ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ບັນຊາການສູງສຸດ ສຫລ ໃນອັຟການີສຖານ ໂກດແຄ້ນຫຼາຍ ກ່ຽວກັບ ການໂຈມຕີພາຍໃນ


ນາຍພົນ John Allen ຜູ້ບັນຊາການສູງສຸດ ກອງທັບສະຫະລັດ
ໃນອັຟການີສຖານ.
ນາຍພົນ John Allen ຜູ້ບັນຊາການສູງສຸດ ກອງທັບສະຫະລັດ ໃນອັຟການີສຖານ.
ຜູ້ບັນຊາການສູງສຸດຂອງສະຫະລັດໃນອັຟການີສຖານ ກ່າວວ່າ
ທ່ານໂກດແຄ້ນຫຼາຍທີ່ສຸດ ກ່ຽວກັບການໂຈມຕີກໍາລັງທະຫານ
ຂອງຝ່າຍຕາເວັນຕົກ ໂດຍພວກທະຫານແລະຕໍາຫຼວດອັຟກາ
ນີສຖານ ໃນອັນທີ່ເອີ້ນວ່າ ການໂຈມຕີກັນເອງຢູ່ວົງໃນ ນັ້ນ.

ນາຍພົນ John Allen ກ່າວໃນຕອນໃຫ້ສໍາພາດກັບລາຍການ
60 ນາທີຂອງໂທລະພາບຊ່ອງ CBS ທີ່ມີກໍານົດອອກອາກາດ
ໃນຕອນແລງວັນອາ ທິດມື້ນີ້ ຫລືເຊົ້າມື້ອື່ນທີ່ປະເທດລາວນັ້ນ ວ່າ “ພວກເຮົາພ້ອມທີ່ຈະອຸທິດຕົນຫຼາຍທີ່ສຸດ ໃຫ້ແກ່ການປະຕິບັດ
ການທາງທະຫານອັນນີ້ ແຕ່ພວກເຮົາກໍບໍ່ເຕັມໃຈ ທີ່ຈະຖືກຄາດ
ຕະກໍາໃນເລຶ່ອງນີ້.”

ນາຍພົນ Allen ກ່າວວ່າ ທ່ານເຊື່ອວ່າ ຄືກັນກັບທີ່ລະເບີດທີ່ເຮັດ
ຢູ່ບ້ານ ໄດ້ກາຍມາເປັນ ອາວຸດສັນຍະລັກຂອງສົງຄາມອີຣັກ “ການໂຈມຕີສັນຍາລັກຢູ່ໃນອັຟການີສຖານ ທີ່ພວກເຮົາເລີ່ມ
ເຫັນນັ້ນ ຈະແມ່ນການໂຈມຕີພາຍໃນກັນເອງ.”

ໃນອັນທີ່ສົງໄສວ່າ ເປັນການໂຈມຕີພາຍໃນບັ້ນລ່າສຸດນັ້ນ ທະຫານສະຫະລັດຄົນນຶ່ງ ແລະພະນັກງານສັນຍາຈ້າງພົນລະເຮືອນຕ່າງປະເທດຄົນນຶ່ງ ຖືກສັງຫານ ເມື່ອຕອນບ່າຍ ວັນເສົາວານນີ້ ທີ່ແຂວງ Wardak ທາງພາກຕາເວັນອອກຂອງອັຟການີສຖານ ແລະຢ່າງ ໜ້ອຍທະຫານອັຟການີສຖານສອງຄົນ ຖືກສັງຫານເຊັ່ນດຽວກັນ.

ຫົວໜ້າກຸ່ມຕາລີບານບອກ CBS ວ່າ ການໂຈມຕີຢູ່ວົງໃນກັນນັ້ນ ແມ່ນສ່ວນນຶ່ງຂອງ ຍຸດທະສາດໃໝ່ທາງທະຫານຂອງກຸ່ມຕາລິບານ. ຜູ້ກ່ຽວເວົ້າອີກວ່າ ກຸ່ມຕາລີບານມີ ສະມາຊິກແຊກຊ້ອນ ຢູ່ໃນທັງວົງການຕໍາຫລວດແລະທະຫານຂອງອັຟການີສຖານ.
XS
SM
MD
LG