ໃນວັນເສົານີ້ ຊາວອາຟການິສຖານຈໍານວນຫລາຍຮ້ອຍຄົນຍັງພາກັນທຳການປະທ້ວງ
ເປັນມື້ທີ່ຫ້າລຽນຕິດ ຕໍ່ການຈູດຄໍາພີ Quran.
ເຈົ້າໜ້າທີ່ກ່າວວ່າ ຢ່າງໜ້ອຍ 24 ຄົນທົ່ວປະເທດໄດ້ເສຍຊີວິດ ນັບຕັ້ງແຕ່ວັນພຸດເປັນຕົ້ນ
ມາຮວມທັງທະຫານອາເມຣິກັນສອງຄົນ.
ການຂໍຂະມາໂທດ ຂອງສະຫະລັດ ກ່ຽວກັບການບໍ່ໃຫ້ຄວາມເຄົາລົບປື້ມຄໍາພີ Quran
ຂອງສາສະໜາອິສລາມ ທີ່ຖືກເຜົາຖີ້ມ ຢູ່ຖານທັບອາກາດ Bagram ຂອງອົງການເນໂຕ້
ນັ້ນ ບໍ່ສາມາດຊັກຊວນໃຫ້ປະ ຊາຊົນຈຳນວນນຶ່ງໃນອັຟການິສຖານແລະປາກິສຖານ ທີ່
ເປັນເພື່ອນ ບ້ານ ຫງຽບສະງົບລົງໄດ້.
ພວກປະທ້ວງທີ່ພາກັນຮ້ອງໂຮຕໍ່ຕ້ານອາເມຣິກາ ໄດ້ເດີນຂະບວນໃນວັນສຸກວານນີ້ ທີ່
ນະຄອນຫລວງ Islamabad ຂອງປາກິສຖານ ແລະທີ່ເມືອງ Peshawa ໃນພາກຕາເວັນ
ຕົກສຽງເໜືອຂອງປະເທດດັ່ງ ກ່າວ.
ການເດີນຂະບວນປະທ້ວງຢູ່ໃນອາຟການິສຖານ ຍັງດໍາເນີນຕໍ່ໄປເຖິງແມ່ນວ່າໄດ້ມີການ
ຮ້ອງຂໍໃຫ້ຢັບຍັ້ງຈາກ NATO ແລະເຈົ້າໜ້າທີ່ຂອງ ອາຟການິສຖານ. ໃນວັນພະຫັດຜ່ານ
ມາ ກຸ່ມ Taliban ໄດ້ອອກຖະແຫຼງການສະບັບນຶ່ງຮຽກຮ້ອງໃຫ້ຊາວອາຟການິສຖານ
ພາກັນໂຈມຕີເປົ້າໝາຍຕ່າງໆຂອງຊາວຕ່າງດ້າວ ເພື່ອເປັນການຕອບໂຕ້ຕໍ່ການຈູດເຜົາ
ຄໍາພີ Quran.
ໃນວັນສຸກວານນີ້ ຜູ້ບັນຊາການກອງທັບສະຫະລັດ ແລະກໍາລັງ NATO ທີ່ອາຟການິສ
ຖານ ນາຍພົນ John Allen ກ່າວວ່າຄະນະສືບສວນຮ່ວມຂອງກຳລັງປະສົມ ແລະອັຟກາ
ນິສຖານ ຍັງສືບຕໍ່ດຳເນີນການສືບສວນເບິ່ງ “ຄວາມພິດພາດກ່ຽວກັບການຈູດເຜົາເອກ
ກະສານສາສະໜາ” ທີ່ຖານທັບ Bagram ໂດຍມີການສໍາພາດຜູ້ເຫັນເຫດການໃນມື້ວັນ
ອາທິດທີ່ຜ່ານມາ.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຂໍຂະມາໂທດຢ່າງເປັນລາຍລັກອັກ
ສອນໄປຍັງປະທານາທິບໍດີ ອັຟການິສຖານ ທ່ານ Hamid Karzai. ໃນວັນພຸດຜ່ານມາ
ປະທານາທິບໍດີ Kazai ໄດ້ຂໍຮ້ອງໃຫ້ຢູ່ໃນຄວາມສະຫງົບ ຊຶ່ງທ່ານກ່າວວ່າປະຊາຊົນມີສິດ
ທິໃນການປະທ້ວງ ແຕ່ວ່າບໍ່ຄວນໃຊ້ວິທີການທີ່ຮຸນແຮງ.
ຄະນະຜູ້ຕາງໜ້າພິເສດທີ່ຖືກແຕ່ງຕັ້ງ ຂອງອາຟການິສຖານ ເພື່ອສືບສວນເບິ່ງເຫດການ
ດັ່ງກ່າວໄດ້ພາກັນຂໍຮ້ອງໃຫ້ຊາວອາຟການິສຖານ ເຊ່ນດຽວກັນ ໃນການຫລີກລ້ຽງການ
ປະທ້ວງ.