ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ສາມາດຊ່ອຍຊີວິດ ພະນັກງານຊ່ອຍເຫຼືອຄົນໜຶ່ງໄດ້


ບັນດາສະມາຊິກໜ່ວຍກຳລັງພິເສດ ອັຟການິສຖານ ເຫັນໄດ້
ຢູ່ໃກ້ກັບ ຫ້ອງການຄະນະກຳມະທິການ ເລືອກຕັ້ງໃນລະຫວ່າງ
ການໂຈມຕີ ໂດຍພວກມືປືນຜູ້ຊາຍ ໃນນະຄອນຫຼວງ ກາບູລ.
ບັນດາສະມາຊິກໜ່ວຍກຳລັງພິເສດ ອັຟການິສຖານ ເຫັນໄດ້ ຢູ່ໃກ້ກັບ ຫ້ອງການຄະນະກຳມະທິການ ເລືອກຕັ້ງໃນລະຫວ່າງ ການໂຈມຕີ ໂດຍພວກມືປືນຜູ້ຊາຍ ໃນນະຄອນຫຼວງ ກາບູລ.

ບັນດາເຈົ້າໜ້າທີ່ໃນອັຟການິສຖານ ກ່າວວ່າ ກຳລັງຮັກສາຄວາມປອດໄພ ໄດ້ຊ່ອຍຊີວິດ ພະນັກງານຊ່ອຍເຫຼືອ ຊາວອອສເຕຣເລຍຄົນໜຶ່ງ ອອກມາໄດ້ ເຊິ່ງເປັນເວລາ 4 ເດືອນ ຫຼັງຈາກທີ່ທ່ານນາງ ໄດ້ຖືກມືປືນຈີ້ ລັກເອົາຕົວໄປຈາກຫ້ອງການ ຢູ່ໃນພາກຕາເວັນອອກ ຂອງອັຟການິສຖານ.

ແຜນທີ່ ສະແດງໃຫ້ເຫັນເຂດເມືອງ Jalalabad ຂອງ ອັຟການິສຖານ
ແຜນທີ່ ສະແດງໃຫ້ເຫັນເຂດເມືອງ Jalalabad ຂອງ ອັຟການິສຖານ

​ມືປືນຊາຍສອງຄົນ ຜູ້ທີ່ປອມໂຕເປັນເຈົ້າໜ້າທີ່ສືບລັບຂອງອັຟການິສຖານ ໄດ້ຈັບຕົວ ທ່ານນາງ Kerry Jane Wilson ອາຍຸ 60 ປີໄປ ໃນເດືອນເມສາ ຈາກຫ້ອງການກຸສົນ ຂອງທ່ານນາງ ໃນເມືອງຫຼວງ Jalalabad ຂອງແຂວງ Nagarhar ທີ່ພວມປະສົບກັບ ບັນຫາຢູ່.

ຮູບພາບຂອງທ່ານນາງ Katherine Jane Wilson ພະນັກງານຊ່ອຍເຫຼືອ ຊາວອອສເຕຣເລຍ. (NDS courtesy picture)
ຮູບພາບຂອງທ່ານນາງ Katherine Jane Wilson ພະນັກງານຊ່ອຍເຫຼືອ ຊາວອອສເຕຣເລຍ. (NDS courtesy picture)

ອົງການສືບລັບຂອງອັຟການິສຖານ ຫຼື ຄະນະກຳມະການຮັກສາຄວາມປອດໄພແຫ່ງຊາດ (NDS) ໄດ້ກ່າວໃນວັນຈັນມື້ນີ້ ວ່າ ໜ່ວຍກຳລັງພິເສດ ໄດ້ປະຕິບັດການຊ່ອຍຊີວິດ ໄລຍະ ຂ້າມຄືນ ທີ່ໄດ້ປ່ອຍທ່ານນາງ Wilson ໃຫ້ເປັນອິດສະລະ ແລະ ໄດ້ຈັບກຸມພວກຜູ້ຕ້ອງ ສົງໄສ 4 ຄົນ ທີ່ກ່ຽວພັນກັບການລັກພາຕົວໄປນັ້ນ. ອົງການນັ້ນ ກ່າວວ່າ ການສືບສວນ ສອບສວນ ໄດ້ເລີ້ມຂຶ້ນແລ້ວ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມ.

ລັດຖະມົນຕີການຕ່າງປະເທດຂອງອອສເຕຣເລຍທ່ານນາງ Julie Bishop ໄດ້ຢືນຢັນ ວ່າ ທ່ານນາງ Wilson ໄດ້ຖືກປ່ອຍຕົວແລ້ວ ໂດຍບໍ່ໄດ້ຮັບອັນຕະລາຍ ແລະ ໄດ້ຂອບ ອົກຂອບໃຈ ບັນດາເຈົ້າໜ້າທີ່ອັຟການິສຖານ.

ທ່ານນາງ Bishop ກ່າວໃນຖະແຫລງການສະບັບໜຶ່ງ ວ່າ “ຂ້າພະເຈົ້າຂໍຂອບໃຈຢ່າງ ເລິກເຊິ່ງ ຕໍ່ຜົນງານຂອງທາງການອັຟການິສຖານ ຜູ້ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ອຍເຫຼືອ ທີ່ໄດ້ເຮັດໃຫ້ການປ່ອຍຕົວນັ້ນ ສະດວກ ພ້ອມດ້ວຍ ພະນັກງານ ຂອງກົງສຸນຂອງອອສເຕຣເລຍ ຜູ້ທີ່ສືບຕໍ່ໃຫ້ການຊ່ອຍເຫຼືອດແກ່ທ່ານນາງ Wilson ແລະ ຄອບຄົວຂອງເພິ່ນ.”

ອົງການກຸສົນຂອງທ່ານນາງ Wilson ຊື່ວ່າ Zardozi ແມ່ນໃຫ້ການຊ່ອຍເຫຼືອແກ່ພວກ ແມ່ຍິງ ຢູ່ໃນອັຟການິສຖານ ເພື່ອເລີ້ມຕົ້ນທຸລະກິດຂອງພວກເຂົາເຈົ້າເອງ. ທ່ານນາງ ໄດ້ ເຮັດວຽກຈາກນະຄອນຫຼວງກາບູລ ມາໄດ້ ເກືອບສອງທົດສະຫວັດແລ້ວ. ມັນຍັງບໍ່ມີ ຄວາມຈະແຈ້ງເທື່ອວ່າ ຜູ້ໃດຢູ່ເບື້ອງຫຼັງ ການລັກພາຕົວທ່ານນາງໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG