ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວັນຄົບຮອບ 10 ປີ ໃນສົງຄາມ ຢູ່ອັຟການິສຖານ (ເບິ່ງສະໄລດ໌)


ພວກເດັກນ້ອຍຜູ້ຊາຍອັຟການິສຖານພວມຫຼິ້ນໝາກບານ ຢູ່ເທິງຊາກລົດຫຸ້ມເກາະຄັນນຶ່ງຂອງຣັດເຊຍ ທີ່ນະຄອນ ຫຼວງກາບູລ (6 ຕຸລາ 2011)
ພວກເດັກນ້ອຍຜູ້ຊາຍອັຟການິສຖານພວມຫຼິ້ນໝາກບານ ຢູ່ເທິງຊາກລົດຫຸ້ມເກາະຄັນນຶ່ງຂອງຣັດເຊຍ ທີ່ນະຄອນ ຫຼວງກາບູລ (6 ຕຸລາ 2011)

ວັນສຸກມື້ນີ້ ແມ່ນວັນຄົບຮອບປີທີ 10 ໃນການບຸກເຂົ້າໄປໃນປະເທດອັຟການິສຖານພາຍໃຕ້
ການນຳພາຂອງສະຫະລັດ ທີ່ໄດ້ຂັບໄລ່ພວກຕາລີບານອອກຈາກອຳນາດນັ້ນ. ການບຸກໂຈມ
ຕີທີ່ວ່ານີ້ມີຂຶ້ນບໍ່ຮອດນຶ່ງເດືອນ ຫຼັງຈາກພວກກໍ່ການຮ້າຍໄດ້ທຳການໂຈມຕີຢູ່ສະຫະລັດໃນວັນ
ທີ 11 ກັນຍາປີ 2001.

ອົງການເນໂຕ້ກ່າວວ່າ ແຜນການຂອງຕົນທີ່ຈະມອບໂອນຄວາມຮັບຜິດຊອບໃນການຮັກສາ
ຄວາມສະຫງົບໃຫ້ແກ່ລັດຖະບານອັຟການິສຖານຍັງດຳເນີນໄປເປັນຢ່າງດີ. ກຳລັງປະສົມເລີ່ມ
ມອບໂອນພາລະໜ້າທີ່ໃນການຮັກສາຄວາມສະຫງົບໃຫ້ແກ່ກອງທັບແລະຕຳຫຼວດອັຟການິສ
ຖານເປັນຂັ້ນໆ ຊຶ່ງຈະເຫັນກຳລັງສູ້ລົບຕ່າງປະເທດ ຖອນອອກໄປຈາກອັຟການິສຖານພາຍ
ໃນທ້າຍປີ 2014.

ເລຂາທິການໃຫຍ່ຂອງອົງການເນໂຕ້ທ່ານ Anders Fogh Rasmussen ກ່າວວ່າ ທ່ານ
ເຊື່ອວ່າ ຂັ້ນຕອນໃນການມອບໂອນທີ່ວ່ານີ້ ຈະເປັນໄປຕາມທີ່ໄດ້ວາງໄວ້. ແຕ່ວ່ານັບແຕ່ໄດ້
ມີການເລີ່ມຂັ້ນຕອນດັ່ງກ່າວ ໃນຕົ້ນປີນີ້ ພວກກະບົດໄດ້ທຳການໂຈມຕີເປົ້າໝາຍ ທີ່ມີຄວາມ
ສຳຄັນສູງ ແລະສັງຫານບຸກຄົນສຳຄັນຈຳນວນນຶ່ງ.

ນາຍພົນເບ້ຍບຳນານຂອງກອງທັບບົກສະຫະລັດ Stanley McChrystal ໄດ້ກ່າວຄຳປາ ໄສນຶ່ງມື້ກ່ອນວັນຄົບຮອບ 10 ປີໂດຍເວົ້າວ່າພາລະກິດທີ່ຍຸ່ງຍາກທີ່ສຸດທີ່ຍັງຂວາງໜ້າຢູ່ໃນ
ອັຟການິສຖານ ບາງທີອາດຈະແມ່ນການສ້າງຕັ້ງລັດຖະບານ ທີ່ຖືກຕ້ອງຊອບທຳ ທີ່ສາມັນ
ຊົນຊາວອັຟການິສຖານສາມາດ ໃຫ້ຄວາມເຊື່ອຖື ແລະເປັນແຮງຖ່ວງຕ້ານພວກຕາລີບານ
ໄດ້ນັ້ນ.

ນາຍພົນ McChrystal ຊຶ່ງໄດ້ເປັນຜູ້ບັນຊາການກຳລັງປະສົມ ແຕ່ປີ 2009 ຫາ ປີ 2010 ແລະໄດ້ຖືກບັງຄັບໃຫ້ລາອອກ ຍ້ອນບົດຂຽນຂອງວາລະສານສະບັບນຶ່ງນັ້ນກ່າວວ່າ ສົງຄາມ
ໃນອັຟການິສຖານ ໄດ້ກ້າວເຂົ້າສູ່ຂັ້ນຕອນວິໄສທັດທີ່ໜ້າຕື່ນຕົກໃຈ ໃນປະວັດສາດເມື່ອໄວໆ
ມານີ້ຂອງອັຟການິສຖານ.

ທ່ານ Terry Pattar ທີ່ປຶກສາອະວຸໂສ ຂອງວາລະສານປ້ອງກັນປະເທດ Jane ກ່າວໃນ
ລາຍງານສະບັບນຶ່ງວ່າ ເວລາກຳລັງຈະໝົດລົງໃນການຖອນອອກຈາກອັຟການິສຖານໃນຮູບ
ແບບທີ່ຮັບເອົາໄດ້ທີ່ອາດຈະພິສູດເຖິງຄວາມຖືກຕ້ອງໃນເລື່ອງເວລາ ເງິນແລະຊີວິດທີ່ສູນເສຍ
ໄປ ໃນການຂະຫຍາຍການປະຕິບັດງານຈາກການຕໍ່ຕ້ານພວກກໍ່ການຮ້າຍ ໄປສູ່ການສ້າງສາ
ປະເທດຊາດນັ້ນ.

ປັດຈຸບັນນີ້ ມີກຳລັງນາໆຊາດຫຼາຍກວ່າ 130,000 ຄົນໃນອັຟການິສຖານຊຶ່ງສ່ວນໃຫຍ່ແລ້ວ
ແມ່ນທະຫານອະເມຣິກັນ.

XS
SM
MD
LG