ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອັຟການິສຖານ ຄວນຫຼຸດໂທດ ໃຫ້ແກ່ທະຫານ ທີ່ຖືກຕັດສິນ ປະຫານຊີວິດ


ກຸ່ມປົກປ້ອງສິດທິມະນຸດ ທີ່ສໍາຄັນກູ່ມນຶ່ງກ່າວວ່າ ລັດຖະບານ ອັຟການິສຖານ ຄວນຈະລົດໂທດປະຫານຊີວິດ ໃຫ້ແກ່ທະຫານ ອັຟການີສຖານ ທີ່ສັງຫານທະຫານຝຣັ່ງ 5 ຄົນ.
ກຸ່ມປົກປ້ອງສິດທິມະນຸດ ທີ່ສໍາຄັນກູ່ມນຶ່ງກ່າວວ່າ ລັດຖະບານ ອັຟການິສຖານ ຄວນຈະລົດໂທດປະຫານຊີວິດ ໃຫ້ແກ່ທະຫານ ອັຟການີສຖານ ທີ່ສັງຫານທະຫານຝຣັ່ງ 5 ຄົນ.

ກຸ່ມປົກ​ປ້ອງ​ສິດທິ​ມະນຸດທີ່​ສຳຄັນ​ກຸ່ມ​ນຶ່ງ​ກ່າວ​ວ່າ ລັດຖະບານອັຟກາ​ນິສຖານ ຄວນ​ຈະ​ລົດ
​ໂທດ​ປະຫານ​ຊີວິດ ໃຫ້​ແກ່ທະຫານອັ​ຟກາ​ນິສຖານ ທີ່​ຖືກ​ພົບ​ເຫັນ ວ່າມີ​ຄວາມ​ຜິດໃນ​ການ
​ສັງຫານທະຫານ​ຝຣັ່ງ 5 ຄົນ​ ໃນ​ຕົ້ນ​ປີ​ນີ້.

ກຸ່​ມປົກ​ປ້ອງສິດ​ທິມະ​ນຸດ Human Rights Watch ກ່າວ​ໃນ​ວັນ​ພຸດ​ນີ້​ວ່າ ຝຣັ່ງຄວນ​ຂໍຮ້ອງ
​ຢ່າງເປັນ​ທາງ​ການ ໃຫ້ລັດຖະບານອັ​ຟກາ​ນິສຖານຫຼຸດ​ໂທດ ປະຫານ​ຊີວິດດັ່ງກ່າວ.

ກຸ່ມດັ່ງກ່າ​ວໃຫ້​ຂໍ້ສັງ​ເກດວ່າ ຝຣັ່ງ​ໄດ້​ລົບ​ລ້າງໂທດ​ປະຫານ​ຊີວິດ​ແລະ​ໄດ້​ໂຄສະ ນາ​ໃຫ້​ທົ່ວໂລກ​
ພາກັນ​ລົບ​ລ້າງ​ໂທດ​ນີ້​ເຊັ່ນ​ດຽວ​ກັນ.

ບັນດາ​ເຈົ້າ​ໜ້າ​ທີ່ຂອງກຸ່ມປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ຮ້ອງ​ການລົງ​ໂທດ
​ປະຫານ​ຊີວິດນີ້ວ່າ “​ເປັນ​ການ​ປະຕິບັດ​ທີ່ໂຫດຮ້າຍ” ບໍ່​ຄວນ​ນໍາ​ມາ​ໃຊ້​ເລີຍ ເຖິງ​ແມ່ນມັນ​ຈະ​ເປັນ
“ຄວາມ​ຜິດ​ທີ່​ໂຫດຫ້ຽມ” ດັ່ງ​ເຫດການ​ນີ້ກໍ​ຕາມ.

​ໃນ​ວັນ​ອັງຄາ​ນຜ່ານ​ມານີ້ ສານ​ທະຫານອັຟກາ​ນິສຖານ ​ໄດ້​ສັ່ງໃຫ້ປະຫານ​ຊີວິດ​ນາຍ Abdul
Sabor ດ້ວຍ​ການ​ແຂວນ​ຄໍ​ໃນ​ຖານສັງຫານທະ​ຫານ​ຝຣັ່ງ 5 ຄົນ ໃນ​ລະຫວ່າງທີ່ມີ​ການ​ຊ້ອມ​
ລົບ​ຮ່ວມ​ກັນ​ໃນ​ເດືອນ​ມັງກອນ​ຕົ້ນປີນີ້.

ການ​ຍິງ​ກັນ​ທີ່​ແຂວງ Kapisa ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນິສຖານ ​ໄດ້​ສັງຫານ​ທະຫານ
ຝຣັ່ງ 4 ຄົນ​ແລະອີກ 15 ຄົນໄດ້​ຮັບ​ບາດ​ເຈັບ ຮວມ​ທັງຄົນນຶ່ງ ທີ່​ໄດ້​ເສຍ​ຊີວິດໃນ​ເວລາຕໍ່​ມາ​ຍ້ອນ
​ທົນ​ພິດ​ບາດ​ແຜ​ບໍ່​ໄດ້.

​ເຫດການ​ດັ່ງກ່າວ​ໄດ້ຊ່ວຍເຮັດໃຫ້ປະທານາທິບໍດີຝຣັ່ງ ທ່ານ Francois Hollande ​ເລັ່ງລັດ
ການ​ຖອນ​ກຳລັງສູ້​ລົບຂອງ​ຝຣັ່ງ ທີ່ຢູ່​ພາຍ​ໃຕ້​ການ​ນຳພາ ຂອງອົງການ NATO ອອກຈາກ
ອັ​ຟກາ​ນິສຖານ​ໄວ​ຂຶ້ນ.

ກໍາລັງ​ທະ​ຫານ​ຝຣັ່ງ ຊຶ່ງ​ໃຫ່ຍເປັນ​ອັນ​ດັບ​ຫ້າ​ຂອງ​ກຳລັງ​ປະສົມ​ນັ້ນ ມີກໍານົດ​ທີ່​ຈະ​ຖອນອອກ​ຈາກ
​ອັຟກາ​ນິສຖານ​ໃນ​ທ້າຍ​ປີ​ນີ້.​

XS
SM
MD
LG