ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

12 ຄົນ ເສຍຊີວິດ ຢູ່ອັຟການິສຖານ

A volunteer for SANCCOB, the Southern African Foundation for the Conservation of Coastal Birds, feeds a baby penguin that was abandoned by its parents on the outskirts of Cape Town, South Africa. During the Christmas time SANCCOB receives hundreds of African penguin chicks abandoned by molting parents.

ເຈົ້າໜ້າທີ່ໃນພາກກາງອັຟການິສຖານກ່າວວ່າ ການໂຈມຕີສະ
ລະຊີບ 2 ຄັ້ງໃກ້ກັບຄ້າຍທະຫານເນໂຕ້ແຫ່ງນຶ່ງໄດ້ສັງຫານ 12 ຄົນແລະເຮັດໃຫ້ມີຜູ້ບາດເຈັບ ອີກຫຼາຍກວ່າ 50 ຄົນ.

ໂຄສົກຄົນນຶ່ງຂອງເຈົ້າແຂວງໆ Wardak ກ່າວວ່າ ການໂຈມ
ຕີທັງສອງຄັ້ງ ເກີດຂຶ້ນໃນຕອນເຊົ້າຂອງວັນເສົາມື້ນີ້ ຢູ່ໃນເຂດ
ເມືອງ Sayed Abad.

ເຈົ້າໜ້າທີ່ກ່າວວ່າ ເຫດລະເບີດຄັ້ງທຳອິດແມ່ນເປັນນໍ້າມືຂອງ
ຜູ້ໂຈມຕີສະລະຊີບຄົນນຶ່ງທີ່ຍ່າງມາ ຕິດຕາມດ້ວຍເຫດລະເບີດ ທີ່ກະທຳໂດຍຜູ້ໂຈມຕີສະລະຊີບທີ່ ຢູ່ໃນລົດບັນທຸກ.

ເຈົ້າໜ້າທີ່ເວົ້າວ່າ ພວກທີ່ເສຍຊີວິດແມ່ນຮວມທັງພົນລະເຮືອນ
ແລະຕຳຫຼວດອັຟການິສຖານ ຊຶ່ງເຈົ້າໜ້າທີ່ກ່າວຕື່ມວ່າ ບໍ່ມີສະມາຊິກຂອງກຳລັງປະສົມ
ຮວມຢູ່ໃນພວກທີ່ເສຍຊີວິດໃນການໂຈມຕີມື້ນີ້.

ພວກທາລີບານໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວ.

ໃນເຫດຮ້າຍຢູ່ອີກບ່ອນນຶ່ງນັ້ນ ອົງການເນໂຕ້ກ່າວວ່າ ທະຫານສະຫະລັດ 2 ຄົນໄດ້ເສຍ ຊີວິດໃນວັນເສົາມື້ນີ້ ໃນການໂຈມຕີຂອງພວກກະບົດທີ່ແຂວງ Ghazni.
XS
SM
MD
LG