ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ADB ຈະໃຫ້ລາວ ກູ້ຢືມທຶນ ຫຼາຍກ່ວາ 116 ລ້ານດອນລາ ສຳຫລັບ ໂຄງການພັດທະນາ ໃນສົກປີ 2015-16


An elderly woman cries at the memorial for the killed Maidan activists during a ceremony marking the third anniversary of the Euromaidan beginning in central Kyiv, Ukraine.
An elderly woman cries at the memorial for the killed Maidan activists during a ceremony marking the third anniversary of the Euromaidan beginning in central Kyiv, Ukraine.

ປະທານທະນາຄານພັດທະນາເອເຊຍ (ADB) ຢືນຢັນວ່າ ໄດ້
ຈັດກຽມເງິນທຶນໃນມູນຄ່າ 116 ກວ່າລ້ານດອນລາ ສຳຫລັບໃຫ້
ລັດຖະບານລາວກູ້ຢືມ ເພື່ອນຳໃຊ້ໃນໂຄງການພັດທະນາຕ່າງໆ
ໃນປີ 2015 ແລະ ປີ 2016.

ທ່ານ Takehiko Nakao ປະທານທະນາຄານພັດທະນາເອເຊຍ (ADB) ໄດ້ຖະແຫລງ
ຢືນຢັນໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເມື່ອບໍ່ນານມານີ້
ວ່າ ADB ໄດ້ຈັດກຽມເງິນທຶນຫຼາຍກວ່າ 116 ລ້ານດອນລາ ສຳຫລັບ ໃຫ້ລັດຖະບານລາວ
ກູ້ຢືມລະຍະຍາວ ໃນອັດຕາດອກເບ້ຍຕ່ຳ ເພື່ອນຳໃຊ້ໃນໂຄງການພັດທະນາຕ່າງໆ ໃນປີ
2015 ແລະ ປີ 2016.

ໂດຍຂະແໜງທີ່ ADB ໄດ້ໃຫ້ຄວາມສຳຄັນເປັນພິເສດ ກໍຄືການພັດທະນາ ດ້ານການ
ສຶກສາ ການເຊື່ອມຕໍ່ທາງເສດຖະກິດ ກັບປະເທດເພື່ອນບ້ານ ໃນລຸ່ມແມ່ນ້ຳຂອງການ
ຄຸ້ມຄອງ ການຂົນສົ່ງ ແລະ ການປັບປຸງຂອດການບໍລິການ ດ້ານສາທາລະນະສຸກ ທັງນີ້
ເພື່ອຍົກລະດັບ ຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນລາວໃຫ້ດີຂຶ້ນ ລວມເຖິງ
ການຮັກສາການຂະຫຍາຍຕົວ ທາງເສດຖະກິດ ໃນລາວຢ່າງຕໍ່ເນື່ອງ ດ້ວຍການປັບປຸງ
ສະພາບແວດລ້ອມ ໃນພາກທຸລະກິດການຄ້າ ການລົງທຶນ ການບໍລິການ ແລະ ທ່ອງທ່ຽວ
ທີ່ພາກລັດ ແລະ ເອກະຊົນ ມີສ່ວນຮ່ວມໃນການພັດທະນາດັ່ງກ່າວ.

ທະນາຄານພັດທະນາເອເຊຍ (ADB) ໃຫ້ການຊ່ວຍເຫຼືອລ້າ ແກ່ ລັດຖະບານລາວມູນຄ່າ 83 ລ້ານດອນລາ ສຳຫລັບ ໃຊ້ຈ່າຍໃນ 3 ໂຄງການ.
ທະນາຄານພັດທະນາເອເຊຍ (ADB) ໃຫ້ການຊ່ວຍເຫຼືອລ້າ ແກ່ ລັດຖະບານລາວມູນຄ່າ 83 ລ້ານດອນລາ ສຳຫລັບ ໃຊ້ຈ່າຍໃນ 3 ໂຄງການ.

​ທ່ານ Takehiko Nakao ຍັງໄດ້ເນັ້ນຢ້ຳດ້ວຍວ່າ ການຊ່ວຍເຫຼືອ
ທີ່ ADB ໃຫ້ແກ່ລັດຖະບານລາວໃນລະຍະຜ່ານມາ ທີ່ໄດ້ສຸມໃສ່
ຂະແໜງພະລັງງານ ໂຄງການພັດທະນາໃນພາກກະສິກຳ-ປ່າໄມ້
ການພັດທະນາພື້ນຖານໂຄງລ່າງ ເຊັ່ນເສັ້ນທາງຄົມມະນາຄົມ-
ຂົນສົ່ງ ທີ່ເຊື່ອມໂຍງ ລະຫວ່າງເຂດເມືອງກັບເຂດຊົນນະບົດ ທີ່
ຕິດພັນກັບ ການພັດທະນາການທ່ອງທ່ຽວນັ້ນ ADB ກໍຍັງຈະໃຫ້ ການຊ່ວຍເຫຼືອຕໍ່ໄປດັ່ງທີ່ທ່ານໄດ້ຢືນຢັນວ່າ:

"ໄດ້ມີການສົນທະນາກັນ ໃນຫຼາຍໆດ້ານ ແລະ ADB ກໍໄດ້
ເພັ່ງເລັງໃສ່ເລື້ອງ ການປະຕິບັດງານຮ່ວມກັນ ເພື່ອຊັ່ງຊາ
ຕີລາຄາເບິ່ງ ການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ແລະ
ອື່ນໆອີກ."

ກ່ອນໜ້ານີ້ ADB ກໍໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ເພື່ອພັດທະນາ
ການທ່ອງທ່ຽວໃນລາວ ໂດຍມີມູນຄ່າລວມຮອດ 40 ລ້ານດອນລາ ເພື່ອນຳໃຊ້ໃນໂຄງການ ພັດທະນາ ພາກບໍລິການ ແລະ ທ່ອງທ່ຽວຢູ່ໃນເຂດແຂວງ ຫລວງພະບາງ ອຸດົມໄຊ ຄຳມ່ວນ ແລະ ຈຳປາສັກ ໃນຊ່ວງປີ 2015-2017 ໂດຍແນໃສ່ ການພັດທະນາປັບປຸງເສັ້ນທາງ ສະຖານທີ່ທ່ອງທ່ຽວ ແລະ ສິ່ງແວດລ້ອມ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການເຊື່ອມ ໂຍງການທ່ອງທ່ຽວຂອງລາວ ເຂົ້າກັບປະເທດເພື່ອນບ້ານ ໃນລຸ່ມແມ່ນ້ຳຂອງດ້ວຍກັນ.

ໂດຍ ADB ຄາດຫວັງວ່າ ການພັດທະນາດັ່ງກ່າວ ຈະເຮັດໃຫ້ຊາວຕ່າງຊາດ ເດີນທາງ
ມາທ່ອງທ່ຽວໃນລາວ ຍາວນານຂຶ້ນ ແລະ ມີການໃຊ້ຈ່າຍຫຼາຍຂຶ້ນດ້ວຍ ເພາະໃນຊ່ວງ
ປີ 2013-2014 ທີ່ຜ່ານມານັ້ນ ເຖິງແມ່ນວ່າ ຈະມີຊາວຕ່າງຊາດ ເດີນທາງມາທ່ອງທ່ຽວ
ໃນເຂດລຸ່ມແມ່ນ້ຳຂອງເພີ້ມຂຶ້ນເຖິງ 12 ເປີເຊັນ ແລະ ພາກບໍລິການມີລາຍຮັບ 5 ໝື່ນ
ກວ່າລ້ານດອນລາກໍຕາມ ແຕ່ລາວ ກັບໄດ້ຮັບສ່ວນແບ່ງພຽງ 1 ເປີເຊັນ ເພາະນັກທ່ອງທ່ຽວ
ມີການໃຊ້ຈ່າຍ ສະເລ່ຍໃນລາວພຽງ 160 ດອນລາຕໍ່ຄົນເທົ່ານັ້ນ.

ແຕ່ຢ່າງໃດກໍຕາມລັດຖະບານລາວ ກໍຄາດຫວັງວ່າ ສະພາບການຈະດີຂຶ້ນໃນປີ 2015 ນີ້
ເພາະລາວໄດ້ຮັບການຈັດອັນດັບຈາກ The Wanderlust Magazine ທີ່ເປັນວາລະສານ
ດ້ານການທ່ອງທ່ຽວຊັ້ນນຳ ຂອງໂລກໃນປີ 2015 ພ້ອມກັນນີ້ ບັນດາສະມາຊິກຂອງວາລະ
ສານດັ່ງກ່າວ ກໍໄດ້ຈັດໃຫ້ເມືອງມໍລະດົກໂລກ ຫລວງພະບາງ ເປັນເມືອງທີ່ໜ້າທ່ອງທ່ຽວ
ທີ່ສຸດ ເປັນອັນດັບ 1 ຂອງໂລກໃນປີ 2015 ນີ້ອີກດ້ວຍ.

ໂດຍຫລວງພະບາງໄດ້ຮັບຄະແນນນິຍົມເຖິງ 97.14 ເປີເຊັນ ຂອງຈຳນວນສະມາຊິກທັງ
ໝົດ ທີ່ໄດ້ປະກອບຄວາມເຫັນ ເຂົ້າໃນການສຳຫລວດ ຄັ້ງຫລ້າສຸດ ສ່ວນອັນດັບທີ 2 ແລະ
3 ກໍຄືເມືອງພຸກາມ ໃນມຽນມາ ແລະ Stockholm ໃນສະວີເດັນ ທີ່ໄດ້ຮັບຄະແນນສະເລ່ຍ
95 ເປີເຊັນ ແລະ 94.74 ເປີເຊັນ ຕາມລຳດັບ.

ໂດຍການທີ່ເປັນຈຸດໝາຍປາຍທາງ ທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກດັ່ງກ່າວນີ້ ກໍໄດ້ເປັນຜົນ
ເຮັດໃຫ້ມີຊາວຕ່າງປະເທດ ເດີນທາງມາທ່ອງທ່ຽວ ເມືອງມໍລະດົກໂລກ ຫລວງພະບາງ
ເພີ້ມຂຶ້ນ ຈາກ 343,000 ກວ່າຄົນ ໃນປີ 2013 ເປັນຫຼາຍກວ່າ 350,000 ຄົນ ໃນປີ 2014
ແລະຍັງຈະເພີ້ມຂຶ້ນອີກໃນປີ 2015 ນີ້ອີກ.

ທາງ​ດ້ານ ທ່ານ​ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ
ວັດທະນະທຳ ​ແລະ​ ທ່ອງ​ທ່ຽວ ຖະ​ແຫລ​ງວ່າ​ໃນ​ປີ 2013 ມີ​ຊາວ​ຕ່າງ​ຊາດ ​ເດີນທາງ​ເຂົ້າມາ
ໃນລາວ 3 ລ້ານ 7 ແສນກວ່າຄົນ ແລະ ເພີ້ມຂຶ້ນເປັນ 3 ລ້ານ 8 ແສນກວ່າຄົນ ໃນປີ 2014
ສ່ວນໃນປີ 2015 ນີ້ ກໍຄາດວ່າຈະມີເຖິງ 4 ລ້ານກວ່າຄົນ ທີ່ຈະເດີນທາງເຂົ້າມາລາວເນື່ອງ ຈາກລາວມີການພັດທະນາ ການທ່ອງທ່ຽວ ທີ່ໄດ້ມາດຕະຖານສາກົນ ຫຼາຍຂຶ້ນນັບມື້ນັ້ນເອງ.

XS
SM
MD
LG