ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ໂຈມຕີ ໃນອັຟການິສຖານ ຍິງສັງຫານ ທະຫານເນໂຕ້


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ອົງການ​ເນ​ໂຕ້​ກ່າວ​ວ່າ ຜູ້​ໂຈມ​ຕີ​ຄົນ​ນຶ່ງ​ທີ່​ໃສ່​ເຄື່ອງ​ແບບ​ທະຫານ​ອັຟກາ​ນິສຖານໄດ້​ຍິງ​ປືນ​ເຂົ້າ
​ໃສ່​ກຳລັງ​ປະສົມ ​ເປັນ​ເຫດ​ໃຫ້​ທະຫານກຳລັງ​ປະສົມ​ຄົນ​ນຶ່ງ​ເສັຍ​ຊີວິດ.

ກຸ່ມ​ພັນທະ​ມິດ​ເນ​ໂຕ້​ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ວັນ​ສຸກ​ມື້ນີ້ ​ໃນ​ພາກຕາ​ເວັນ​ອອກ​
ຂອງ​ອັຟກາ​ນິສຖານ.

ຖະ​ແຫຼງການ​ຂອງ​ອົງການ​ເນ​ໂຕ້​ບໍ່​ໄດ້​ລະບຸ​ໃຫ້​ຊາບ​ວ່າ​ທະຫານ​ທີ່​ຕາຍ​ເປັນ​ຄົນຊາດ​ໃດ. ນອກ
​ນັ້ນກໍ​ບໍ່​ມີ​ຂ່າວ​ຄາວ​ໃດໆເທື່ອກ່ຽວ​ກັບສະພາບ​ຂອງ​ມື້ປືນ​ຄົນ​ນີ້.

ອົງການ​ຂ່າວ​ເອພີລາ​ຍງານ​ວ່າ ກຸ່ມ​ຕາ​ລີ​ບານ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນການ​ໂຈມ​ຕີມື້
ນີ້.

​ເຫດ​ຮ້າຍ​ດັ່ງກ່າວ ແມ່ນນຶ່ງ​ໃນ​ການ​ໂຈມ​ຕີ​ຫຼາຍໆ​ຄັ້ງ​ເມື່ອ​ບໍ່​ດົນ​ຜ່ານມານີ້ທີ່​ທະຫານ​ອັຟກາ​ນິສ
ຖານ​ ຫຼືບໍ່​ກໍ​ພວກ​ກະບົດ​ປອມ​ໂຕ​ເປັນ​ທະຫານ​ອັຟກາ​ນິສຖານ ຍິງປືນ​ເຂົ້າ​ໃສ່​ທະຫານ​ອົງການ​
ເນ​ໂຕ້.

​ໃນຕົ້ນ​ເດືອນ​ນີ້ ອົງການ​ເນ​ໂຕ້​ກ່າວ​ວ່າ ກຳລັງ​ປະສົມ​ໄດ້​ສັງຫານ​ຜູ້​ຊາຍ​ຄົນ​ນຶ່ງທີ່​ໃສ່​ເຄື່ອງ​ແບບ​
ທະຫານ​ອັຟກາ​ນິສຖານຫຼັງຈາກ​ຊາຍ​ຄົນ​ນີ້​ໄດ້​ຍິງ​ປືນ​ເຂົ້າ​ໃສ່ທະຫາ​ນ​ກຳລັງ​ປະສົມ​ຈຸ​ນຶ່ງຊຶ່ງ​ເປັນ
​ເຫດ​ໃຫ້​ທະຫານ​ຄົນ​ນຶ່ງ​ເສຍ​ຊີວິດ.

​ໃນ​ເດືອນ​ເມສາ​ຜ່ານ​ມາ ທະຫານ​ອັຟກາ​ນິສຖານ​ອີກ​ຄົນ​ນຶ່ງ​ກໍ​ໄດ້​ຍິງ​ສັງຫານ​ທະຫານ​ອະ​ເມຣິ
ກັນ ທີ່​ແຂວງ​ການ​ດາ​ຮາ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ.

​ເຫດ​ຮ້າຍ​ເຫຼົ່ານີ້ພາ​ໃຫ້​ມີ​ຄວາມ​ວິຕົກ​ກັງວົນ ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຢູ່​ໃນ​ອັຟການິສຖານ​ໃນ
​ເວລາ​ທີ່​ກຳລັງ​ສູ້​ລົບ​ຂອງ​ນາໆ​ຊາດ​ພວມ​ກະກຽມ​ທີ່​ຈະ​ຖອນ​ອອກ​ໄປຈາກ​ປະ​ເທດ​ດັ່ງກ່າວ.

ກຳລັງ​ນາໆ​ຊາດ​ມີ​ກຳນົດ​ທີ່​ຈະ​ມອບ​ໂອນ​ຄວາມ​ຮັບຜິ​ດຊອ​ບ ​ໃຫ້​ແກ່​ທະຫານ​ອັຟກາ​ນິສຖານ​
ພາຍ​ໃນ​ປີ 2014 ຊຶ່ງ​ເປັນ​ກຳນົດ​ເສັ້ນຕາຍ​ໃນ​ການ​ຖອນ​ທະຫານ​ນາໆ​ຊາດ.

XS
SM
MD
LG