ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

24 ຄົນເສຍຊີວິດ ຍ້ອນການສະລະຊີບ ທີ່ອັຟການີສຖານ


ປະທານາທິບໍດີ Hamid Karzai ແຫ່ງອັຟການີສຖານ
ປະທານາທິບໍດີ Hamid Karzai ແຫ່ງອັຟການີສຖານ

ບັນດາ​ເຈົ້າ​ໜ້າ​ທີ່ໃນ​ພາກ​ຕາ​ເວັນ​ອອກ​ຂອງອັຟກາ​ນີສຖານ​ກ່າວວ່າ ພວກ​ວາງ​ລະ​ເບີດ​ສະລະ​ຊີບ​ໃນ​ລົດ 3 ຄົນ​ໄດ້​ທໍາ​ການ​ໂຈມ​ຕີ​ບໍລິສັດ​ກໍ່ສ້າງ​ແຫ່ງ​ນຶ່ງ ​ເຮັດ​ໃຫ້​ປະຊາຊົນ 24 ຄົນ​ເສ​ຍຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ກວ່າ 50 ຄົນ.

ທາງການອັຟການີສຖານກ່າວວ່າການໂຈມຕີໄດ້ເກີດຂຶ້ນໃນ
ຕອນແລງວັນອາທິດວານນີ້ໃນເມືອງ Barmal ແຂວງ​
Paktika ເວລາພວກວາງລະເບີດສັງຫານນາຍຍາມຄົນນຶ່ງ
ແລ້ວຈູດກະນວນວັດຖຸລະເບີດ​ໃນລົດບັນທຸກຄັນນຶ່ງ.

ໂຄສົກປະຈໍາແຂວງ Paktika ກ່າວວ່າການລະເບີດດັ່ງ
ກ່າວໄດ້ເອົາຊີວິດພວກພະນັກງານພົນລະເຮືອນຈໍານວນ
ນຶ່ງໃນສະຖານທີ່ດັ່ງກ່າວ.

ກຸ່ມຕາລີບັນ​ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມ
ຕີຄັ້ງນີ້ ຊຶ່ງໄດ້ຮັບການປະນາມຈາກປະທານາທິບໍດີ
Hamid Karzai.

ໃນ​ແຂວງ Kunar ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ໃນວັນ​ອາທິດ​
ວານ​ນີ້​ວ່າ ພວກ​ຫົວ​ຮຸນ​ແຮງ​ກຸ່ມຕາ​ລີ​ບັນ ​ໄດ້​ລັກພາ​ໂຕ​ຜູ້​ຄົນ​ປະມານ 50 ຄົນ​ໄປຮວມທັງ​
ພວກ​ເຈົ້າ​ໜ້າ​ທີ່ຕໍາຫລວດ​ນໍາ.

ທ່ານ Khalilullah Zaiyee ຫົວໜ້າ​ຕໍາຫລວດ​ປະ​ຈໍາ​ແຂວງ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ເຫລົ່າ​ນັ້ນ ​ແມ່ນ​ຮ່ວມ​ຢູ່ໃນ​ຂະ​ບວນລົດ 4 ຄັນ​ທີ່​ກໍາລັງເດີນທາງ​ໄປ​ເຂດ​ເມືອງ Chapa Dara. ທ່ານ​ກ່າວ​ຕື່ມ​ວ່າ ພວກ​ທີ່ຖືກລັກພາ​ໂຕ​ໄປ​ ​ບໍ່ໄດ້​ຖືອາວຸດ ​ແລະ​ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ມີ​ເຈົ້າ​ໜ້າ​ທີ່​ຕໍາ​ຫລວດ​ຫລື​ພວກຖືກ​ເກນ​ເປັນ​ຕໍາຫລວດ​ໃໝ່​ຈັກ​ຄົນ​ຮວມຢູ່​ນໍາ.

ໂຄສົກ​ກຸ່ມ​ຕາ​ລີ​ບັນໄດ້ຢືນຢັນ​ການ​ລັກພາ​ໂຕ​ຜູ້​ຄົນ​ພວກນີ້ ແລະ​ກ່າວ​ວ່າ ທາງ​ກຸ່ມ​ຍັງ​ບໍ່​ທັນ​ໄດ້​ຕັດສິນ​ໃຈ​ເທື່ອ​ວ່າ​ ຈະເຮັດ​ແນວ​ໃດ​ກັບ​ພວກ​ທີ່​ຖືກລັກພາ​ໂຕ​ມາ​. ພວກ​ອາວຸ​ໂສ​ໃນ​ທ້ອງ​ຖິ່ນ​ກໍາລັງຊ່ອຍ​ເຫລືອ​ໃນການເຈລະຈາ​ເພື່ອ​ໃຫ້​ມີ​ການ​ປ່ອຍ​ໂຕ​ພວກ​ບຸກຄົນ​ເຫລົ່າ​ນີ້.

ໃນ​ອະດີດ​ຜ່ານ​ມາ​ນັ້ນ ກຸ່ມ​ຕາ​ລີ​ບັນ​ໄດ້​ປ່ອຍ​ໂຕ​ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດທີ່​ໄດ້​ຖືກ​ລັກພາ​ໂຕ​ໄປ​ ຫລັງ​ຈາກ​ພວກ​ເຂົາ​ເຈົ້າ​ໃຫ້​ຄໍາ​ໜັ້ນສັນຍາທີ່​ຈະ​ເຊົາ​ເຮັດ​ວຽກ​ໃຫ້​ລັດຖະບານ​.

XS
SM
MD
LG