ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເນໂຕ້ມອບໂອນ ຄວາມຮັບຜິດຊອບ ດ້ານ​​ຄວາມ​ໝັ້ນຄົງ ໃຫ້ອັຟການິສຖານ (ວີດິໂອ/ສະໄລດ໌)


ຕໍາຫຼວດອັຟກາ​ນິສຖານ ຢືນຍາມຢູ່ໃກ້ສົບ ຂອງຜູ້ເຄາະຮ້າຍ ໃນເຫດວາງລະເບີດ ໃນກຸງ Kabul ຂະນະມີການມອບໂອນ ຄວາມຮັບຜິດຊອບ ດ້ານຄວາມໝັ້ນຄົງ ໄປໃຫ້ອັຟການິສຖານ, ວັນທີ 18 ມິຖຸນາ 2013.
ຕໍາຫຼວດອັຟກາ​ນິສຖານ ຢືນຍາມຢູ່ໃກ້ສົບ ຂອງຜູ້ເຄາະຮ້າຍ ໃນເຫດວາງລະເບີດ ໃນກຸງ Kabul ຂະນະມີການມອບໂອນ ຄວາມຮັບຜິດຊອບ ດ້ານຄວາມໝັ້ນຄົງ ໄປໃຫ້ອັຟການິສຖານ, ວັນທີ 18 ມິຖຸນາ 2013.
ປະທານາທິບໍດີອັຟກາ​ນິສຖານ ທ່ານ Hamid Karzai ກ່າວ​ວ່າ ກອງ​ກໍາລັງ​ຂອງ​ອັຟກາ​ນິສຖານ ​ໄດ້​ຮັບ​ເອົາ​ຄວາມຮັບຜິດຊອບ​ໃນ​ການ​ຮັກສາ​ຄວາມ​ໝັ້ນຄົງຂອງ​ໝົດ​ທັງປະ​ເທດ​ມາຈາກກອງ​ທະຫານ​ປະສົມນາໆຊາດ​ແລ້ວ.

ທ່ານ Karzai ໄດ້ກ່າວໃນ​ວັນ​ອັງຄານ​ມື້​ນີ້​ ​ໃນ​ພິທີ​ມອບ​ໂອນ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ຄວາມ​ໝັ້ນຄົງ ​ຢູ່ນອກ​ນະ​ຄອນ​ຫຼວງ Kabul ວ່າ ກອງ​ກໍາລັງອັຟກາ​ນີສຖານ​ນັ້ນ​ຈະ​ເປັນຜູ້​ນໍາພາ​ໃນການ​ດໍ​າ​ເນີນ​ຄວາມ​ພະຍາຍາມ​ທາງ​ດ້ານ​ຄວາມ​ໝັ້ນຄົງທຸກ​ຢ່າງ ຊຶ່ງ​ເປັນ​ຄວາມກ້າວໜ້າທີ່​ສໍາຄັນ​ ໃນສົງຄາມທີ່​ດໍາ​ເນີນ​ມາ​ເປັນ​ເວລາ 12 ປີນັ້ນ.

ທ່ານ Karzai ຍັງ​ເປີດ​ເຜີຍ​ໃຫ້​ຮູ້​ອີກ​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ສົ່ງ​ທູດ​ໄປ​ຍັງ​ປະ​ເທດ
Qatar ​ເພື່ອ​ພະຍາຍາມ​ໄຂ​ການ​ເຈລະຈາ​ສັນ​ຕິ​ພາບ​ກັບ​ຝ່າຍ​ຕາ​ລີ​ບັນ.


​ທາງ​ດ້ານເລຂາທິການ​ໃຫຍ່​ຂອງອົງການ​ເນ​ໂຕ ທ່ານ Anders Fogh Rasmusen ​
ນັ້ນ​ກ່າວ​ວ່າ ຄວາມ​ພະຍາຍາມ​ຫຼັກຂອງ​ກຸ່ມ​ພັນທະ​ມິດທາງ​ທະ​ຫານ​ນາໆ​ປະ​ເທດ​ ແມ່ນ
​“ກໍາລັງປ່ຽນ​ຈາກ​ການ​ຕໍ່ສູ້ ​ມາ​ເປັນ​ການ​ຊ່ສຍສະໜັບສະໜູນ” ​ແລະ​ວ່າ ທາງ​ກອງກໍາລັງ​
ຂອງ​ຝ່າຍພັນທະ​ມິດ ຈະ​ບໍ່​ເປັນ​ຜູ້​ວາງ​ແຜນ ຈັດ​ຕັ້ງປະຕິບັດ​ ຫຼືນໍາພາໃນ​ການ​ປະຕິບັດ​
ງານ​ດ້ານ​ຄວາມ​ໝັ້ນຄົງໃດໆ​.”

ການ​ມອບ​ໂອນ​ອໍານາດທາງ​ດ້ານ​ຄວາມ​ໝັ້ນຄົງນັ້ນ​ ໄດ້ມົວໝ​ອງຍ້ອນມີ​ການວາງລະ​ເບີດ​
ໃນ​ວັນ​ອັງຄານ​ມື້​ນີ້ ​ໃນອີກ​ເຂດ​ນຶ່ງ​ຂອງນະ​ຄອນ​ຫຼວງ Kabul ທີ່​ເນ​ເປົ້າໝ​າຍ​ໃສ່ສະມາຊິກ
ສະພາອັຟກາ​ນິສຖານ ທ່ານ Mohammed Mohaqiq ​ທີ່​ປອດ​ໄພ​ຈາກ​ການ​ໂຈມ​ຕີແຕ່ມີ
3 ຄົນ ເສຍ​ຊີວິດ​.

ກຸ່ມ Taliban ໄດ້​ດໍາ​ເນີນ​ການ​ປຸກລະດົມ​ກໍ່​ຄວາມ​ຮຸນ​ແຮງຢ່າງ​ຂຸ້ນຂ້ຽວ ​ໃນ​ໄລຍະ​ເວລາ​
ກ່ອນ​ກໍານົດການ​ມອບໂອນອໍານາດ ​ໃນ​ມື້​ນີ້.

ວີດິໂອກ່ຽວກັບຂ່າວນີ້:

Afghanistan Takes Control of Security from NATO
please wait

No media source currently available

0:00 0:02:10 0:00
ລິງໂດຍກົງ
XS
SM
MD
LG