອນອອກໄປໂດຍ
ຜ່ານກາຊັກສະຖານ, ກຽກກິສຖານ ແລະອຸສເບກິສຖານ ໃນເວລາທີ່ສົງຄາມອັຟການິສ
ຖານ ສິ້ນສຸດລົງ.

ປາກິສຖານໄດ້ຮຽກຮ້ອງສະຫະລັດໃຫ້ຂໍອະໄພຕໍ່ຕົນ ທີ່ໄດ້ທໍາການໂຈມຕີ ຢ່າງຮຸນແຮງ
ຂ້າມຊາຍແດນ ແລະຢຸດທໍາການໂຈມຕີທີ່ໃຊ້ຍົນບໍ່ມີຄົນຂັບໃນຜືນແຜ່ນດິນຂອງປາກິສຖານ.

ລັດຖະບານກຸງວໍຊິງຕັນ ໄດ້ປະຕິເສດຕໍ່ຄໍາຮຽກຮ້ອງທັງສອງຢ່າງ ມີແຕ່ສະແດງຄວາມເສຍ
ໃຈ ຕໍ່ການໂຈມຕີໃນເດືອນພະຈິກປີກາຍນີ້ ແລະໄດ້ສືບຕໍ່ທໍາການໂຈມຕີ ໂດຍໃຊ້ຍົນບໍ່ມີຄົນ
ຂັບຢູ່ໃນເຂດຊົນເຜົ່າ ຢູ່ພາກຕາເວັນຕົກສຽງ​ເໜືອຂອງປາກິສຖານ. ສະຫະລັດກ່າວວ່າ
ການໃຊ້ຍົນບໍ່ມີຄົນຂັບທໍາການໂຈມຕີ ແມ່ນເປັນເຄື່ອງມືສໍາຄັນ ໃນການ​ເຮັດສົງຄາມຕ້ານ
ພວກອາລ-ເຄຍດາ ແລະພວກ​ຕາລີບານ.

XS
SM
MD
LG