ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Hagel ໄປຢ້ຽມຢາມ ອັຟການິສຖານ ແບບບໍ່ປະກາດ ໃຫ້ຊາບລ່ວງໜ້າ


ລັດຖະມົນຕີກະຊວງປ້ອງກັນປະເທດ ສຫລ ທ່ານ Chuck Hagel ຈັບມືກັບທະຫານອາກາດ 2 ຄົນ ກ່ອນຂຶ້ນເຮືອບິນ ໄປຕ່າງປະເທດ ທີ່ຖານທັບຮ່ວມ Andrews ລັດ Maryland (5 ທັນວາ 2014)
ລັດຖະມົນຕີກະຊວງປ້ອງກັນປະເທດ ສຫລ ທ່ານ Chuck Hagel ຈັບມືກັບທະຫານອາກາດ 2 ຄົນ ກ່ອນຂຶ້ນເຮືອບິນ ໄປຕ່າງປະເທດ ທີ່ຖານທັບຮ່ວມ Andrews ລັດ Maryland (5 ທັນວາ 2014)

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Chuck
Hagel ເດີນທາງໄປເຖິງອັຟການິສຖານໂດຍບໍ່ມີການປະກາດ
ໃຫ້ຊາບລ່ວງໜ້າ ໃນການຢ້ຽມຢາມ ຄັ້ງສຸດທ້າຍ ໃນຖານະຫົວ
ໜ້າຂອງທຳນຽບຫ້າແຈ.

ກ່ອນລົງຈອດທີ່ນະຄອນຫຼວງກາບູລໃນວັນເສົາມື້ນີ້ທ່ານ Hagel
ກ່າວຕໍ່ພວກນັກຂ່າວວ່າ ທ່ານມີຄວາມເຊື່ອໝັ້ນວ່າ ກຳລັງຮັກສາ ຄວາມປອດໄພຂອງອັຟການິສຖານມີຄວາມສາມາດພຽງພໍ ທີ່ຈະ ປ້ອງກັນນະຄອນຫຼວງຈາກການໂຈມຕີຂອງກຸ່ມຕາລີບານໄດ້.

ເປັນທີ່ຄາດກັນວ່າ ທ່ານ Hagel ຊຶ່ງຈະອອກຈາກຕຳແໜ່ງ ໃນ
|ອີກບໍ່ດົນນີ້ ຈະພົບປະກັບບັນດາເຈົ້າໜ້າທີ່ອະວຸໂສຂອງອັຟການິສຖານແລະໂອ້ລົມກັບ ພວກທະຫານອາເມຣິກັນ ທີ່ຍັງປະຈຳການຢູ່ໃນປະເທດດັ່ງກ່າວ ຫລັງຈາກການເຮັດສົງ ຄາມພາຍໃຕ້ການນຳພາຂອງອົງການເນໂຕ້ມາເປັນເວລາ 13 ປີ.

ການປະຕິບັດງານໃນການສູ້ລົບຂອງອົງການເນໂຕ້ ຈະສິ້ນສຸດລົງໃນວັນທີ 31 ທັນວານີ້ ແລະທະຫານປະມານ 12,500 ຄົນ ກໍຈະເຂົ້າຮັບໜ້າທີ່ໃໝ່ໃນການໃຫ້ຄວາມສະໜັບສະ ໜຸນແທນ ໂດຍຈະສະໜອງການເຝິກແອບແລະໃຫ້ການສະໜັບສະໜຸນແກ່ກຳລັງຮັກສາ ຄວາມປອດໄຟຂອງອັຟການິສຖານ.

ໃນວັນສຸກວານນີ້ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ແຕ່ງຕັ້ງ ໃຫ້ທ່ານ Ashton Carter ທີ່ມີປະສົບພະການໃນການເຮັດວຽກຢູ່ທີ່ທຳນຽບຫ້າແຈ ມາເປັນເວລາ ດົນນານແລ້ວນັ້ນ ເຂົ້າຮັບໜ້າທີ່ແທນທ່ານ Hagel ເປັນລັດຖະມົນຕີປ້ອງກັນປະເທດຄົນ ຕໍ່ໄປຂອງສະຫະລັດ.

U.S. Defense Secretary Chuck Hagel has arrived in Afghanistan on an unannounced final visit as the Pentagon chief.

Before landing in Kabul Saturday, Hagel told reporters that he had confidence Afghan security forces have the capacity to defend the capital from ongoing Taliban attacks.

Hagel, who will step down from office shortly, is expected to meet with senior Afghan officials and talk to those U.S. troops still deployed in the country after 13 years of the NATO-led war.

NATO's combat mission will end on December 31 and will be replaced by a support mission of around 12,500 soldiers who will provide training and support for the Afghan security forces.

U.S. President Barack Obama on Friday named Ashton Carter, who has long experience working in the Pentagon, to replace Hagel as defense secretary.

XS
SM
MD
LG