ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອົງການຄວບຄຸມການສໍ້ລາດບັງຫຼວງ ອັຟການິຖານ ເຕືອນ ກ່ຽວກັບ ຜົນທີ່ຕາມມາ ຂອງການສໍ້ລາດບັງຫຼວງ


ພະນັກງານແລກປ່ຽນເງິນຕາ ອັຟການິສຖານ ຄົນໜຶ່ງ
ນັບເງິນໂດລາ ຢູ່ຕະຫຼາດແລກປ່ຽນເງິນຕາໃນນະຄອນ
ຫຼວງ ກາບູລ, ອັຟການິສຖານ. 5 ທັນວາ 2016.
ພະນັກງານແລກປ່ຽນເງິນຕາ ອັຟການິສຖານ ຄົນໜຶ່ງ ນັບເງິນໂດລາ ຢູ່ຕະຫຼາດແລກປ່ຽນເງິນຕາໃນນະຄອນ ຫຼວງ ກາບູລ, ອັຟການິສຖານ. 5 ທັນວາ 2016.

ຂໍ້ຄວາມຂອງທ່ານ John Sopko ທີ່ສົ່ງເຖິງປະຊາຊົນ ອັຟການິສຖານ ແມ່ນເວົ້າງ່າຍໆ
ວ່າ ການສໍ້ລາດບັງຫຼວງຈະເຮັດໃຫ້ມີຄົນຕາຍ.

ມັນຂ້າຄົນຄືພວກທະຫານ ແລະ ພົນລະເຮືອນ. ແລະ ຖ້າມັນບໍ່ຖືກນຳມາຢູ່ພາຍໃຕ້ ການຄວບຄຸມແລ້ວ, ມັນອາດຈະຂ້າອະນາຄົດທີ່ແຕກຫັກໄດ້ງາຍຂອງປະເທດ ກໍໄດ້.

ທ່ານ Sopko ຫົວໜ້າຜູ້ຄວບຄຸມການສໍ້ລາດບັງຫຼວງຂອງອົງການ ຜູ້ສັງເກດການພິ
ເສດ ສຳລັບການສ້າງສາຄືນ ອັຟການິສຖານ ຫຼື SIGAR ເຊິ່ງເປັນຜູ້ຄວບຄຸມເງິນ 113
ຕື້ໂດລາ ທີ່ ສະຫະລັດ ໄດ້ມອບໃຫ້ປະເທດດັ່ງກ່າວເວົ້າວ່າ “ປະຊາຊົນຕ້ອງເຂົ້າໃຈວ່າ ການສໍ້ລາດບັງຫຼວງແມ່ນບໍ່ກ່ຽວກັບເງິນພຽງເທົ່ານັ້ນ. ມັນ ກ່ຽວກັບ ຊີວິດຂອງຄົນ”
ນຳ.

ທ່ານ Sopko ໄດ້ກ່າວວ່າ “ໄພຂົ່ມຂູ່ໃຫຍ່ຕໍ່ຄວາມສຳເລັດຂອງສົງ ຄາມຕໍ່ຕ້ານລັດ ທິກໍ່ການຮ້າຍແມ່ນການສໍ້ລາດບັງຫຼວງ. ການສໍ້ລາດບັງຫຼວງລັກສິ່ງຂອງຈາກລັດຖະ
ບານ ອັຟການິສຖານ. ການສໍ້ລາດບັງຫຼວງແທ້ຈິງແລ້ວ ໄດ້ລັກເງິນເດືອນ, ລັກອາ
ວຸດ, ລັກນ້ຳມັນຈາກລັດຖະບານ ອັຟການິສຖານ.”

ທ່ານຈື່ໄດ້ ສັນຍາສະບັບໜຶ່ງທີ່ອອກແບບມາ ເພື່ອປ້ອງກັນອັນຕະລາຍທາງຖະໜົນ
ຂອງ ອັຟການິສຖານ ຈາກ ລະເບີດຂອງພວກກໍ່ການຮ້າຍ. ເງິນໄດ້ຖືກສົ່ງເຂົ້າບໍລິສັດ
ອາເມຣິກາ ແຫ່ງໜຶ່ງ, ດ້ວຍປະຊາຊົນ ອັຟການິສຖານ ເປັນຜູ້ເຮັດວຽກ. ເງິນໄດ້ຖືກລັກ
ໄປ, ແລະ ວຽກງານທີ່ຖືກຕ້ອງແມ່ນເຮັດບໍ່ແລ້ວ.

ທ່ານ Sopko ໄດ້ກ່າວໃນການສຳພາດຕໍ່ວີໂອເອ ພະແນກ ອັຟການິສຖານ ວ່າ “ຜົນທີ່ປາກົດອອກມາແມ່ນ, ພວກທະຫານໄດ້ເສຍຊີວິດ.” “ມັນມີຕົວຢ່າງຫຼາຍ
ແນວ, ອັນທີ່ການສໍ້ລາດບັງຫຼວງໄດ້ໝາຍເຖິງ ທະຫານ ອັຟການິສຖານ ບໍ່ມີລູກປືນ
ຫຼື ມີປືນພຽງພໍ, ຫຼືພວກເຂົາເຈົ້າບໍ່ມີນ້ຳມັນເຊື້ອໄຟພຽງພໍ, ຫຼື ບໍ່ມີອາຫານພຽງພໍ, ຫຼື ບໍ່ມີອຸປະກອນການແພດພຽງພໍ ຍ້ອນວ່າມັນໄດ້ຖືກລັກໄປ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG