ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີພົນລະເຮືອນ ເສຍຊີວິດລື່ນປີກາຍ ໃນສົງຄາມ ຢູ່ອັຟການິສຖານ


ພົນລະເຮືອນທີ່ເສຍຊີວິດ ໃນສົງຄາມຢູ່ໃນອັຟການິສຖານ (14 ກໍລະກົດ 2011)
ພົນລະເຮືອນທີ່ເສຍຊີວິດ ໃນສົງຄາມຢູ່ໃນອັຟການິສຖານ (14 ກໍລະກົດ 2011)

ອົງການສະຫະປະຊາຊາດກ່າວວ່າ ຈຳນວນພົນລະເຮືອນທີ່ເສຍຊີວິດຍ້ອນສົງຄາມຢູ່ໃນອັຟ
ການິສຖານ ໃນເຄິ່ງທຳອິດຂອງປີນີ້ ໄດ້ເພີ່ມຂຶ້ນ 15% ລື່ນໄລຍະດຽວກັນຂອງປີຜ່ານມາ.

ສຳນັກງານຜູ້ຕາງໜ້າອົງການສະຫະປະຊາຊາດປະຈຳອັຟການິສຖານ ກ່າວໃນວັນພະຫັດມື້
ນີ້ວ່າ ມີພົນເຮືອນຫຼາຍກວ່າ 1,400 ຄົນ ໄດ້ເສຍຊີວິດແລະໃຫ້ເຫດຜົນໃນການເສຍຊີວິດ
ເຫຼົ່ານີ້ວ່າແມ່ນເປັນຍ້ອນມີການສູ້ລົບກັນທາງພາກພື້ນດິນຫຼາຍຂຶ້ນ ລະເບີດແຄມທາງ ການ
ໂຈມຕີສະລະຊີບ ແລະການໂຈມຕີທາງຂອງອົງການເນໂຕ້ທີ່ເພີ່ມທະວີຂຶ້ນນັ້ນ.

ລາຍງານຂອງອົງການສະຫະປະຊາຊາດຖິ້ມ​ໂທດ​ໃສ່ພວກກະບົດວ່າເປັນ​ຕົ້ນ​ເຫດ​ຂອງ ​80% ໃນການເສຍຊີວິດຂອງພົນລະເຮືອນແລະກຳລັງຂອງຕ່າງປະເທດກັບອັຟການິສຖານນັ້ນແມ່ນ
ຮັບຜິດຊອບ 14% ຂອງການເສຍຊີວິດເຫຼົ່ານີ້.

ອົງການສະຫະປະຊາຊາດເວົ້າວ່າ ໃນຂະນະທີ່ຈຳນວນການເສຍຊີວິດຂອງພົນລະເຮືອນທີ່ພົວ ພັນກັບກຳລັງປະສົມຂອງອົງການເນໂຕ້ ພາຍໃຕ້ການນຳພາຂອງສະຫະລັດ ໄດ້ຫຼຸດລົງ 9%
ແຕ່ຈຳນວນຜູ້ເສຍຊີວິດຍ້ອນການໂຈມຕີທາງອາກາດແມ່ນໄດ້ມີເພີ່ມຂຶ້ນ.

ຄວາມຮຸນແຮງໃນອັຟການິສຖານໄດ້ພຸ່ງຂຶ້ນສູ່ລະດັບຮ້າຍແຮງສຸດນັບຕັ້ງແຕ່ໄດ້ມີການບຸກເຂົ້າ
ໄປໃນປະເທດດັ່ງກ່າວພາຍໃຕ້ການນຳພາຂອງສະຫະລັດໃນປີ 2001 ແລະເດືອນພຶດສະພາ
ຜ່ານມາເປັນເດືອນທີ່ຮ້າຍແຮງສຸດສຳລັບພົນລະເຮືອນອັຟການິສຖານນັບແຕ່ອົງການສະຫະ ປະຊາຊາດໄດ້ເລີ່ມເກັບກຳສະຖິຕິ ເມື່ອ 4 ປີກ່ອນ.

XS
SM
MD
LG