ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

6 ຄົນເສຍຊີວິດ ໃນເຫດວາງລະເບີດສະລະຊີບ ທີ່ອັຟການິສຖານ


ຕໍາຫລວດຄົນນຶ່ງກໍາລັງຢືນຍາມພວກຄົນທີ່ກໍາລັງທໍາການໄຫວ້ວອນໃນຍາມບຸນ
Eid al-Adha ຂອງຊາວມຸສລິມໃນກຸງຄາບູລ , ອັຟການິສຖານ.
ວັນທີ 6 ພະຈິກ 2011.
ຕໍາຫລວດຄົນນຶ່ງກໍາລັງຢືນຍາມພວກຄົນທີ່ກໍາລັງທໍາການໄຫວ້ວອນໃນຍາມບຸນ Eid al-Adha ຂອງຊາວມຸສລິມໃນກຸງຄາບູລ , ອັຟການິສຖານ. ວັນທີ 6 ພະຈິກ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ເໜືອ​ຂອງ​ອັຟກາ​ນິສຖານ​ກ່າວ​ວ່າ ຜູ້ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​
ນຶ່ງ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 6 ຄົນ ຮວມທັງ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ຄົນ​ນຶ່ງ​ແລະ​ມີ​ຜູ້
ບາດ​ເຈັບ​ຕື່ມ​ອີກ 15 ຄົນ.

ທາງ​ການ​ອັຟກາ​ນິສຖານ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ໂຈມ​ຕີ​ຄັ້ງ​ນີ້ມີ​ຂຶ້ນ​ໃນ​ວັນ​ອາ
ທິດ​ມື້​ນີ້ ຂະນະ​ທີ່ພວກ​ໄປ​ໂບດ​ກໍາລັງ​ພາກັນ​ອອກ​ຈາກ​ໂບດ​ແຫ່ງ​ນຶ່ງ​ຫລັງ​ຈາກ​ທໍາ​ການ
ໄຫວ້​ວອນ​ທາງ​ສາ​ສະ​ໜາ​ໃນ​ແຂວງ Baghlan. ການ​ໂຈມ​ຕີ​ດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ມື້​
ທໍາ​ອິດ​ຂອງ​ວັນພັກ​ບຸນEid al-Adha ເປັນ​ເວລາ 3 ມື້​ຂອງ​ຊາວ​ມຸສລິ​ມ ຊຶ່ງ​ຕາມ​ປະ​ເພ
ນີ​ເປັນເວລາ​ທີ່​ພວກ​ຜູ້​ຄົນພາກັນ​ໄປ​ໄຫວ້​ວອນ​ໃນ​ໂບດ​ແລະ​ຢູ່​ກັບ​ພວກ​ຄອບຄົວ​ຂອງ​
ເຂົາ​ເຈົ້າ.

ໂຄສົກ​ກະຊວງ​ພາຍ​ໃນ​ກ່າວ​ວ່າ ມີ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບ 2 ຄົນ​ພົວພັນ​ໃນ​ການວາງ
ລະ​ເບີດ​ໂຈມ​ຕີ​ດັ່ງກ່າວ ຊຶ່ງ​ຄົນ​ນຶ່ງ​ໄດ້​ຈູດ​ກະນວນວັດຖຸ​ລະ​ເບີດ​ຂອງ​ຜູ້ກ່ຽວ​ໄປ​ແລ້ວ ​ແລະ
ຜູ້​ທີ​ສອງ​ໄດ້​ຖືກ​ຈັບ​ກຸມ​ກ່ອນ​ຜູ້ກ່ຽວ​ຈະຈູດ​ກະນວນ​ວັດຖຸລະ​ເບີດ.

ຍັງ​ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການວາງ​ລະ​ເບີດ​ຄັ້ງ​ນີ້​ໂດຍ​ທັນທີ ​ແຕ່​ຕາມ​
ທໍາ​ມະ​ດາ​ຜ່ານ​ມາ​ນັ້ນ ກຸ່ມ​ຕາ​ລິ​ບັນ​ໄດ້​ແນ​ເປົ້າ​ໝາຍ​ໃສ່ພວກ​ເຈົ້າ​ໜ້າ​ທີ່ແລະ​ກໍາລັງ​ຮັກ
ສາ​ຄວາມ​ປອດ​ໄພ​ຂອງອັຟກາ​ນິສຖານຕະຫລອດ​ທັງ​ພວກ​ທະຫານ​ນາໆ​ຊາດ​ນັ້ນ. ​ໃ
ນ​ວັນ​ສຸກ​ຜ່ານ​ມາ​ນີ້ ກຸ່ມຕາ​ລີ​ບັນ​ໄດ້​ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ຮຽກຮ້ອງ​ໃຫ້​ພວກ
ນັກ​ຕໍ່ສູ້ຂອງ​ຕົນ​ຫລີກ​ລ້ຽງ​ການ​ເຂັ່ນຂ້າ​ພວກ​ປະຊາຊົນ​ພົນລະ​ເຮືອນ​ນັ້ນ.

ຄວາມ​ຮຸນ​ແຮງ​ໃນ​ບັນດາ​ແຂວງ​ໃນ​ພາກ​ເໜືອ​ຂອງ​ອັຟກາ​ນິສຖານ​ຊຶ່ງແຕ່​ກ່ອນ​ເຄີຍ​ເປັນ
ເຂດ​ທີ່​ມີ​ຄວາມ​ສະຫງົບ ​ໄດ້​ສະ​ແດງ​ອອກ​ມາ​ໃຫ້​ເຫັນ​ຫລາຍ​ຂຶ້ນ​ດ້ວຍ​ການ​ໂຈມ​ຕີ
ຫລາຍ​ບັ້ນ​ຕິດ​ຕໍ່​ກັນ​ມາ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ຂະນະ​ທີ່​ພວກ​ກະບົດ​ພະຍາ
ຍາມສະ​ແດງ​ໃຫ້​ເຫັນ​ວ່າ ພວກເຂົາ​ສາມາດ​ທໍາ​ການ​ເຄື່ອນ​ໄຫວ​ນອກ​ຂົງ​ເຂດ​ພາກ​ໃຕ້
ຂອງ​ອັຟກາ​ນິສຖານ​ນັ້ນ​ໄດ້.

XS
SM
MD
LG