ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພົນລະເຮືອນອັຟການິສຖານ 1325 ຄົນ ເສຍຊີວິດໃນປີນີ້


ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ອັຟກາ​ນິສຖານ​ກຸ່ມ​ນຶ່ງ​ກ່າວ​ວ່າ ໃນ
ປີ​ນີ້ມາຮອດ​ ປັດຈຸບັນ ​ມີພົນລະ​ເຮືອນ​ເສຍ​ຊີວິດ​ໄປ​ແລ້ວ
1325ຄົນ​ໃນອັຟການິສຖານ ຊຶ່ງແມ່ນປະມານ 5 ​ເປີ​ເຊັນ
ລື່ນ​ປີ​ກາຍ​ໃນໄລຍະ​ດຽວ​ກັນນີ້. ​ກຸ່ມ Independent Hu-
man Rights Commission ຫລື ຄະນະ​ກໍາມາ​ທິການ
ປົກ​ປ້ອງ​ສິດທິ​ມະນຸດ​ອິດ​ສະລະ ກ່າວ​ໃນວັນ​ອາທິດ​ວານ​ນີ້
ວ່າ ກຸ່ມ​ຕາ​ລີ​ບັນເປັນ​ຜູ້​ຮັບຜິດຊອບໃນ​ການເສຍ​ຊີວິດຂອງ​
ພວກ​ພົນລະ ເຮືອນເຫລົ່າ​ນີ້ 68 ​ເປີ​ເຊັນ. ພວກທະຫານ​
ອັຟກາ​ນິສຖານ ​ແລະ​ກຸ່ມ NATO ຮັບຜິດຊອບ 23 ​ເປີ​
ເຊັນ​ ແລະ​ຜູ້​ຮັບຜິດຊອບສ່ວນ​ເຫລືອ​ນັ້ນ​ແມ່ນ​ກໍານົດບໍ່​ໄດ້.
ຂະນະ​ດຽວ​ກັນ ​ເນ​ໂຕ​ກ່າວ​ວ່າໃນເຫດ​ຮຸນ​ແຮງເມື່ອ​ວັນ​ອາທິດ​ວານ​ນີ້ ທະຫານຂອງ​
ເນ​ໂຕ 3 ຄົນ ​ເສຍ​ຊີວິດຍ້ອນລະເບີດ​ແຄມ​ທາງ ທີ່​ເກີດ​ຂຶ້ນຢູ່​ຄົນ​ລະ​ບ່ອນ​ໃນ​ພາກ​ໃຕ້​
ຂອງ​ອັຟການິສຖານ.


ໃນ​ວັນ​ອາທິດ​ວານ​ນີ້​ເຊັ່ນ​ກັນ ​ ສົບຂອງ​ພວກສະມາຊິກ​ 10 ຄົນ​ຂອງ ກຸ່ມ​ຊ່ອຍ​ເຫລືອ​
ຄຣິ​ສຕຽນ International Assistance Mission ທີ່​ຖືກ​ຍິງ​ຕາຍ​ໃນ​ແຂວງ Bada-
khshanໃນ​ພາກ​ເໜືອຂອງ​ປະ​ເທດ​ໃນ​ສັບປະດາແລ້ວ​ນີ້ ​ໄດ້​ຖືກ​ສົ່ງ​ໄປ​ທາງ​ເຮືອບິນ​ໄປ​
ຍັງກຸງ​ຄາ​ບູລ.ພວກ​ທ່ີ​ໄດ້​ຮັບ​ເຄາະ​ຮ້າຍເຫລົ່າ​ນີ້ ​ເປັນ​ຄົນ​ອະ​ເມ​ຣິ​ກັນ 6 ຄົນ ​ເຍຍລະ​ມັນ
1 ຄົນ ອັງກິດ 1 ຄົນແລະອັຟກາ​ນິສຖານ 2 ຄົນ.​ ສົບ​ທີ່​ເຕັມ​ໄປ​ດ້ວຍ​ຮອຍ​ລູກປືນຂອງ​
ພວກ​ເຂົາ​ເຈົ້າ ​ໄດ້​ຖືກ​ພົບ​ເຫັນເມື່ອ​ວັນ​ສຸກ​ຜ່ານ​ມາ​ ໃນ​ເຂດ​ສອກຫລີກ​ຫ່າງ​ໄກ​ແຫ່ງ​ນຶ່ງ​
ໃນ​ແຂວງ​ດັ່ງກ່າວ.

XS
SM
MD
LG