ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

9 ຄົນເສຍຊີວິດ ໃນການ ໂຈມຕີ ຢູ່ອັຟການິສຖານ


ຕຳຫຼວດອັຟການິສຖານ ກວດເບິ່ງລົດທີ່ໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີສະລະຊີບ ທີ່ແຂວງ Khost (18 ກຸມພາ 2011)
ຕຳຫຼວດອັຟການິສຖານ ກວດເບິ່ງລົດທີ່ໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີສະລະຊີບ ທີ່ແຂວງ Khost (18 ກຸມພາ 2011)

ເຈົ້າໜ້າທີ່ອັຟການິສຖານ ກ່າວວ່າ ການໂຈມຕີດ້ວຍລະ
ເບີດລົດສະລະຊີບ ຢູ່ທີ່ ເມືອງ Khost ໃນພາກຕາເວັນ
ອອກອັຟການິສຖານ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 9
ຄົນແລະໄດ້ຮັບບາດເຈັບອີກປະມານ 30 ຄົນ.

ຜູ້ບັນຊາການຕຳຫຼວດຂອງແຂວງ Khost ທ່ານ Abdul
Hakim Esaaqzai ກ່າວວ່າ ມີຕຳຫຼວດຢ່າງນ້ອຍ 2
ຄົນເສຍຊີວິດ ໃນເຫດລະເບີດທີ່ເກີດຂຶ້ນໃນຕອນເຊົ້າຂອງ
ວັນສຸກມື້ນີ້ ທີ່ແນເປົ້າໝາຍໃສ່ປ້ອມຕຳຫຼວດນັ້ນ.

ນອກນັ້ນແລ້ວໃນວັນສຸກມື້ນີ້ອົງການເນໂຕ້ຍັງເວົ້າວ່າ ທະ
ຫານຂອງຕົນຄົນນຶ່ງໄດ້ເສຍຊີວິດລຸນຫຼັງທີ່ໄດ້ເກີດເຫດລະ
ເບີດຢູ່ທີ່ພາກໃຕ້ອັຟການິສຖານ.

ສ່ວນທະຫານຂອງອົງການເນໂຕ້ອີກຄົນນຶ່ງໄດ້ເສຍຊີວິດໃນການໂຈມຕີຂອງ ພວກກະບົດໃນ
ວັນພະຫັດວານນີ້ ຢູ່ໃນພາກຕາເວັນອອກຂອງອັຟການິສຖານ.

ອົງການເນໂຕ້ບໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບສັນຊາດຂອງທະຫານທັງສອງຄົນທີ່ ເສຍຊີວິດ.

XS
SM
MD
LG