ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຕາລີບານ ເຂົ້າຍຶດເອົາເມືອງ Khanashin ໃນແຂວງ Helmand


ກຳລັງຮັກສາຄວາມສະຫງົບອັຟການິສຖານ ຍ່າງຜ່ານ ຕຶກອາຄານທີ່ມີຄວັນກຸ້ມຂຶ້ນ ຫຼັງຈາກພວກຕາລີບານ ບຸກໂຈມຕີ. (9 ມີນາ 2016)​
ກຳລັງຮັກສາຄວາມສະຫງົບອັຟການິສຖານ ຍ່າງຜ່ານ ຕຶກອາຄານທີ່ມີຄວັນກຸ້ມຂຶ້ນ ຫຼັງຈາກພວກຕາລີບານ ບຸກໂຈມຕີ. (9 ມີນາ 2016)​

ແຫຼ່ງຂ່າວ​ຂອງ​ພວກ​ເຈົ້າໜ້າ​ທີ່ ​ແລະ​ຈາກ​ກຸ່ມ​ຕາ​ລີ​ບານ​ໃນ​ອັຟກາ​ນິສຖານໃຫ້ການ​ຢືນຢັນ​ວ່າ ພວກ​ກະບົດ​ຕາ​ລີ​ບານ ​ໄດ້​ບຸກ​ເຂົ້າຍຶດ​ເອົາ​ອີກ​ເມືອງນຶ່ງ ​ທີ່​ແຂວງ Helmand ​ໃນ​ພາກໃຕ້ອັຟກາ​ນິສຖານ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ປາ​ກິ​ສຖານ​ນັ້ນ.

ພວກ​ນັກ​ລົບກຸ່ມ​ຕາ​ລີ​ບານ​ໄດ້​ບຸກ​ໂຈມ​ຕີ​ແບບ​ບໍ່​ຮູ້​ຕົວ ​ຕໍ່​ເມືອງ Khanashin ​ເມື່ອຄືນ​ແລ້ວ ນີ້ ​ແລະ​ການ​ສູ້​ລົບ​ກັນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ໃນ​ຫລາຍໆ​ເຂດ​ຂອງ​ເມືອງ​ດັ່ງກ່າວ ນັ້ນຄື​ຄຳ​ເວົ້າ ຂອງ​ໂຄສົກ​ເຈົ້າ​ແຂວງ​ທີ່​ກ່າ​ວຕໍ່​ພວກ​ນັກ​ຂ່າວ​ອັຟກາ​ນິສຖານ ​ໃນ​ວັນ​ເສົາ​ມື້ນີ້.

​ແຕ່​ແນວ​ໃດ​ກໍ​ຕາມ ​ໂຄສົກ​ຂອງ​ກຸ່ມ​ຕາ​ລີ​ບານ​ກ່າວ​ອ້າງວ່າ ກຳລັງ​ຂອງ​ຕົນ​ໄດ້​ເຂົ້າຍຶດ​ເອົາ​ເມືອງ​ດັ່ງກ່າວ​ທັງ​ໝົດ ຫລັງ​ຈາກ​ໄດ້​ກວດ​ລ້າງ​ພວກ​ສັດຕູ.

​ໃນ​ຖະ​ແຫລ​ງການສັ້ນໆ​ທີ່​ສົ່ງ​ໃຫ້​ວີ​ໂອ​ເອນັ້ນ ​ໂຄສົກ​ຂອງ​ກຸ່ມ​ຕາ​ລີ​ບານ​ກ່າວ​ວ່າ ພວກ​ກະ ບົດ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວ​ງ​ໃຫ້​ແກ່​ກຳລັງ​ຮັກສາ​ຄວາມ ປອດໄພ​ຂອງ​ອັຟ ກາ​ນິສຖານ ກ່ອນ​ທີ່​ພວກ​ເຂົາ​ຈະ​ຖອຍ​ອອກ​ໄປ​ຈາກ​ເມືອງ Khanashin. ມັນ​ເປັນ​ໄປ​ໄດ້​ຍາກ​ທີ່​ຈະພິສູດ​ເບິ່ງ​ການ​ກ່າວ​ອ້າງ​ຂອງ​ກຸ່ມ​ຕາ​ລີບານ.

​ເມືອງ Khanashin ​ແມ່ນ​ຕັ້ງຢູ່ໃນ​ບໍລິ​ເວນຊາຍ​ແດນ​ທີ່​ຍາວຢຽດ​ຕິດ​ກັບ​ປາ​ກິ​ສຖານ​ແລະ​ໄດ້ຕົກ​ຢູ່​ໃນ​ກຳມື​ ຂອງ​ກຸ່ມ​ຕາ​ລີ​ບານ​ເປັນ​ເທື່ອ​ທີ​ສາມ ​ພາຍ​ໃນ​ໄລຍະ​ນຶ່ງ​ປີ.

ໃນ​ການ​ຖະ​ແຫຼງຕໍ່​ວີ​ໂອເອ​ໂດຍ​ຂໍ​ສະຫງວນ​ຊື່ນັ້ນ ​ເຈົ້າໜ້າ​ທີ່​ອັຟກາ​ນິສຖານ​ໄດ້ ກ່າວ​ຫາ​ວ່າ ພວກ​ກະບົດ​ຕາ​ລີ​ບານ​ທີ່​ປະ​ກອບອາວຸດ​ເຕັມ​ອັດຕາ ທີ່​ອາ​ໄສ​ຢູ່​ໃນເຂດ​ປາ​ກິ​ສຖາ​ນກໍ​ໄດ້​ເຂົ້າຮ່ວມ​ໃນ​ການ​ໂຈມ​ຕີ​ເມື່ອ​ຄືນວັນ​ພະຫັດ​ຜ່ານ​ມານີ້.

ພວກ​ເຂົາ​ເຈົ້າ​ໃຫ້ການ​ຢືນຢັນ​ວ່າ ຜູ້​ບັນຊາ​ການ​ກຳລັງ​ທະຫານ​ຢູ່ໃນ​ເຂດ​ດັ່ງກ່າວ ກໍ​ຮວມ ຢູ່​ໃນ​ຈຳນວນ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ສູ້​ລົບ. ທັງ​ສອງ​ຝ່າຍ​ຕ່າງ​ກໍມີລາຍ​ງານ​ວ່າ​ມີ​ການ​ບາດ​ເຈັບ​ລົ້ມຕາຍ​ແຕ່​ເວລາ​ນີ້ຍັງ​ບໍ່​ທັນ​ໄດ້​ຮັບ​ລາຍ​ລະອຽດທີ່​ໄດ້​ຮັບ​ການ​ຢືນຢັນ​ເທື່ອ.

​ແຂວງ Helmand ​ເປັນ​ແຂວງທີ່​ໃຫຍ່​ທີ່​ສຸດ​ໃນ​ອັຟກາ​ນິສຖານ ​ແລະ​ມີ​ຊື່​ສຽງ​ບໍ່​ດີໃນ​ການ​ເປັນ​ເຂດ​ຜະລິດ​ຝິ່ນ​ທີ່​ສຳຄັນ.​ ​ແຂວງ​ດັ່ງກ່າວ​ໄດ້​ຖືກ​ໂຈມ​ຕີ​ຕະຫຼອດ​ມາ ​ໂດຍ​ພວກ​ຕາ​ລີ​ບານ​ ຈຶ່ງພາ​ໃຫ້​ສະຫະລັດ ຕ້ອງໄດ້​ສົ່ງ​ກຳລັງໄປ​ຍັງ​ເຂດດັ່ງກ່າວ ​ເພື່ອ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ກຳລັງ​ອັຟກາ​ນິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG