ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມຮຸນແຮງ ໃນອັຟການິສຖານ ຍັງຜົນ ໃຫ້ມີ 5 ຄົນ ເສຍຊີວິດ


ອົງການເນໂຕ້ ລາດຕະເວນ ໃນບໍລິເວນ ທີ່ຖືກວາງລະເບີດ ທີ່ ນະຄອນ Kabul, Afghanistan, 30 ມິຖຸນາ 2015.
ອົງການເນໂຕ້ ລາດຕະເວນ ໃນບໍລິເວນ ທີ່ຖືກວາງລະເບີດ ທີ່ ນະຄອນ Kabul, Afghanistan, 30 ມິຖຸນາ 2015.

ມີລາຍງານວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ ແລະອີກ 20 ຄົນ
ບາດເຈັບ ທີ່ນະຄອນ ຫລວງກາບູລ ເວລາການໂຈມຕີດ້ວຍລົດ
ລະເບີດແຕກໃສ່ຂະບວນລົດອົງການເນໂຕ້.

ໂຄສົກຄົນນຶ່ງຂອງກຳລັງສະໜັບສະໜູນທີ່ບໍ່ແມ່ນສູ້ລົບຂອງເນໂຕ້
ກ່າວວ່າ ພະນັກງານ ແລະອຸບປະກອນຂອງຕົນທັງໝົດ ແມ່ນໄດ້
ຖອນຄືນມາຢ່າງປອດໄພ ຈາກບ່ອນເກີດລະ ເບີດຢູ່ໃນເສັ້ນທາງ
ທີ່ເນັ່ງໄປສະໜາມບິນກາບູລ.

ໂຄສົກຂອງກຸ່ມຕາລີບານ Zabihullah Mujahid ກ່າວວ່າ
ຕົນເປັນຜູ້ທຳການໂຈມຕີຕໍ່ ຂະບວນລົດກຳລັງຢຶດຄອງ ຊຶ່ງເປັນຄຳເວົ້າທີ່ກຸ່ມກະບົດຕາລີ
ບານ​ໝາຍເຖິງທະຫານອົງ ການເນໂຕ້ຢູ່ໃນປະເທດດັ່ງກ່າວ.

ການໂຈມຕີ ໃນ Lashkargah

​ໃນ​ບໍ່​ເທົ່າ​ໃດຊົ່ວ​ໂມງກ່ອນ​ໜ້າ​ນີ້ ການໂຈມຕີດ້ວຍ​ລະ​ເບີດ​ລົດສະລະ​ຊີບ ​ໄດ້​ມີຂຶ້ນທີ່ປ້ອມ ຕຳຫຼວດ​ໃນແຂວງ Helmand ພາກ​ໃຕ້ຂອງ​ປະ​ເທດ, ​ຊຶງໄດ້​ສັງຫານ​ຢ່າງ​ນ້ອຍ 2 ຄົນ ​ແລະ​ບາດ​ເຈັບ ຫຼາຍ​ກວ່າ 50 ຄົນ. ເຈົ້າໜ້າທີ່​ກ່າວ​ວ່າ ​ເກືອບ​ວ່າ ທັງໝົດຂອງພວກ​ທີ່​ເຄາະ​ຮ້າຍ​ເປັນ​ພົນລະ​ເຮືອນ ທີ່​ຮວມທັງ​ພວກ​ແມ່ຍິງ ​ແລະ​ເດັກນ້ອຍນຳ.​ ​

ການ​ໂຈມ​ຕີດັ່ງກ່າວ​ເກີດ​ຂຶ້ນ ​ທີ່ເມືອງ Lashkargah ​ຊຶ່ງເປັນເມືອງ​ຫຼວງ​ຂອງ​ແຂວງ Hel-
mand. ພວກ​ທີ່​ເຫັນ​ເຫດການ ກ່າວ​ວ່າ ສ່ວນ​ນຶ່ງ​ຂອງ​ກອງບັນຊາການຕຳຫຼວດ ທີ່​ຖືກ​ໂຈມ​ຕີ​ດ້ວຍ​ລົດ​ທີ່​ແໜ້ນ​ໄປດ້ວຍ​ລະ​ເບີດ ຊຶ່ງ​ຕັ້ງຢູ່ໃກ້​ໆກັບບ່ອນຢູ່​ອາ​ໄສ​ຂອງ​ປະຊາຊົນ.

​ໂຄສົກ​ຂອງ​ເຈົ້າ ແຂວງ ​ກ່າວ​ວ່າ ຜູ້ໂຈມຕີສະລະ​ຊີບຄົນທີ 2 ທີ່​ຢ່າງ​ໄປນັ້ນ ກໍທຳ​ການ​ໂຈມ​ຕີຕໍ່​ຜູ້ບັນຊາການຕຳຫຼວດ ​ໃນ​ຂະນະ​ທີ່​ທ່ານ​ໄປກວດກາເບິ່ງບ່ອນເກີດລະ​ເບີດ​ ​ແຕ່​ຍາມ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ສັງຫານ​ຜູ້​ໂຈມ​ຕີ ກ່ອນ​ທີ່​ລາວ​ຈະ​ບີບຄະ​ນວນ​ລະ​ເບີດໃຫ້ແຕກຂຶ້ນ.

​ໃນ​ຂະນະ​ດຽວ​ກັນ​ນັ້ນ ​ເຈົ້າ​ໜ້າທີ່​ໄດ້​ຢືນຢັນ​ວ່າ ມີ​ການ​ໂຈມ​ຕີ​ດ້ວຍລູກ​ສອນ​ໄຟຂ້າມ​ຄືນ ຕໍ່ ເຮືອນຫລັງນຶ່ງ ທີ່​ແຂວງ Uruzgan ມີສະມາຊິກຂອງຄອບຄົວຢ່າງນ້ອຍ 12 ຄົນໄດ້ຮັບບາດ
ເຈັບ. ໂຄສົກ​ຂອງ​ເຈົ້າແຂວງ ບອກກັບ VOA ວ່າ ພວກ Taliban ເປັນຜູ້ຍິງລູກສອນໄຟ ໃສ່ກອງກຳລັງຮັກສາຄວາມປອດໄພ ແຕ່ກັບຖືກເຮືອນປະຊາຊົນແຖບນັ້ນແທນ.

XS
SM
MD
LG