ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມືລະເບີດສະຫຼະຊີບ ຄົນໜຶ່ງ ໂຈມຕີ ຢູ່ໃກ້ໆກັບ ສະໜາມບິນ ນະຄອນຫຼວງ ກາບູລ


ເຈົ້າຂອງຮ້ານຄ້າ ແນມເບິ່ງຄວາມເສຍຫາຍ ຕໍ່ປ່ອງຢ້ຽມຂອງຮ້ານ ທີ່ຢູ່ໃກ້ກັບຈຸດເກີດ ການໂຈມຕີສະຫຼະຊີບ ດ້ວຍລົດລະເບີດ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ໃນວັນຈັນ ທີ 28 ທັນວາ 2015.
ເຈົ້າຂອງຮ້ານຄ້າ ແນມເບິ່ງຄວາມເສຍຫາຍ ຕໍ່ປ່ອງຢ້ຽມຂອງຮ້ານ ທີ່ຢູ່ໃກ້ກັບຈຸດເກີດ ການໂຈມຕີສະຫຼະຊີບ ດ້ວຍລົດລະເບີດ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ໃນວັນຈັນ ທີ 28 ທັນວາ 2015.

ບັນດາເຈົ້າໜ້າທີ່ໃນປະເທດ ອັຟການິສຖານ ກ່າວວ່າ ມືລະເບີດ
ສະຫຼະຊີບຄົນໜຶ່ງໄດ້ທຳການໂຈມຕີຢູ່ຖະໜົນແຫ່ງໜຶ່ງໃກ້ໆກັບ
ສະໜາມບິນຂອງນະຄອນຫຼວງ ກາບູລ ໃນວັນຈັນມື້ນີ, ເຮັດໃຫ້
ມີພົນລະເຮືອນໜຶ່ງຄົນເສຍຊີວິດ ແລະ ບາດເຈັບອີກ 13 ຄົນ.

ພວກ ຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບ ການ
ລະເບີດນັ້ນ, ເຊິ່ງໄດ້ເຮັດໃຫ້ຕຶກອາຄານທີ່ຢູ່ໃກ້ຄຽງໄດ້ຮັບ
ຄວາມເສຍຫາຍ.

ຕຳຫຼວດກ່າວວ່າ ເປົ້າໝາຍທີ່ເຫັນໄດ້ຊັດເຈນ ແມ່ນລົດບັນທຸກ
ທີ່ຄ້າຍຄືກັບລົດທີ່ໃຊ້ໂດຍເຈົ້າໜ້າທີ່ຮັກສາຄວາມປອດໄພ.

ການໂຈມຕີດັ່ງກ່າວໄດ້ເກີດຂຶ້ນໜຶ່ງມື້ ຫຼັງຈາກຫົວໜ້າທະຫານບົກ ປາກິສຖານ ນາຍພົນ Raheel Sharif ໄດ້ເດີນທາງຢ້ຽມຢາມນະຄອນຫຼວງ ກາບູລ ເພື່ອກຽມພ້ອມສຳລັບ ການເຈລະຈາສັນຕິພາບຮອບໃໝ່ກັບພວກ ຕາລີບານ.

Officials in Afghanistan say a suicide bomber struck on a road near Kabul's airport Monday, killing at least one civilian and wounding 13 others.

The Taliban has claimed responsibility for the bombing, which damaged nearby buildings.

Police say the obvious target was a truck similar to those used by security contractors.

The attack comes one day after Pakistan army chief General Raheel Sharif visited Kabul to prepare for a fresh round of peace talks with the Taliban.

XS
SM
MD
LG