ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ປະ​ທະ​ກັນໃນອັຟກາ​ນີສຖານ ຍັງຜົນໃຫ້ມີ 4 ຄົນ​ເສຍ​ຊີວິດ


Afghanistan Attack
please wait
Embed

No media source currently available

0:00 0:00:53 0:00

ເຈົ້າ​ໜ້າ​ທີ່​ກະຊວງ​ພາຍ​ໃນອັຟກາ​ນີສຖານ ​ໄດ້​ກ່າວ​ວ່າ ການ​ປະ​ທະ​
ກັນ​ທີ່​ບ້ານ​ພັກ​ໃນະຄອນ ຫຼວງ​ຂອງອັຟກາ​ນີສຖານ ​ໄດ້​ສິ້ນ​ສຸດ​ລົງ​
ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້ ທີ່​ຍັງ​ຜົນ​ໃຫ້​ມີ 4 ຄົນ​ເສຍ​ຊີວິດ.

ການ​ຍິງຕໍ່ສູ້​ກັນ​ຢ່າງ​ໜັກໜ່ວງ​ແລະ​ລະ​ເບີດ ​ໄດ້​ມີຂຶ້ນທີ່ຄຸ້ມຄົນຮັ່ງມີ
Wazi Akbar Khan ​ໃນນະຄອນຫຼວງ Kabul ​ໃນ​ຂະນະ​ທີ່​ກອງ
​ກຳລັງ​ຮັກສາ​ຄວາມ​ປອດ​ໄພອັຟກາ​ນີສຖານ ປະ​ທະ​ກັບ​ພວກ​
ໂຈມ​ຕີໃນ​ຄຸ້ມທີ່​ບ້ານ​ເຮືອນ​ສ່ວນ​ໃຫຍ່ ​ແມ່ນ​ເປັນ​ຕຶກອາຄານ​ຂອງ
​ສະຖານທູດ​ຕ່າງໆ​ແລະ​ໂຮງການ​ລັດຖະບານ.

ຮອງ​ລັດຖະມົນຕີ​ກະຊວງພາຍ​ໃນ ທ່ານ Mohammad Ayub
Salangi ​ໄດ້​ກ່າວ​ວ່າ ບໍ່​ມີ​ພົນລະ​ເຮື​ອນຫຼື​ທະຫານບາດ​ເຈັບ​ລົ້ມ​ຕາຍ​ແຕ່​ຢ່າງ​ໃດ ​ແລະ​ວ່າ ພວກ​ໂຈມຕີ ​ແມ່ນ​ມີ​ປືນ​ອັດ​ຕະໂນ​ມັດ ​ແລະປືນຍິງລະ​ເບີດ​ມື ​ນຳດ້ວຍ.

ກຸ່ມ​ຕາ​ລີ​ບັນ​ ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ຊຶ່ງ​ໄດ້​ມີ​ຂຶ້ນ ​ໃນ​ຂະນະ​ທີ່
​ກຸ່ມ​ຫົວ​ຮຸນ​ແຮງດັ່ງກ່າວເພີ້ມທະວີການບຸກໂຈມ​ຕີປະຈຳປີໃນ​ລະດູບານ​ໃໝ່ຫາລະດູ​ຮ້ອນ​.

ພວກ​ນັກ​ຕໍ່ສູ້​ຂອງກຸ່ມ​ຕາ​ລີ​ບັນ​ ​ໄດ້​ໂຈມ​ຕີ​ບ້ານ​ພັກ​ອີກ​ແຫ່ງ​ນຶ່ງ​ຕ່າງຫາກ ​ໃນ​ຕົ້ນ​ເດືອນ​ນີ້ ​
ໃນນະຄອນຫຼວງກາ​ບູລ ​ຊຶ່ງໄດ້​ສັງຫານ​ຊາວ​ອາ​ເມຣິກັນ ຊາວ​ອັງກິດ ອີ​ຕາ​ລີ ຊາດ​ລະ​ນຶ່ງ​ຄົນແລະ​ຊາວ​ອິນ​ເດຍ 4 ອີກ 5 ຄົນ​ເປັນ​ຊາວອັຟກາ​ນີສຖານ ​ແລະ 2 ຄົນ​ເປັນຊາວ​ປາ​
ກີ​ສຖານ.

​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພອັຟກາ​ນີສຖານ ​ແມ່ນ​ພວມດີ້ນຮົນທີ່​ຈະ​ປົກ​ປ້ອງ​ການ
ໂຈມ​ ຕີຂອງກຸ່ມ​ຕາ​ລີ​ບັນ ນັບ​ຕັ້ງ​ແຕ່​ສະ​ຫະລັດ ​ແລະ​ກອງ​ກຳລັງເນ​ໂຕ ທີ່​ໄດ້​ສິ້ນສຸດການ
​ປະຕິບັດງານສູ້ລົບ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ​ກາ​ຍນີ້.

XS
SM
MD
LG