ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວອັຟການິສຖານ ປະທ້ວງຕໍ່ ຂໍ້ຕົກລົງເປັນພາຄີ ກັບສະຫະລັດ


ການປະທ້ວງຂອງພວກນັກສຶກສາໃນພາກຕາເວັນອອກຂອງອັຟການິສຖານ.
ວັນທີ 20 ພະຈິກ 2011.
ການປະທ້ວງຂອງພວກນັກສຶກສາໃນພາກຕາເວັນອອກຂອງອັຟການິສຖານ. ວັນທີ 20 ພະຈິກ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ປະຊາຊົນ​ປະມານນຶ່ງ​ພັນຄົນ ສ່ວນ​ໃຫຍ່​ແມ່ນ
ນັກ​ສຶກສາ ພາກັນ​ເດີນ​ຂະບວນ​ໄປ​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ວັນ​ອາທິດ​ມື້​ນີ້
​ໃນ​ພາກຕາ​ເວັນ​ອອກ​ຂອງ​ອັຟກາ​ນິສຖານ ​ເພື່ອທໍາ​ການ​ປະ​ທ້ວງ​ຕໍ່​ຂໍ້​ຕົກລົງ​ເປັນ​ພາຄີ
ຍຸ​ດທະ​ສາດ​ໄລຍະ​ຍາວ​ກັບ​ສະຫະລັດ ທີ່​ຈະ​ອະນຸຍາດ​ໃຫ້​ກໍາລັງ​ທະຫານສະຫະລັດ​
ບາງ​ຈໍານວນ​ມີໜ້າ​ຢູ່​ໃນ​ອັຟກາ​ນິສຖານຕໍ່​ໄປ ​ຫລັງ​ຈາກປີ 2014 ຊຶ່ງ​ເປັນ​ເວລາ​ທີ່​ພວກ​
ທະຫານ​ສູ້​ລົບ​ຂອງ​ນາໆ​ຊາດທັງ​ໝົດ ກໍານົດອອກ​ຈາກ​ປະ​ເທດ​ໄປນັ້ນ.

ກອງ​ປະຊຸມ​ຫລວງ​ປະ​ຈໍາປີ​ຂອງ​ພວກ​ນັກ​ການ​ເມືອງ ພວກ​ອາວຸ​ໂສຊົນ​ເຜົ່າ​ອັຟກາ​ນິສຖານ​
ປະມານ 2 ພົນ​ຄົນ ​ໄດ້​ໃຫ້ການ​ສະໜັບສະໜຸນ​ຕໍ່ການ​ເປັນ​ພາຄີ​ກັບ​ສະຫະລັດ​ໃນ​ວັນ​ເສົາ
​ວານ​ນີ້ ​ໃນ​ຕອນ​ເສັດ​ສິ້ນ​ກອງ​ປະຊຸມ​ເປັນ​ເວລາ 4 ມື້. ​ເຖິງ​ຢ່າງ​ໃດ​ກໍ​ດີ ພວກ​ຜູ້​ແທນ​ທີ່​ມາ​ຮ່ວມ
​ໃນ​ກອງປະຊຸມ​ຫລວງ loya Jirga ນັ້ນ ມີ​ເງື່ອນ​ໄຂສໍາຄັນ​ບາງ​ຢ່າງ​ໃນ​ການໃຫ້​ຄວາມ​ສະໜັບ
ສະໜຸນ​ຂອງ​ເຂົາ​ເຈົ້າ​ຕໍ່​ຂໍ້​ຕົກລົງ​ກັນ​ດັ່ງກ່າວ. ຄືພວກ​ຜູ້​ນໍາ​ຢາກ​ໃຫ້​ຍຸດຕິ​ການ​ບຸກ​ໂຈມ​ຕີ​ໃນ​ຍາມ
​ກາງຄືນ​ທີ່​ຜູ້​ຄົນບໍ່​ມັກ ໂດຍ​ພວກ​ກໍາລັງ​ປະສົມ​ນາໆ​ຊາດ​ນັ້ນ ​ແລະ​ໃຫ້ຮັບປະກັນ​ວ່າສະຫະລັດ
ຈະ​ມອບ​ໝາຍ​ພວກ​ທີ່​ຖືກ​ຈັບ​ກຸມ​ທັງ​ໝົດ​ໃຫ້​ຢູ່​ໃຕ້ການ​ຄວບ​ຄຸມ​ຂອງ​ອັຟກາ​ນິສຖານ.

ນອກ​ນັ້ນ ພວກ​ຜູ້​ຮ່ວມ​ປະຊຸມຍັງ​ຂໍ​ຮ້ອງ​ໃຫ້​ປະທານາທິບໍດີ Hamid Karzai ​ໃຫ້​ຄວາມ​ໝັ້ນໃຈ
​ແກ່​ເຂົາ​ເຈົ້າເຊ່ນ​ກັນວ່າ ຂໍ້​ຕົກລົງ​ໃດໆ​ກໍ​ຕາມ​ກັບ​ກຸງ​ວໍ​ຊິງ​ຕັນ​ ຈະ​ມີ​ກໍານົດເວລາພຽງ 10 ປີ​ແລະ
​ເຂົາ​ເຈົ້າ​ໄດ້​ສະ​ເໜີ​ຄໍາ​ແນະ​ນໍາ​ຕ່າງໆຕໍ່​ລັດຖະບານ​ ສໍາລັບການດໍາ​ເນີນ​ຄວາມພະຍາຍາມ​ຂອງ
​ລັດຖະບານ​ເພື່ອ​ສ້າງສັນ​ຕິ​ພາບ​ກັບ​ກຸ່ມ​ຕາ​ລີ​ບັນ​ໂດຍ​ຜ່ານ​ການ​ເຈລະຈາສ້າງ​ຄວາມປອງ​ດອງ​
ຊາດ​ນັ້ນ.

ກຸ່ມ​ຕາ​ລີ​ບັນ​ໄດ້​ປະນາມ​ກອງ​ປະຊຸມ​ຫລວງ loya Jirga ​ແລະ​ຮຽກຮ້ອງ​ໃຫ້​ພວກ​ທະຫານ
ຕ່າງຊາດ​ທັງ​ໝົດ​ອອກ​ຈາກ​ປະ​ເທດໄປ.

XS
SM
MD
LG