ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣິກັນ 6 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ອັຟການີສຖານ


ເຈົ້າໜ້າ​ທີ່ກະຊວງ​ຕ່າງປະ​ເທດສະຫະລັດ​ສາວຄົນ​ນຶ່ງ ກັບພະນັກ
ງານ​ພົນລະ​ເຮືອນ​ຄົນ​ນຶ່ງ​ຂອງກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​
ແລະ​ນາຍ​ໝໍ​ຊາວ​ອັຟກາ​ນີສຖານ​ຄົນ​ນຶ່ງ ເສຍ​ຊີວິດ​ເມື່ອ​ວັນ​ເສົາ​
ວານ​ນີ້ ​ເວລາ​ລະ​ເບີດ​ລົດ​ຄັນ​ນຶ່ງໄດ້​ແຕກ​ຂຶ້ນໃສ່​ຂະ​ບວນລົດ​ຂອງ
​ເຂົາ​ເຈົ້າ​ທີ່ແລ່ນກາຍ​ໄປ ຂະນະ​ເດີນທາງ​ເອົາ​ປື້​ມ​ໄປແຈກ​ຢາຍ​ໃຫ້
ເດັກ​ນັກຮຽນ​ທີ່​ໂຮງຮຽນອັຟກາ​ນີສຖານ​ແຫ່ງ​ນຶ່ງ.

ການ​ໂຈມ​ຕີດັ່ງກ່າວ ຊຶ່ງ​ເກີດ​ຂຶ້ນ​ຢູ່​ແຂວງ Zabul ທາງ​ພາກ​ໃຕ້​ຂອງ​
ອັຟກາ​ນີສຖານ ຍັງ​ໄດ້ສັງຫານ​ທະຫານ​ອະ​ເມຣິກັນ​ສາມ​ຄົນ. ການ
​ໂຈມ​ຕີ​ບັ້ນ​ນຶ່ງ​ອີກ​ຕ່າງຫາກ​ ຢູ່ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທ​ດ
​ເມື່ອ​ວັນ​ເສົາ​ວານ​ນີ້ ​ກໍໄດ້​ສັງຫານ​ພົນລະ​ເຮືອນ​ສະຫະລັດ​ອີກ​ຄົນ
​ນຶ່ງ ທີ່​ເຮັດ​ວຽກ​ໃຫ້ລັດຖະບານ.

ທ່ານ ຈອນ ​ແຄ​ຣີ ລັດຖະມົນຕີ​ຕ່າງ​ປະ​ເທດ​ສະຫະລັດ ​ເວົ້າ​ວ່າ ເວລາ​ທ່ານໄປ​ຢ້ຽມຢາມອັຟກາ​ນີສຖານ​ເມື່ອ​ອາທິດ​ຜ່ານ​ມາ​ນີ້ ທ່ານໄດ້​ພົບ​ປະ​ກັບ​ເຈົ້າໜ້າ​ທີ່ກະຊວງຕ່າງປະ​ເທດຍິງຜູ້​ເຄາະ​ຮ້າຍ​ຄົນ​ນັ້ນ ທີ່​ບໍ່ໄດ້​ມີ​ການເປີດ​ເຜີຍ​ຊື່ໃຫ້​ຊາຍໃນ​ທັນທີນີ້​ເທື່ອ​. ທ່ານ
ແຄ​ຣີກ່າວເຖິງຜູ້ກ່ຽວ​ວ່າ​ເປັນ​ຍິງທີ່​ມີ​ຄວາມ​ສະຫຼາດ ມີ​ຄວາມ​ສາ
ມາດແລະ​ກະຕືລື​ລົ້ນ​ທີ່​ຈະ​ຮັບ​ໃຊ້​ແລະ​ມີຄວາ​ມ ໝັ້ນໝາຍ​ອັນເລິກ​ເຊິ່ງ ຕໍ່​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ ​ແລະ​ຕໍ່​ການ​ສ້າງ ຄວາມ​ແຕກ​ຕ່າງທີ່​ດີ​ຂຶ້ນ ​ໃຫ້​ແກ່ຊາວ​ອັຟກາ​ນີສຖານ. ຜູ້ກ່ຽວກໍາລັງເດີນ ທາງ​ໄປ​ກັບ​ຄົນ​ກຸ່ມ​ນຶ່ງ​ເພື່ອ​ນໍາ​ປື້​ມ​ໄປ​ບໍລິຈາກໃຫ້​ແກ່​ພວກ​ນັກ​ຮຽນ ຢູ່ Qalat ​ເມື​ອງຫຼວງຂອງ​ແຂວງ Zabul ​ເວລາ​ລະ​ເບີດ​ໄດ້​ແຕກ​ຂຶ້ນ.

ນາຍພົນ Martin Dempsey ປະທານເສນາທິການຮ່ວມ ສະຫະລັດ
ນາຍພົນ Martin Dempsey ປະທານເສນາທິການຮ່ວມ ສະຫະລັດ

ການ​ໂຈມ​ຕີສອງບັ້ນ​ເມື່ອ​ວັນ​ເສົາ​ວານ​ນີ້ ມີ​ຂຶ້ນໃນ​ຂະນະທີ່
ນາຍ​ພົນ Martin Dempsey ປະທານ​ເສນາ​ທິການ​ຮ່ວມ
​ສະຫະລັດໄດ້​ເດີນທາງ​ໄປ​ເຖິງ​ອັຟກາ​ນີສຖານ ​ເມື່ອ​ພົບ​ປະ
​ກັບ​ເຈົ້າໜ້າ​ທີ່​ອະ​ເມຣິກາ ​ແລະອັຟກາ​ນີສຖານ ແລະ​ຕີ​ລາຄາ
ກ່ຽວ​ກັບ​ວ່າ ຄ​ວນຈະ​ປະທະຫານ​ສະຫະລັດ​ໄວ້​ຫລາຍ​ເທົ່າ​ໃດ
ຢູ່​ໃນ​ອັຟກາ​ນີສຖານ ​ເພື່ອ​ຊ່ວຍ​ເຝິກ​ອົບ​ລົມ​ທະຫານ​ອັຟກາ
ນີສຖານ ຫຼັງຈາກ​ປີໜ້າ.

ຄາດ​ວ່າ ນາຍ​ພົນ Dempsey ກໍ​ຈະ​ໄປ​ຢ້ຽມຢາມ​ທະຫານ​ອະ​ເມ​ຣິກັນ​ຢູ່ ​ເຂດ​ສະໜາມ ອັນ​ເປັນ​ພາກສ່ວນ​ຂອງ​ຄວາມ​ພະຍາຍາມ​ເພື່ອ​ວາງ​ແຜນ ກ່ຽວ​ກັບ​ບົດບາດ​ຂອງ​ສະຫະ ລັດ​ຢູ່​ໃນ​ອັຟກາ​ນີສຖານ ຫຼັງຈາກ​ສະຫະລັດຖອນ​ພົນ​ລົບຂອງ​ຕົນອອກ​ໄປພາຍ​ໃນ​ທ້າຍ​ປີ 2014 ນັ້ນ.
XS
SM
MD
LG