ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​​ເຈລະຈາ​​ລະຫວ່າງ​ ສະຫະລັດ​ແລະກຸ່ມ​ຕາ​ລີ​ບັນ ໄດ້ຖືກເລື່ອນອອກໄປ (ວີດີໂອ)


ຕຶກຫ້ອງການຂອງພວກຕາລີບັນ ທີ່ໂດຮາ.
ຕຶກຫ້ອງການຂອງພວກຕາລີບັນ ທີ່ໂດຮາ.
ເຈົ້າ​ໜ້າ​ທີ່​ການ​ທູດ​ຂັ້ນ​ສູງ​ສຸດຂອງສະຫະລັດ ໄດ້ພາກັນຟ້າວ
​ຟັ່ງພະຍາຍາມ​ທີ່​ຈະກອບ​ກູ້ແຜນການ​ເຈລະຈາສັນຕິພາບ ກັບ
ກຸ່ມຕາ​ລີ​ບັນເອົາ​ໄວ້ ຫຼັງ​ຈາກ​ທີ່​ມີ​ການ​ຄັດຄ້ານ​ຢ່າງໃຫຍ່ ມາ
ຈາກລັດຖະບານອັຟກາ​ນິສຖານ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານນາງ Jennifer Psaki
​ກ່າວ​ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ John Kerry
​ໄດ້​ໂອ້​ລົມທາງ​ໂທລະສັບ​ກັບ​ປະທານາທິບໍດີ ອັຟກາ​ນິສຖານ
ທ່ານ Hamid Karzai ສອງ​ຄັ້ງ ເພື່ອ​ຜ່ອນຄາຍ​ຄວາມ​ວິຕົກກັງ
ວົນຂອງ​ທ່ານ. ​ໄດ້​ມີ​ການ​ຄາດໝາຍ​ກັນ​ວ່າ ການເຈລະຈາ​ຂັ້ນ
​ຕົ້ນ​ລະຫວ່າງ​ສະຫະລັດ​ແລະ ກັບກຸ່ມ​ຕາ​ລີ​ບັນ ​ຈະເລີ່ມ​ຂຶ້ນໃນ​
ວັນ​ພະຫັດມື້​ນີ້ ​ໃນ​ກຸງ Doha ປະ​ເທດ Qatar ​ແຕ່​ວ່າ​ ມາ​ບັດ​ນີ້ ວັນ​ເວລາ​ທີ່​ຈະ​ເລີ່​ມຕົ້ນ​
ແມ່ນ​ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ.

​ທ່ານ Karzai ທີ່ເບິ່ງຊົງ​ວ່າ ຈະ​ບໍ່ພໍ​ໃຈນໍາການໄຂ​ຫ້ອງການ​ການ​ເມືອງຂອງ​ກຸ່ມ​ຕາ​ລີບັນ ​
ໃນ​ອາທິດ​ນີ້ ​ຢູ່ Doha ນັ້ນ ​ໄດ້​ຍົກ​ເລີກ​ການເຈລະຈາ​ກັບ​ທາງ​ກຸງວໍ​ຊິງ​ຕັນ ​ເລື້ອງ​ການ​ ຕົກລົງ
ກັນກ່ຽວ​ກັບວ່າ ຈະ​ໃຫ້ກອງທະຫານ​ໜ່ວຍ​ໃດຂອງສະຫະລັດ ​ມີໜ້າ​ຢູ່ໃນ​ອັຟກາ​ນິສຖານ
​ໄດ້​ຕໍ່​ໄປ ຫຼັງ​ຈາກ​ທີ່​ເນ​ໂຕຖອນ​ອອກໄປ ໃນ​ປີ 2014 ​ແລ້ວ​ນັ້ນ.

ທ່ານ Obama ພົບປະກັບ ທ່ານນາງ Angela Merkel
ທ່ານ Obama ພົບປະກັບ ທ່ານນາງ Angela Merkel

ເບິ່ງ​ຄື​ວ່າ ການ​ຄັດຄ້ານ​ຂອງທ່ານ Karzai ​ແມ່ນ​ແນ​ໃສ່​ວິທີ​ທີ່ກຸ່ມຕາ​ລີ​ບັນ ​ໄຂ​ຫ້ອງ​ການ​ຂອງ​ຕົນ ຢູ່ Doha ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ​ໂດຍ​ມີ​ປ້າຍ​ບອກ​ຊື່​ຫ້ອງການ​ດັ່ງກ່າວ​ວ່າ​ເປັນ “ຫ້ອງການ​ຂອງ​ ອີ​ມີ​ເຣັດ​ອິສລາມ​ແຫ່ງອັຟກາ​ນີສຖານ ຫຼື Office of the Islamic Emirate of Afghanistan.” ​ໂຄສົກ Psaki ​ບອກ​ກັບພວກ​ນັກ​ຂ່າວວ່າ ນັບ​ແຕ່​ນັ້ນ​ມາ ກະຊວງ​ການ​ຕ່າງ​ເທດ​ຂອງ Qatar ກໍ​ໄດ້ເຂົ້າ​ແຊກ​ແຊງ ​ແລະກໍ​ໄດ້​ມີ​ການ​ປ່ຽນ​ປ້າຍຊື່​ຫ້ອງການ​ນັ້ນ​ໃໝ່ ​ເອີ້ນວ່າ​ “ຫ້ອງການການເມືອງ​ຂອງ​ກຸ່ມ​ຕາລີ​ບັນ​ແຫ່ງ​ອັຟກາ​ນິສຖານ.”

ກຸງກາບູລ ຍັງກ່າວອີກວ່າ ການຕັດສິນໃຈຂອງສະຫະລັດ​ທີ່ຈະພົບປະກັບກຸ່ມຫົວ​ຮຸນ​ແຮງ
ຕາ​ລີ​ບັນຢ່າງເປັນທາງການ ຢູ່ຂ້າງນອກອັຟກາ​ນີສຖານນັ້ນ ​ແມ່ນ​ເປັນ​ການ​ບ່ອນ​ທໍ​າລາຍ ບົດບາ​ດຂອງອັຟກາ​ນິສຖານ.

Recent Developments in Afghanistan Will Have Long-Term Impact
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG