ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທະຫານ ອັຟການິສຖານ ສັງຫານ ກຳລັງປະສົມ 4 ຄົນ


ທະຫານຝຣັ່ງ ທີ່ປະຕິບັດງານ ໃນອັຟການິສຖານ (20 ມັງກອນ 2012)
ທະຫານຝຣັ່ງ ທີ່ປະຕິບັດງານ ໃນອັຟການິສຖານ (20 ມັງກອນ 2012)

ອົງການ​ເນ​ໂຕ້​ກ່າວ​ວ່າ ທະຫານ​ກອງທັບ​ແຫ່ງ​ຊາດ​ຄົນ​ນຶ່ງ​ຂອງ​ອັຟກາ​ນິສຖານໄດ້​ສັງຫານ
ທະຫານ​ກຳລັງ​ປະສົມ 4 ຄົນ.

ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ຂອງ​ອັຟກາ​ນິສຖານ ກ່າວ​ວ່າ ພວກ​ທະຫານ​ທີ່​ເສຍ​ຊີວິດ
ແມ່ນ​ເປັນ​ຄົນ​ຝຣັ່ງ. ​ເຈົ້າໜ້າ​ທີ່​ອັຟກາ​ນິສຖານ​ເວົ້າວ່າ ມີ​ຢ່າງ​ນ້ອຍ 16 ຄົນ​ໄດ້​ຮັບ​ບາດ​ເຈັບ
ໃນ​ການ​ໂຈມ​ຕີທີ່​ມີ​ຂຶ້ນ​ໃນ​ພາກ​ຕາ​ເວັນ​ອອກຂອງ​ອັຟກາ​ນິສຖານ​ໃນ​ວັນ​ສຸກ​ມື້ນີ້.

ອົງການ​ເນ​ໂຕ້​ກ່າວວ່າ ຜູ້​ຕ້ອງ​ສົງ​ໄສ​ວ່າ​ເປັນມື​ປືນໄດ້​ຖືກ​ເຈົ້າໜ້າ​ທີ່​ຈັບ​ໂຕ​ໄວ້​ແລ້ວ.

ຂະນະ​ດຽວ​ກັນ ​ເຮືອບິນ​ເຮຣີຄອບ​ເຕີ້ລຳ​ນຶ່ງ​ຂອງ​ກຳລັງ​ທະຫານ​ນາໆ​ຊາດ​ໃນ​ອັຟກາ​ນິສ
ຖານ​ໄດ້​ປະສົບ​ອຸບ​ປະຕິ​ເຫດ​ຕົກ​ຢູ່​ໃນ​ພາກ​ໃຕ້​ຂອງ​ປະ​ເທດໃນ​ວັນ​ພະຫັດວານ​ນີ້ ​ເຮັດ​ໃຫ້​
ທະຫານ​ເນ​ໂຕ້ 6 ຄົນ​ເສຍ​ຊີວິດ.

ໂຄສົກ​ໄດ້​ປະ​ກາດ​ໃຫ້​ຊາບ​ກ່ຽວ​ກັບ​ອຸບ​ປະຕິ​ເຫດ​ດັ່ງກ່າວ ​ໃນ​ຕອນ​ເຊົ້າຂອງວັນ​ສຸກ​ມື້ນີ້​
ແລະ​ກ່າວ​ວ່າ ບໍ່​ມີ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ກະບົດ​ແຕ່​ຢ່າງ​ໃດຢູ່​
ໃນ​ບໍລິ​ເວນ​ທີ່​ເຮືອບິນ​ເຮຣີຄອບ​ເຕີ້ຕົກ.

ສາ​ເຫດ​ທີ່​ພາ​ໃຫ້​ເຮືອບິນ​ເຮຣີຄອບ​ເຕີ້​ລຳ​ນີ້ຕົກພວມ​ມີ​ການ​ສືບສວນ​ກັນ​ຢູ່.

XS
SM
MD
LG