ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເຫດລະເບີດ ໃນພາກຕາເວັນອອກ ຂອງ ອັຟການິສຖານ ເຮັດໃຫ້ 13 ຄົນ ເສຍຊີວິດ


ແຜນທີ່ ແຂວງ Kunar ປະເທດ Afghanistan.
ແຜນທີ່ ແຂວງ Kunar ປະເທດ Afghanistan.

ບັນດາ​ເຈົ້າ​ໜ້າ​ທີ່ໃນພາກ​ຕາ​ເວັນ​ອອກ​ຂອງອັຟກາ​ນິສຖານ
ກ່າວ​ວ່າ ຜູ້ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ໜຶ່ງ ເຮັດ​ໃຫ້ຢ່າງ​ໜ້ອຍ
13 ຄົນເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກຫລາຍ​ກວ່າ 40
ຄົນ ຢູ່​ເຂດຊາຍແດນ ​ທາງ​ພາກຕາ​ເວັນອອກຂອງ​ປະ ​ເທດ ​
ໃກ້​ກັບ​ປາ​ກິ​ສຖານ ​ໃນ​ວັນ​ເສົາ​ມື້​ນີ້.

ບັນດາ​ຜູ້​ເຫັນ​ເຫດການ ກ່າວ​ວ່າ ຜູ້​ໂຈມ​ຕີ​ທີ່​ຂີ່​ລົດ​ຈັກ ​ໄດ້​ບີ​ບ
ຄະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນໃກ້​ກັບ​ທາງ​ເຂົ້າ​ຫ້ອງການ​ເຈົ້າ
​ແຂວງ ທີ່​ເມືອງ​ Asadabad ​ເມືອງຫຼວງ ​ຂອງ​ແຂວງ Kunar.

ຜູ້​ບັນຊາ​ການ​ທະຫານ​ບ້ານ ທີ່​ຕໍ່ຕ້າ​ນຕາລີ​ບານ​ຄົນ​ໜຶ່ງ ທີ່​ສັນລະ​ສູດ​ວ່າ​ ແມ່ນ​ ທ່ານ Malik
Khan Jan ​ແມ່ນ​ຮວມຢູ່​ໃນ​ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດລະ​ເບີດ​.

ບັນດາ​ເຈົ້າ​ໜ້າ​ທີ່​ປະຈຳ​ແຂວງກ່າວ​ວ່າ ການ​ໂຈມ​ຕີ​ສ່ວນ​ໃຫຍ່ແມ່ນ​ເຮັດ​ໃຫ້​ພົນ ລະ​ເຮືອນ
ແລະເສຍ​ຊີວິດ ຮວມທັງ​ເດັກນ້ອຍ ຜູ້​ທີ່​ກາຍ​ໄປຫລື​ກຳລັງຫລີ້ນຢູ່ໃນ​ ​ສວນສາທາລະນະ
ທີ່ຢູ່​ໃກ້ໆ​. ​ຜູ້​ເຄາະ​ຮ້າຍເຈັດ​ຄົນ​ທີ່ໄດ້​ຮັບ​ບາດ​ເຈັບ​ສາຫັດໄດ້ ຖືກ​ນຳ​ສົ່ງ​ໄປ​ໂຮງ​ໝໍ ​ແຂວງ
Nangarhar ທີ່ຢູ່ໃກ້​ນັ້ນ.

ຍັງ​ບໍ່​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ກ່ຽວ​ກັບການວາງ​ລະ​ເບີດດັ່ງກ່າວ​ນີ້​ເທື່ອ.

Afghanistan Blast
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG