ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ADB ໃຫ້ກ່ານຊ່ວຍເຫຼືອ ດ້ານການທ່ອງທ່ຽວ ໃນເມືອງຫ້ວຍຊາຍ ເພື່ອດຶງດູດເອົາ ນັກທ່ອງທ່ຽວ


ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໃນລາວ
ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໃນລາວ

ທະນາຄານພັດທະນາ ເອເຊຍ ADB ໃຫ້ການຊ່ວຍເຫຼືອແກ່
ລັດຖະບານລາວ ຄິດເປັນ ມູນຄ່າລວມ 24 ລ້ານໂດລາສຳລັບ
ພັດທະນາເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ເພື່ອຮອງຮັບເອົາ
ນັກທ່ອງທ່ຽວຕ່າງປະເທດໃຫ້ຫຼາຍຂຶ້ນ.

ເຈົ້າໜ້າທີ່ຂັ້ນສູງໃນແຂວງບໍ່ແກ້ວຢືນຢັນວ່າທະນາຄານພັດທະນາ ເອຍເຊຍ ໄດ້ຕົກລົງທີ່ ຈະເລີ່ມການຊ່ວຍເຫຼືອເພື່ອພັດທະນາການ ທ່ອງທ່ຽວໃນເຂດເມືອງຫ້ວຍຊາຍ ຊຶ່ງເປັນເມືອງ ເອກຂອງແຂວງ ບໍ່ແກ້ວ ນັບແຕ່ເດືອນກັນຍາ 2015 ນີ້ເປັນຕົ້ນໄປ ແລະ ຈະໃຊ້ ເວລາໃນ ການດຳເນີນງານເພື່ອໃຫ້ແລ້ວສຳເລັດສົມບູນພາຍໃນ 2 ປີດ້ວຍງົບປະມານ 24 ລ້ານໂດລາ ແລະ ລັດຖະບານລາວ ສົມທົບອີກໜຶ່ງລ້ານ.

ທັງນີ້ໂດຍການດຳເນີນງານຈະປະກອບດ້ວຍການກໍ່ສ້າງຖະໜົນໄລຍະຍາວ 3 ກິໂລແມັດ ເພື່ອເຊື່ອມຕໍ່ລະຫວ່າງຕົວເມືອງ ຫ້ວຍຊາຍ ກັບສະພານຂ້າມແມ່ນນ້ຳຂອງລະຫວ່າງລາວ ໄທ ແຫ່ງທີ 4 ການພັດທະນາປັບປຸງຖະໜົນພາຍໃນຕົວເມືອງ ຫ້ວຍຊາຍທັງ 16 ເສັ້ນທາງ ການພັດທະນາປັບປຸງທ່າເຮືອໃນແມ່ນ້ຳຂອງ ການສ້າງສວນ ສາທາລະນະເທິງເນື້ອທີ່ 7 ເຮັກຕາຢູ່ໃຈກາງເມືອງຫ້ວຍຊາຍ ການສ້າງສິ່ງອຳນວຍຄວາມສະດວກຕ່າງໆ ການອະນຸລັດ ສິ່ງແວດລ້ອມທຳມະຊາດໃນຕົວເມືອງ ແລະ ແມ່ນ້ຳຂອງ.

ທາງການ ADB ເຊື່ອໝັ້ນວ່າການພັດທະນາດັ່ງກ່າວນີ້ຈະເຮັດ ໃຫ້ເມືອງຫ້ວຍຊາຍ
ເປັນ ເມືອງທີ່ເປັນຕາຢູ່ ແລະ ເປັນຕາພັກ ອາໄສຊຶ່ງຈະດຶງດູດນັກທ່ອງທ່ຽວຕ່າງຊາດ
ໃຫ້ເດີນທາງ ເຂົ້າມາ ໃນເມືອງຫ້ວຍຊາຍຫຼາຍຂຶ້ນ ໂດຍສະເພາະແມ່ນນັກທ່ອງທ່ຽວ
ຈາກຈີນ ແລະ ໄທ ພາຍໃຕ້ແຜນການຮ່ວມມືທາງເສດຖະກິດລະຫວ່າງປະເທດໃນ
ເຂດລຸ່ມແມ່ນ້ຳຂອງດ້ວຍ ການນັ້ນເອງ.

ທາງດ້ານພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວລາຍງານ
ວ່າໃນ ປີ 2014 ມີນັກທ່ອງທ່ຽວຕ່າງຊາດ ພຽງ 160,000 ກວ່າຄົນ ທີ່ເດີນທາງເຂົ້າໃນ
ແຂວງບໍ່ແກ້ວ ແລະ ໃນຈຳນວນນີ້ກໍປະກົດວ່າມີພຽງ 10 ເປີເຊັນ ເທົ່ານັ້ນທີ່ຫຍຸດແວະ ພັກເຊົາຢູ່ໃນແຂວງບໍ່ແກ້ວ ສ່ວນອີກ 90 ເປີເຊັນ ນັ້ນລ້ວນແຕ່ພາກັນ ເດີນທາງຜ່ານ
ແຂວງບໍ່ແກ້ວໄປໄທ ແລະ ຈີນເປັນສ່ວນໃຫຍ່.

ກ່ອນໜ້ານີ້ ADB ໄດ້ຕົກລົງໃຫ້ການຊ່ວຍເຫຼືອລັດຖະບານ ລາວ ໃນມູນຄ່າ 40 ລ້ານ
ໂດລາ ເພື່ອພັດທະນາພາກບໍລິການ ແລະ ການທ່ອງທ່ຽວໃນເຂດແຂວງຫຼວງພະບາງ
ອຸດົມໄຊ ຄຳມ່ວນ ແລະ ຈຳປະສັກ ນັບຈາກປີ 2015 ເຖິງປີ 2017 ດ້ວຍການພັດທະນາ
ປັບປຸງ ເສັ້ນທາງ ສະຖານທີ່ທ່ອງທ່ຽວ ແລະ ສິ່ງແວດລ້ອມເພື່ອອຳນວຍຄວາມສະດວກ
ໃຫ້ແກ່ການ ເຊື່ອງໂຍງ ການທ່ອງທ່ຽວຂອງລາວ ກັບລຸ່ມແມ່ນ້ຳຂອງ.

ທັງນີ້ ADB ຄາດຫວັງວ່າ ການພັດທະນາດ່ັງກ່າວຈະເຮັດໃຫ້ ຊາວຕ່າງຊາດພາກັນເດີນ
ທາງເຂົ້າມາທ່ອງທ່ຽວໃນລາວຍາວນານຂຶ້ນ ແລະ ໃຊ້ຈ່າຍຫຼາຍຂຶ້ນ ສ່ວນ Wanderlaust
Magazine ວາລະສານການທ່ອງທ່ຽວຊັ້ນນຳໃນອັງກິດ ກໍຈັດໃຫ້ລາວເປັນໜຶ່ງໃນ 10
ປະເທດ ທີ່ເປັນຕາທ່ອງທ່ຽວທີ່ສຸດໃນໂລກ ແລະ ຫຼວງພະບາງ ກໍເປັນເມືອງທີ່ເປັນຕາ
ທ່ອງທ່ຽວທີ່ສຸດໃນໂລກໃນປິ 2015 ນີ້ ຊຶ່ງສອດຄ່ອງກັບທ່ານບໍ່ແສງຄຳ ວົງດາລາ
ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວທີ່ຢືນຢັນວ່າ:

ທ່ານ ບໍ່ແສງຄຳ ວົງດາລາ ໃຫ້ຄຳປາໄສ ກ່ຽວກັບການພັດແຫຼ່ງທ່ອງທ່ຽວ ໃນລາວເພື່ອດຶງດູດເອົານັກທ່ອງທ່ຽວ ເຂົ້າປະເທດ
ທ່ານ ບໍ່ແສງຄຳ ວົງດາລາ ໃຫ້ຄຳປາໄສ ກ່ຽວກັບການພັດແຫຼ່ງທ່ອງທ່ຽວ ໃນລາວເພື່ອດຶງດູດເອົານັກທ່ອງທ່ຽວ ເຂົ້າປະເທດ

“ໃນໄລຍະເວລາທີ່ຜ່ານມາຍ້ອນຄວາມພະຍາຍາມ
ເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ໄດ້ມີຜົນ ສຳເລັດຢ່າງ
ຕໍ່ເນື່ອງຂອງຂະແໜງ ການທ່ອງທ່ຽວຈິ່ງໄດ້ເຮັດໃຫ້
ສປປ ລາວ ຂອງພວກເຮົາ ໄດ້ຮັບ ການຍ້ອງຍໍສັນ
ລະເສີນ ແລະ ໄດ້ຮັບລາງວັນທີ່ເປັນກຽດຫຼາຍຄັ້ງ ຄື
ໃນປີ 2008 ໜັງສືພິມ New York Times ໄດ້ລົງ
ຄະແນນ ໃຫ້ປະເທດລາວເຮົາເປັນ 1 ໃນຈຳນວນ 53
ປະເທດທີ່ເປັນແຫຼ່ງ ທ່ອງທ່ຽວດີເປັນຕາທ່ຽວສູງທີ່ສຸດ
ໃນໂລກ ແລະ ເມືອງ ຫຼວງພະບາງ ເມືອງມໍລະດົກໂລກ
ກໍໄດ້ຮັບລາງວັນ ເປັນລາງວັນ ຄຳແຫ່ງເມືອງທ່ອງທ່ຽວ
ຈາກວາລະສານ Wanderlaust ຂອງປະເທດອັງກິດ.”

ໃນປີ 2013 ມີຊາວຕ່າງຊາດເດີນທາງເຂົ້າໃນລາວຫຼາຍກວ່າ 3.7 ລ້ານຄົນ ແລະເພີ່ມຂຶ້ນ
ເປັນ 3.8 ລ້ານກວ່າຄົນໃນປີ 2014 ສ່ວນໃນປີ 2 ສ່ວນໃນປີ 2015 ນີ້ກໍຄາດຫວັງວ່າ
ຈະເຖິງ 4 ລ້ານຄົນ ທີ່ຈະເດີນທາງເຂົ້າມາໃນລາວ.

XS
SM
MD
LG