ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍິງສາວ ອັຟການີສຖານ ຕໍ່າຜ້າພົມ ເປັນຂອງຂວັນ ໃຫ້ທ່ານໂອບາມາ (ວີດິໂອ)


ຢູ່ອັຟການີສຖານ ຊຶ່ງເປັນປະເທດນຶ່ງທີ່ມີຊື່ສຽງໃນດ້ານການ
ຕໍ່າຜ້າພົມນັ້ນ ຍິງສາວອາຍຸ 17 ປີຜູ້ນຶ່ງ ໄດ້ເຮັດຂອງຂວັນພິ
ເສດອັນນຶ່ງ ໃຫ້ແກ່ປະທານາທິບໍດີສະຫະລັດ ທ່ານບາຣັກ
ໂອບາມາ. ຄືຜ້າພົມທີ່ນາງຕໍ່າເອງ ເພື່ອເປັນວິທີນຶ່ງໃນການໃຫ້
ຄໍາຍ້ອງຍໍສັນລະເສີນ ຄວາມພະຍາຍາມຕ່າງໆ ທີ່ທ່ານໂອບາ
ມາ ໄດ້ດໍາເນີນມາ ເພື່ອປະເທດຊາດຂອງນາງ.

ນາງ Aisha Rasekh ດໍາລົງຊີວິດຢູ່ໃນເຮືອນທີ່ກໍ່ດ້ວຍຂີ້ຕົມ
ແຫ້ງ ຢູ່ໃນ ເມືອງ Shiberghan ເມືອງຫລວງຂອງແຂວງ
Jowzjan ຊຶ່ງເປັນ ບ່ອນ ທີ່ນາງໄດ້ຕໍ່າພົມຂອງນາງເຊັ່ນກັນ.
ນາງໄດ້ເອົາຜ້າພົມ ທີ່ນາງຕໍ່າເອງນັ້ນ ມາສະແດງໃຫ້ເບິ່ງ ແລະ
ເວົ້າວ່າ:

“ນີ້ແມ່ນຮູບຂອງທ່ານບາຣັກ ໂອບາມາ ຢູ່ເທິງຜ້າພົມທີ່ຂ້ອຍໄດ້ໃຊ້ເວລາຕໍ່າ ຢູ່ 8 ເດືອນ ແລະຢາກຈະນໍາເອົາໄປມອບໃຫ້ແກ່ທ່ານດ້ວຍຕົວຂອງ ຂ້ອຍເອງ.”

ນາງ Aisha ເວົ້າວ່າ ນາງໄດ້ຕໍ່າຮູບໜ້າຂອງທ່ານໂອບາມາ ຢູ່ໃນຜ້າພົມ ເພື່ອເປັນການ ສະແດງເຖິງຄວາມຮູ້ສຶກເປັນບຸນຄຸນ ຕໍ່ການຊ່ວຍເຫລືອ ແລະເສຍສະລະຂອງຄົນອາເມ ຣິກັນ ແກ່ປະເທດຂອງນາງ. ນາງເວົ້າຕໍ່ໄປວ່າ:

“ຂ້ອຍຢາກຈະນໍາເອົາຜ້າພົມນີ້ ໄປມອບໃຫ້ທ່ານບາຣັກ ໂອບາມາ ປະທານາ ທິບໍດີສະຫະລັດ ເພື່ອສະແດງຄວາມຂອບໃຈ ແລະຊົມເຊີຍປະຊາຊົນຂອງສະ ຫະລັດ ທີ່ໄດ້ໃຫ້ການຊ່ວຍເຫລືອເພື່ອແຜ່ ແກ່ປະຊາຊົນອັຟການີສຖານ.”

ນອກຈາກໄປເຂົ້າໂຮງຮຽນແລ້ວ ນາງ Aisha ຍັງເປັນຜູ້ນຶ່ງທີ່ຊ່ວຍເຮັດວຽກຫາລ້ຽງຄອບ ຄົວທີ່ມີ 10 ຄົນ. ນາງ Aisha ເວົ້າມ້ວນທ້າຍວ່າ:

“ພໍ່ຂອງຂ້ອຍເຮັດທຸລະກິດຄ້າຂາຍພົມ. ພວກເຮົາມີນໍາກັນ 10 ຄົນ ຢູ່ໃນຄອບ ຄົວ ແລະພວກເຮົາທຸກຄົນ ລ້ວນແຕ່ພາກັນຕໍ່າຜ້າພົມໝົດ. ພວກເຮົາທໍາມາຫາ ກິນດ້ວຍການຕໍ່າຜ້າພົມຂາຍ.”
XS
SM
MD
LG