ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

4 ຄົນເສຍຊີວິດ ໃນການວາງລະເບີດລົດ ໃນອັຟການິສຖານ


ຄົນຍາມທີ່ໄດ້ຮັບບາດເຈັບ ຈາກການວາງລະເບີດສະລະຊີບໂຈມຕີ ໃນເມືອງກັນດາຮາ ທາງພາກໃຕ້ຂອງອັຟການິສຖານ ກໍາລັງຖືກສົ່ງໄປຍັງໂຮງໝໍ,
ວັນທີ 31 ຕຸລາ 2011.
ຄົນຍາມທີ່ໄດ້ຮັບບາດເຈັບ ຈາກການວາງລະເບີດສະລະຊີບໂຈມຕີ ໃນເມືອງກັນດາຮາ ທາງພາກໃຕ້ຂອງອັຟການິສຖານ ກໍາລັງຖືກສົ່ງໄປຍັງໂຮງໝໍ, ວັນທີ 31 ຕຸລາ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ການ​ວາງລະ​ເບີດ​ສະລະ​ຊີບ​ບັ້ນ​ນຶ່ງຢູ່ໃກ້​ກັບ​ພວກ​
ຫ້ອງການ​ຂອງ​ສະຫະ​ປະຊາ​ຊາດ ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນິສຖານ ໄດ້​ສັງຫານ​ປະຊາຊົນ
ຢ່າງ​ນ້ອຍ 4 ຄົນ.

ທາງ​ການ​ກ່າວ​ວ່າ ຄົນ​ຮ້າຍ​ຄົນ​ນຶ່ງ​ໄດ້​ຈຸດ​ຂະ​ນວນ​ລະ​ເບີດ​ທີ່​ບັນທຸກ​ຢູ່​ເຕັມລົດ​ຄັນ​ນຶ່ງ ຢູ່​
ໃກ້ໆ​ກັບ​ອົງການ​ຊ່ວຍ​ເຫລືອ​ອົບ​ພະຍົບຂອງ​ສະຫະ​ປະຊາ​ຊາດ​ແລະອົງການ​ບັນ​ເທົາ​ທຸກ
ແລະ​ການ​ພັດທະນານາໆ​ຊາດ​ທີ່​ມີ​ສໍານັກງານ​ໃຫຍ່​ຢູ່ໃນ​ສະຫະລັດ.

ຫລັງ​ຈາກລະ​ເບີດລົດ​ໄດ້​ແຕກ​ຂຶ້ນໃນ​ເຊົ້າ​ວັນ​ຈັນ​ມື້​ນີ້ ຄົນ​ຮ້າຍ​ສອງ​ຄົນໄດ້​ຟ້າວ​ແລ່ນ​ເຂົ້າ​ໄປ
ໃນ​ບໍລິ​ເວນ​ນັ້ນ ​ເຂົ້າ​ຄວບ​ຄຸມ​ຄລີ​ນິດ​ປົວ​ສັດ​ແຫ່ງ​ນຶ່ງ. ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ
ກໍາລັງ​ຮັກສາຄວາມ​ປອດ​ໄພໄດ້​ຍິງ​ປືນ​ຕໍ່ສູ້​ກັບຄົນ​ຮ້າຍ ​ເປັນ​ເວລາ​ຢ່າງ​ນ້ອຍ 2 ຊົ່ວ​ໂມງ​
ກ່ອນ​ພວກ​ຄົນ​ຮ້າຍ​ຖືກ​ຍິງ​ຕາຍ.

ກຸ່ມ​ຕາ​ລີ​ບັນ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການວາງ​ລະ​ເບີດ​ຄັ້ງ​ນີ້. ໂຄສົກ​ຂອງ​ກຸ່ມ​ຕາ​
ລີບັນ​ຄົນ​ນຶ່ງ​ກ່າວ​ວ່າ ອົງການ​ນຶ່ງ​ຂອງ​ສະຫະ​ປະຊາ​ຊາດ​ເປັນ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ.

XS
SM
MD
LG