ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

15 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ອັຟການິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ
ເຈົ້າໜ້າທີ່ໃນພາກເໜືອອັຟການິສຖານ ກ່າວວ່າ ລົດຕູ້ນ້ອຍຄັນ
ນຶ່ງໄດ້ຢຽບລະເບີດແຄມທາງເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນແລະ
ໄດ້ຮັບບາດເຈັບ 18 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ລົດຕູ້ນ້ອຍຄັນນີ້ ພວມນຳເອົາຜູ້ຄົນໄປຮ່ວມ
ພິທີແຕ່ງງານ ເວລາແລ່ນໄປຢຽບເອົາລະເບີດ ໃນວັນສຸກມື້ນີ້ທີ່
ແຂວງ Balkh.

ຕຳຫຼວດກ່າວວ່າ ຜູ້ໂດຍສານສ່ວນໃຫຍ່ແມ່ນພວກແມ່ຍິງ ແລະເດັກນ້ອຍ. ພວກເຄາະຮ້າຍ ຈາກເຫດລະເບີດໃນຄັ້ງນີ້ ໄດ້ຖືກສົ່ງໄປພະຍາບານຕົວທີ່ໂຮງໝໍເມືອງ Mazar-E-Sharif.
XS
SM
MD
LG