ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຮອງ​ລັດຖະມົນຕີ ​ກະຊວງ​ໂຍທາ​ທິການ ​ອັຟກາ​ນີສຖານ ​ຖືກ​​ລັກ​ພາ​ຕົວ​​ໄປ


ນະຄອນຫຼວງ ກາ​ບູລ, ອັຟກາ​ນີສຖານ
ນະຄອນຫຼວງ ກາ​ບູລ, ອັຟກາ​ນີສຖານ
ຮອງ​ລັດຖະມົນຕີ​ກະຊວງ​ໂຍທາ​ທິການ​ຂອງອັຟກາ​ນີສຖານ ​
ໄດ້​ຖືກ​ມື​ປືນ ​ລັກ​ພາ​ຕົວໄປ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ການ​ລັກ
ພາ​ໂຕ​ບຸກຄົນ​ ທີ່​ມີ​ຊື່​ສຽງ​ຂອງ​ປະ​ເທດ ເທື່ອ​ຫລ້າ​ສຸດ​.

ຕຳຫຼວດ​ກ່າວ​ວ່າ ຄົນ​ຮ້າຍ​ໄດ້​ຢຸດ​ລົດ​ຂອງທ່ານ Ahmad Shah
Wahid ​ແລ້​ວກໍ​ລາກ​ຕົວ​ທ່ານ​ອອກຈາກ​ລົດ​ໄປ ​ໃນ​ຂະນະທີ່​
ທ່ານ​ກຳລັງ​ເດີນທາງ​ໄປ​ການ ​ໃນ​ເມືອງ Khir Khana ​ທາງ​
ພາກ​ເໜືອຂອງນະຄອນຫຼວງ ກາ​ບູລ.

ສາ​ເຫດ​ຂອງ​ການ​ລັກ​ພາ​ຕົວ​ທີ່​ວ່າ​ນີ້ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​
​ແລະ​ກໍຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອອກ​ມາ​ ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ.

​ໄດ້​ມີ​ເຈົ້າ​ໜ້າ​ທີ່ອັຟກາ​ນີສຖານຫຼາຍ​ຄົນ ຖືກ​ລັກ​ພາ​ຕົວໄປຮຽກ​ຄ່າ​ໄຖ່ ​ຫຼືບໍ່​ກໍ​ຖືກ​ສັງຫານ ​
ໃນ​ບໍ່​ເທົ່າໃດ​ປີຜ່ານມາ​ນີ້.

ການ​ລັກ​ພາ​ຕົວ​ຄັ້ງ​ນີ້ ​ແມ່ນ​ມີ​ຂຶ້ນ 10 ມື້ ຫຼັງ​ຈາກການ​ເລືອກ​ຕັ້ງ​ປະທານາທິບໍດີຂອງ
ອັຟກາ​ນີສຖານ ທີ່​ມີ​ຂຶ້ນ​ທ່າມກາງ​ສະຖານະ​ການທີ່​ຂ້ອນ​ຂ້າງຈະ​ສະ​ງົບ.

​ອະດີດລັດຖະມົນຕີ​ກະຊວງການ​ເງິນ ທ່ານ Ashraf Ghani ​ແລະ​ນັກ​ການ​ເມືອງ​ຝ່າຍ​ຄ້ານ ທ່ານ Abdullah Abdullah ​ເປັນ​ຜູ້​ມີ​ຄະ​ແນນ​ນຳ​ໜ້າ ​ໃນ​ການ​ນັບ​ບັດ​ເລືອກຕັ້ງ​ຂັ້ນ​ຕົ້ນນັ້ນ. ຜົນ​ຂອງການ​ນັບ​ບັດ​ເລືອກ​ຕັ້ງ ຮອບສຸດທ້າຍ​ ຄາດ​ວ່າຈະມີ​ຂຶ້ນ​ໃນ​ເດືອນ​ໜ້າ​.
XS
SM
MD
LG