ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ກຸ່ມຫົວຮຸນແຮງ ໂຈມຕີສຳນັກງານ ກຳມາທິການເລືອກຕັ້ງ ໃນ ອັຟການິສຖານ (ວີດີໂອ)


AFGHANISTAN ELECTION VIOLENCE VO
please wait

No media source currently available

0:00 0:00:39 0:00
ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ພວກຫົວຮຸນແຮງໄດ້ໂຈມຕີ
ສຳນັກງານຄະນະກຳມາທິການເລືອກຕັ້ງທີ່ເປັນອິດສະຫຼະໃນ
ນະຄອນຫຼວງກາບູລ.

ທ່ານ Najib Danish ຮອງໂຄສົກກະຊວງພາຍໃນກ່າວຕໍ່ວີໂອ
ເອວ່າ ພວກກະບົດໄດ້ເລີ້ມລົງມື ທຳການໂຈມຕີ ໃນຕອນເຊົ້າ
ຂອງວັນເສົາມື້ນີ້ ໃສ່ສຳນັກງານໃຫຍ່ ກຳມາທິການເລືອກຕັ້ງ
ຈາກເຮືອນຫລັງນຶ່ງ ທີ່ຕັ້ງຢູ່ໃກ້ຄຽງ.

ພວກທີ່ເຫັນເຫດການ ກ່າວວ່າ ເຂົາເຈົ້າໄດ້ຍິນສຽງລະເບີດ
ແຕກຂຶ້ນຫລາຍໆຄັ້ງ ພ້ອມທັງສຽງປືນຢູ່ທີ່ສຳນັກງານຄະນະ
ກຳມາທິການເລືອກຕັ້ງ.

ໃນເວລານີ້ ຍັງບໍ່ທັນມີລາຍງານກ່ຽວກັບການບາດເຈັບລົ້ມຕາຍເທື່ອ.

ການໂຈມຕີໃນມື້ນີ້ ແມ່ນຄັ້ງຫຼ້າສຸດຂອງການໂຈມຕີທີ່ມີມາເປັນລຳດັບ ທີ່ກຸ່ມຕາລີບານສັນ ຍາວ່າ ຈະທຳການລົງມືໃນການປຸກລະດົມກໍ່ຄວາມຮຸນແຮງເພື່ອລົບ ກວນການປ່ອນບັດ ເລືອກຕັ້ງປະທານາທິບໍດີ ໃນອາທິດໜ້ານີ້.

ໃນມື້ວັນສຸກວານນີ້ ກຸ່ມຫົວຮຸນແຮງຕາລີບານ ກໍໄດ້ໂຈມຕີ ບ້ານພັກຫຼັງນຶ່ງ ທີ່ໃຊ້ໂດຍອົງການ ເກັບກູ້ລະເບີດ ໃນອັຟການິສຖານ ຊຶ່ງໄດ້ພາໃຫ້ມີການຍິງຕໍ່ສູ້ກັນ ແລະເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 2 ຄົນ ໃນນັ້ນ ແມ່ນຮວມທັງເດັກນ້ອຍຄົນນຶ່ງ.
AFGHANISTAN ATTACK SOTVO
please wait

No media source currently available

0:00 0:00:59 0:00
XS
SM
MD
LG