ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາອັຟການິສຖານ ບໍ່ເຫັນດີນຳ ສ່ວນໃຫຍ່ ຂອງພວກ ທີ່ຖືກສະເໜີ ເປັນຄະນະ ລັດຖະບານ


ທ່ານ Abdullah Abdullah(ຂວາ) ຟັງໃນຂະນະ ປ. Ashraf Ghani ກ່າວປາໄສທີ່ທຳນຽບປະທານາທິບໍດີ ທີ່ຄາບູລ ວັນທີ 4 ຕຸລາ 2014
ທ່ານ Abdullah Abdullah(ຂວາ) ຟັງໃນຂະນະ ປ. Ashraf Ghani ກ່າວປາໄສທີ່ທຳນຽບປະທານາທິບໍດີ ທີ່ຄາບູລ ວັນທີ 4 ຕຸລາ 2014

ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ຂອງ​ອັຟກາ​ນິສຖານ​ປະຕິ​ເສດ
ບໍ່ຮັບ​ເອົາ​ພວກ​ທີ່​ຖືກ​ສະ​ເໜີ​ແຕ່ງ​ຕັ້ງ​ໃຫ້​ເຂົ້າ​ດຳລົງ​ຕຳ​ແໜ່​ງຕ່າງໆ
​ສ່ວນ​ຫຼາຍ ​ໃນ​ຄະນະລັດຖະບານ​ໃໝ່​ຂອງປະທານາທິບໍດີ Asraf
Ghani ນັ້ນ.

​ໃນ​ການ​ລົງມະຕິ​ກັນ​ໃນ​ວັນ​ພຸດ​ວານ​ນີ້ ສະພາ​ຕໍ່າ ​ໄດ້​ປະຕິ​ເສດ​ຕໍ່​
ພວກທີ່​ຖືກ​ສະ​ເໜີ​ແຕ່ງຕັ້ງ 10 ທ່ານ​ໃນ​ຈຳນວນ​ທັງ​ໝົດ 19 ທ່ານ​
ທີ່​ຖືກ​ຄັດ​ເລືອກ​ມາ​ໃຫ້​ດຳລົງ​ຕຳ​ແໜ່​ງ​ໃນ​ກະຊວງ​ຕ່າງໆ​ນັ້ນ. ​ໃນ
​ບັນດາ​ບຸກຄົນ​ທີ່ຖືກ​ປະຕິ​ເສດ​ນີ້ ກໍ​ມີ​ຮວມທັງ​ທ່ານ Sher Moham
mad Karimi ທີ່ປະທານາທິບໍດີ​ເລືອກ​ມາ​ເປັນ​ລັດຖະມົນຕີ​ປ້ອງ​
ກັນ​ປະ​ເທດ ຊຶ່ງ​ເວລາ​ນີ້​ຜູ້ກ່ຽວເປັນຜູ້ບັນຊາການ​ກອງທັບ​ອັຟກາ​
ນິສຖານ​ນັ້ນ.

ພວກ​ທີ່​ໄດ້​ຮັບການ​ເຫັນ​ດີຈາກ​ສະພາ ​ແມ່ນ​ຮວມທັງ​ນາຍ​ພົນ Noor-ul-Haq ໃຫ້ເປັນລັດ
ຖະມົນຕີກະຊວງພາຍໃນ ທ່ານSalahuddin Rabbaniເປັນລັດຖະມົນຕີກະຊວງການ
ຕ່າງປະເທດ ແລະອະດີດເອກອັກຄະລັດຖະທູດອັຟການິສຖານປະຈຳສະຫະລັດ ທ່ານ Eklil Hakimi ເປັນລັດຖະມົນຕີກະຊວງການເງິນ.

ນອກນັ້ນພວກສະມາຊິກສະພານິຕິບັນຍັດ ຍັງໄດ້ລົງມະຕິເຫັນດີ ໃຫ້ ທ່ານ Ramatullah Nabi ເປັນຜູ້ອຳນວຍການກົມສືບຂ່າວລັບເຊັ່ນກັນ.

ທ່ານ Daoud Sultanzoy ທີ່ປຶກສາຂອງປະທານາທິບໍດີ Ghani ກ່າວວ່າ ການທີ່ໄດ້ຮັບ
ຈຳນວນລັດຖະມົນຕີທີ່ຖືກເລືອກມາຕໍ່າ ນີ້ແມ່ນສືບເນື່ອງມາຈາກການຫຼິ້ນການເມືອງໃນ
ລັດຖະສະພານັ້ນ.

ທ່ານ Javid Faisal ຮອງໂຄສົກປະຈຳຫົວໜ້າບໍລິຫານ ທ່ານ Ab-dullah Abdullah ​ໄດ້​ສະ​ແດງ​ຄວາມ​ຜິດ​ຫວັງ​ອອກ​ມາ ​ໂດຍ​ກ່າວ​ວ່າ ທັງ​ທ່ານ Abdullah ​ແລະ​ທ່ານ Ghani ​ໄດ້​ດຳ​ເນີນ​ງານ​ຢ່າງ​ໜັກ​ເພື່ອ​ຄັດ​ເລືອກ​ເອົາ​ພວກທີ່​ຖືກ​ສະ​ເໜີ​ແຕ່ງ​ຕັ້ງ​ ທີ່​ມີ​ຄວາມ​ສາມາດ​ເຫຼົ່າ​ນີ້.

ທ່ານ Faisal ກ່າວ​ວ່າ “ລັດຖະສະພາ​ບໍ່​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ໃນ​ການ​ດຳ​ເນີນ​ຂັ້ນ​ຕອນ​ນີ້. ລັດຖະສະພາ​ບໍ່​ໄດ້​ເອົາ​ໃຈ​ໃສ່​ ນຳ​ຄວາມ​ຄາດ​ຫວັງ​ຂອງ​ປະ​ເທດ​ຊາດ ​
ແຕ່​ພວກ​ເຮົາ​ໃນ​ຖານະ​ລັດຖະບານ ເຄົາລົບ​ນັບຖື ການຕັດສິນ​ໃຈ​ຂອງ​ພວກ​ສະມາຊິກ​ສະພາ​ນັ້ນ.”

ມີ​ຜູ້​ຄົນ​ຈຳນວນ​ນຶ່ງ ທີ່​ຖອນ​ໂຕ​ອອກ​ຈາກ​ການ​ຮັບ​ພິຈາລະນາ​ເປັນ​ຜູ້ທີ່​ຖືກ​ສະ​ເໜີ​ແຕ່ງ​
ຕັ້ງ​ນີ້ ຍ້ອນ​ບັນຫາ​ຂັດ​ແຍ້​ງຕ່າງໆ​ກ່ຽວ​ກັບ​ການ​ເປັນ​ພົນລະ​ເມືອງ​ສອງ​ປະ​ເທດ ຫຼື​ບໍ່ກໍ​ມີ​ລະດັບ​ການ​ສຶກສາ​ພຽງພໍ​ທີ່​ຈຳ​ເປັນ​ນັ້ນ.

ການ​ເຄື່ອນ​ໄຫວ​ໃນ​ວັນ​ພຸດ​ວານ​ນີ້ ຂອງ​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ ​ໄດ້​ມີ​ຂຶ້ນໃນ​ເວ
ລາ​ເກືອບ 4 ​ເດືອນ ຫຼັງ​ຈາກ​ທ່ານ Ghani ແລະ​ຄູ່ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ ທີ່ຫັນ​ມາ​ເປັນ​ຫົວໜ້າ​ບໍລິຫານ​ປະ​ເທດ​ນັ້ນໄດ້ເຂົ້າຮັບຕຳແໜ່ງ.

Afghan lawmakers have rejected the majority of President Ashraf Ghani's nominees for the new Cabinet.

In a vote Wednesday, the lower house of parliament rejected 10 of Mr. Ghani's 19 selections for ministerial jobs.Among them was his choice for defense minister, Sher Mohammad Karimi, who currently serves as chief of the Afghan army.

Those who won approval include General Noor-ul-Haq Ulomi as interior minister, Salahuddin Rabbani as foreign minister and the former Afghan ambassador to the United States, Eklil Hakimi, as finance minister.

Lawmakers also voted in favor of Rahmatullah Nabil to serve as director of the intelligence services.

Daoud Sultanzoy, advisor to President Ghani, said the low number of ministers elected was the result of political maneuvering in parliament.

Javid Faisal, the deputy spokesman for chief executive Abdullah Abdullah, expressed disappointment, saying both Mr.Abdullah and Mr. Ghani worked hard to put forward competent candidates.

"The parliament didn't contribute to this process," said Faisal. "The parliament didn't pay attention to the expectations of the nation, but still we, as the government respect their decision."

A number of individuals pulled out as nominees because of disputes over dual citizenship or not meeting the minimum education requirements.

Wednesday's action by lawmakers came nearly four months after Mr. Ghani and his election rival-turned-chief executive took office.

XS
SM
MD
LG