ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມຮຸນແຮງ ໃນ AFGHANISTAN


ເລຂາທິການໃຫຍ່ ຂອງອົງການ ສະຫະປະຊາຊາດ ທ່ານ BAN KI MOON ກ່າວວ່າ ຄວາມຮຸນ ແຮງ ຢູ່ໃນ AFGHANISTAN ໄດ້ເພີ້ມທະວີຂຶ້ນ ລື່ນປີກາຍນີ້.

ໃນລາຍງານໃໝ່ສະບັບນຶ່ງ ທ່ານ BAN KI MOON ເວົ້າວ່າ ເຫດການຮຸນແຮງ ໃນໄລຍະ 3 ເດືອນທຳອິດ ຂອງປີນີ້ ໄດ້ເພີ້ມຂຶ້ນ ຢ່າງຫຼວງຫຼາຍ ທຽບໃສ່ ໄລຍະດຽວກັນ ຂອງປີ 2009.

ລາຍງານແຈ້ງວ່າ ຈຳນວນ ການໂຈມຕີ ດ້ວຍລະເບີດ ແຄມທາງ ໄດ້ໂດດຂຶ້ນ 94 ເປີເຊັນ ຂະນະທີ່ ຈຳນວນ ການລອບສັງຫານ ໂດຍພວກກະບົດ ໄດ້ເພີ້ມຂຶ້ນ 45 ເປີເຊັນ.

ນອກນັ້ນແລ້ວ ລາຍງານສະບັບນີ້ ຍັງກ່າວວ່າ ອັດຕາໃນອັນທີ່ ລາຍງານເອີ້ນວ່າ ເປັນການ ໂຈມຕີ ສະລະຊີບ ແບບສະລັບຊັບຊ້ອນນັ້ນ ໄດ້ເພີ້ມຂຶ້ນ ເປັນສອງເທົ່າ.

ລາຍງານ ເວົ້າຕື່ມວ່າ ຄວາມຮຸນແຮງ ສ່ວນໃຫຍ່ ໄດ້ເກີດຂຶ້ນ ຢູ່ໃນພາກໃຕ້ ແລະ ພາກຕາເວັນອອກສຽງໃຕ້ ຂອງ AFGHANISTAN ແລະໄດ້ສະແດງ ໃຫ້ເຫັນເຖິງ ຄວາມສາມາດ ທີ່ມີເພີ້ມຂຶ້ນ ຂອງຕາໜ່າງ ກໍ່ການຮ້າຍ ທີ່ເປັນເຄືອຂ່າຍ ຂອງກຸ່ມ ກໍ່ການຮ້າຍຂ້າມຊາດ ອາລ-ກາຍ-ດານັ້ນ.

ເມື່ອມີການຖາມ ກ່ຽວກັບລາຍງານ ຂອງອົງການ ສະຫະປະຊາຊາດ ໃນວັນເສົາມື້ນີ້ ໂຄສົກຄົນນຶ່ງ ຂອງອົງການເນໂຕ້ ກ່າວວ່າ ກຳລັງທະຫານ ຂອງນາໆຊາດ ພວມຢູ່ໃນ ທິດທາງ ທີ່ຖືກຕ້ອງ.

XS
SM
MD
LG