ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັຟການິສຖານ ສືບສວນ ການຍິງຈະຫຼວດ ໂຈມຕີ ພິທີິແຕ່ງງານ


ພົນລະເຮືອນອັຟການິສຖານ ທີ່ໄດ້ຮັບບາດເຈັບຢູ່ເທິງລົດໂຮງໝໍ ຂະນະທີ່ຖືກສົ່ງໄປປິ່ນປົວ ທີ່ໂຮງໝໍ ແຂວງ Helmand (31 ທັນວາ 2014)
ພົນລະເຮືອນອັຟການິສຖານ ທີ່ໄດ້ຮັບບາດເຈັບຢູ່ເທິງລົດໂຮງໝໍ ຂະນະທີ່ຖືກສົ່ງໄປປິ່ນປົວ ທີ່ໂຮງໝໍ ແຂວງ Helmand (31 ທັນວາ 2014)

ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ຕຳຫຼວດພວມທຳການສືບສວນ
ກ່ຽວກັບການຍິງຈະຫຼວດລູກນຶ່ງ ທີ່ຕົກໃສ່ແຂວງ Helmand ໃນ
ພາກໃຕ້ຂອງປະເທດ ທີ່ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 26 ຄົນ
ໃນພິທີແຕ່ງງານ ຊຶ່ງຫຼາຍໆຄົນໃນນັ້ນ ເປັນແມ່ຍິງແລະເດັກນ້ອຍ.

ນອກນັ້ນ ຍັງມີຜູ້ໄດ້ຮັບບາດເຈັບອີກ ບໍ່ຕ່ຳກວ່າ 50 ຄົນ ໃນການ
ໂຈມຕີທີ່ມີຂຶ້ນ ໃນວັນພຸດວານນີ້.

ຕຳຫຼວດເວົ້າວ່າ ຈະຫຼວດລູກນີ້ປາກົດວ່າໄດ້ຍິງມາຈາກດ່ານກວດ
ຂອງທະຫານແຫ່ງນຶ່ງ ທີ່ຢູ່ໃກ້ໆນັ້ນ.

ວັນພະຫັດມື້ນີ້ເປັນວັນທີ່ເຈົ້າໜ້າທີ່ອັຟການິສຖານເຂົ້າກຳຄວາມຮັບຜິດຊອບໃນການຮັກ ສາຄວາມປອດໄພ ຂອງຕົນໂດຍເຕັມ ພ້ອມ​ກັບທີ່ສະຫະລັດ ແລະອົງການເນໂຕ້ ສິ້ນສຸດ ການປະຕິບັດໜ້າທີ່ໃນການສູ້ລົບ ຢູ່ໃນປະເທດດັ່ງກ່າວ.

ມີເຈົ້າໜ້າທີ່ສະຫະລັດແລະອົງການເນໂຕ້ ປະມານ 12,000 ຄົນ ຍັງຈະຢູ່ໃນອັຟການິສ
ຖານ ເພື່ອໃຫ້ການເຝິກແອບ ແນະນຳ ແລະຊ່ອຍເຫຼືອເຈົ້າໜ້າທີ່ຕຳຫຼວດ ແລະທະຫານ ອັຟການິສຖານ.

ກຸ່ມຕາລີບານໄດ້ອ້າງເອົາໄຊຊະນະໃນການເຮັດສົງຄາມທີ່ຍືດເຍື້ອມາເປັນເວລາ 13 ປີ ກັບທະຫານປະເທດຕາເວັນຕົກແລະອັຟການິສຖານ.

ມີທະຫານຕ່າງປະເທດເກືອບ 3,500 ຄົນໄດ້ເສຍຊີວິດແລະຫຼາຍກວ່າ 2,200 ຄົນແມ່ນ ເປັນຊາວອາເມຣິກັນ.

ສະຫະລັດໄດ້ບຸກເຂົ້າໄປໃນອັຟການິສຖານ ເພື່ອໂຄ່ນລົ້ມພວກຕາລີບານທີ່ໃຫ້ບ່ອນພັກ ພາອາໄສ ແກ່ກຸ່ມກໍ່ການຮ້າຍ ອາລກາອີດາ ທີ່ເປັນຜູ້ບົງການ ການໂຈມຕີກໍ່ການຮ້າຍຕໍ່​ສະຫະລັດ ເມື່ອວັນທີ 11 ກັນຍາປີ 2001ນັ້ນ.

AFGHANISTAN VO
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG