ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວອັຟການິສຖານ ໄປປ່ອນບັດ ເລືອກເອົາ ຜູ້ນຳຄົນໃໝ່ (ສະໄລດ໌/ວີດີໂອ)


ຜູ້ຊາຍອັຟການິສຖານຄົນນຶ່ງ ພວມປ່ອນບັດ ທີ່ໜ່ວຍປ່ອນບັດ ໃນນະຄອນຫຼວງກາບູລ (5 ເມສາ 2014)
ຜູ້ຊາຍອັຟການິສຖານຄົນນຶ່ງ ພວມປ່ອນບັດ ທີ່ໜ່ວຍປ່ອນບັດ ໃນນະຄອນຫຼວງກາບູລ (5 ເມສາ 2014)
ເຈົ້າໜ້າທີ່ເລືອກຕັ້ງ ຂອງອັຟການິສຖານ ໄດ້ຕັດສິນໃຈຕໍ່
ເວລາໃນການປ່ອນບັດເລືອກຕັ້ງປະທານາທິບໍດີອອກໄປ
ຕື່ມອີກຫລາຍຊົ່ວໂມງເພື່ອຄ້ຳປະກັນວ່າທຸກໆຄົນໄດ້ມີໂອ
ກາດປ່ອນບັດ.

ຊາວອັຟການິສຖານພາກັນຫລັ່ງໄຫລໄປປ່ອນບັດ ໃນວັນ
ເສົາມື້ນີ້ ທ່າມກາງທີ່ມີການຮັກສາຄວາມປອດໄພຢ່າງເຄັ່ງ
ຄັດ.

ປະທານາທິບໍດີຮາມິດ ກາໄຊ ແມ່ນຮວມຢູ່ໃນຈຸທຳອິດ ທີ່
ພາກັນໄປປ່ອນບັດ ໃນຕອນເຊົ້າ ຂອງວັນເສົາມື້ນີ້. ຫລັງ
ຈາກໄດ້ເຂົ້າຮັບຕຳແໜ່ງ ເປັນເວລາເກືອບ 12 ປີ ຜ່ານມາແລ້ວ ທ່ານຈຶ່ງໄດ້ຖືກຫ້າມ ໂດຍລັດຖະທຳມະນູນບໍ່ໃຫ້ລົງສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຕື່ມອີກ.

ທ່ານ Jan Kubis ຜູ້ຕາງໜ້າພິເສດຂອງອົງການສະຫະປະຊາຊາດປະຈຳອັຟການິສ
ຖານ ໄດ້ກ່າວຊົມເຊີຍບັນດາຜູ້ມີສິດປ່ອນບັດຊາວອັຟການິສຖານທີ່ໄດ້ພາກັນໄປໃຊ້
ສິດໃຊ້ສຽງ ທັງໆທີ່ມີການຂົ່ມຂູ່ແລະຂູ່ຂວັນຕ່າງໆນາໆຈາກພວກກະບົດຕາລີບານ.

ທ່ານ Ahmad Yusuf Muristani ຫົວໜ້າ ກຳມາທິການເລືອກຕັ້ງ ທີ່ເປັນອິດສະຫຼະ
ກ່າວວ່າ ປະຊາຊົນໄດ້ພາກັນໄປປ່ອນບັດຫລາຍແບບບໍ່ໜ້າເຊື່ອ ຢູ່ໃນທົ່ວປະເທດ.

ເປັນທີ່ຄາດກັນວ່າ ຜົນການນັບຄະແນນສຽງ ແມ່ນຍັງອີກຫຼາຍອາທິດ ຈຶ່ງຈະເປັນທີ່ຮູ້
ຈັກກັນ. ການປ່ອນບັດຮອບສອງອາດຈຳເປັນຈະຕ້ອງມີຂຶ້ນຖ້າຫາກວ່າບໍ່ມີຜູ້ສະໝັກ ຄົນໃດຄົນນຶ່ງໃນຈຳນວນທັງໝົດ 8 ຄົນ ໄດ້ຮັບຄະແນນສຽງ ຫລາຍກວ່າ 50 ເປີເຊັນ.

ການຮັກສາຄວາມປອດໄພແມ່ນມີຂຶ້ນຢ່າງເຂັ້ມງວດໃນທົ່ວປະເທດ ຍ້ອນພວກກະບົດ ໄດ້ປະກາດວ່າ ຈະລົບກວນການປ່ອນບັດ ໃນວັນເສົາມື້ນີ້. ກ່ອນການປ່ອນບັດ ຈະມີ
ຂຶ້ນນັ້ນ ກໍໄດ້ເກີດຄວາມຮຸນແຮງເປັນລຳດັບມາ. ແຕ່ແນວໃດກໍຕາມການປ່ອນບັດໃນ ວັນເສົາມື້ນີ້ເບິ່ງຄືວ່າສ່ວນໃຫຍ່ແລ້ວແມ່ນດຳເນີນໄປໂດຍປາດສະຈາກຄວາມຮຸນແຮງ.
CN Afghan Women Await Poll Results With Trepidation
please wait

No media source currently available

0:00 0:03:11 0:00

ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ຕົນໄດ້ສົ່ງກຳລັງຮັກສາຄວາມສະຫງົບ ຫລາຍຮ້ອຍ ພັນຄົນໄປໃຫ້ການປົກປ້ອງຄຸ້ມຄອງບັນດາຜູ້ມີສິດປ່ອນບັດ 12 ລ້ານຄົນ.

ປາກິສຖານ ຊຶ່ງເປັນເພື່ອນບ້ານ ໄດ້ອັດດ່ານຂ້າມຊາຍແດນທຸກໆແຫ່ງກັບອັຟການິສ
ຖານ ແລະໄດ້ສົ່ງທະຫານ ໃນຈຳນວນເພີ້ມຕື່ມ ໄປຍາມຮັກສາການ ໃນຄວາມພະຍາ ຍາມເພື່ອຊ່ອຍໃຫ້ ອັຟການິສຖານ ຈັດການປ່ອນບັດເລືອກຕັ້ງ ໃຫ້ດຳເນີນໄປດ້ວຍ ຄວາມສະຫງົບ. ປາກິສຖານເວົ້າວ່າ ການຈັດແຈງກ່ຽວກັບການຮັກສາຄວາມປອດໄພ ໃນເຂດຊາຍແດນໄດ້ເພີ້ມທະວີຂຶ້ນ ໃນການປະສານງານຢ່າງໃກ້ຊິດກັບເຈົ້າໜ້າທີ່ຮັກ ສາຄວາມສະຫງົບຂອງອັຟການິສຖານ.

ນຶ່ງມື້ກ່ອນການປ່ອນບັດໃນມື້ວານນີ້ນັກຂ່າວຂອງອົງການຂ່າວເອພີ ນາງ Anja Nie-
dringhaus ໄດ້ຖືກຍິງຕາຍ ແລະ ນາງ Kathy Gannon ຖືກຍິງບາດເຈັບ ໂດຍຕຳ ຫຼວດຄົນນຶ່ງ ໃນຂະນະທີ່ພວກເຂົາເຈົ້າພວມທຳການລາຍງານຂ່າວ ກ່ຽວກັບການກະ ກຽມການເລືອກຕັ້ງຢູ່ໃນອັຟການິສຖານ. ເຈົ້າໜ້າທີ່ເວົ້າວ່າ ຕຳຫຼວດຄົນນີ້ໄດ້ຖືກຈັບ ຫຼັງຈາກທີ່ໄດ້ເກີດເຫດຮ້າຍ ຢູ່ທີ່ປ້ອມຕຳຫຼວດປະຈຳເມືອງແຫ່ງນຶ່ງ ທີ່ມີການຍາມຮັກ ສາການຢ່າງແໜ້ນໜາຢູ່ທີ່ແຂວງ Khost ຊຶ່ງເປັນແຂວງທີ່ສອກຫລີກຫ່າງໄກໃນພາກ ຕາເວັນອອກຂອງປະເທດນັ້ນ.
AFGHANISTAN CNPK
please wait
Embed

No media source currently available

0:00 0:01:33 0:00
XS
SM
MD
LG