ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​ADB ຊ່ວຍ​ເຫຼືອ​ ລາວ 40 ລ້ານດອນລາ ເພື່ອພັດທະນາ ​ພາກສ່ວນ​​ທ່ອງ​ທ່ຽວ ​ໃນ​ 4 ແຂວງ


ກອງປະຊຸມຄະນະບໍລິຫານ ຂອງກຸ່ມບໍລິຫານງານ ເຂດເສດຖະກິດມະຫາພາກ ປະຈຳພາກພື້ນ ທີ່ຈັດຂຶ້ນໂດຍທະນາຄານພັດທະນາເອເຊຍ ຢູ່ທີ່ນະຄອນຫລວງວຽງຈັນ ທີ່ຜ່ານມາ.
ກອງປະຊຸມຄະນະບໍລິຫານ ຂອງກຸ່ມບໍລິຫານງານ ເຂດເສດຖະກິດມະຫາພາກ ປະຈຳພາກພື້ນ ທີ່ຈັດຂຶ້ນໂດຍທະນາຄານພັດທະນາເອເຊຍ ຢູ່ທີ່ນະຄອນຫລວງວຽງຈັນ ທີ່ຜ່ານມາ.

ທະນາຄານ​ພັດທະນາ​ເອ​ເ​ຊຍ (ADB) ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລັດ
ຖະບານ​ລາວ ຄິດ​ເປັນ​ມູນ​ຄ່າ​ລວມ 40 ລ້ານ​ດອນ​ລາ ສຳ​ຫລັບ
ພັດທະນາ​ພາກ​ການ​ທ່ອງ​ທ່ຽວ ​ໃນ​ແຂວງ ​ຫລວງ​ພະ​ບາງ ອຸ​ດົມ​ໄຊ
ຄຳ​ມ່ວນ ​ແລະ​ຈຳປາ​ສັກ.

ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ ສະໜອງ​ທຶນ​ໃຫ້ການ​ຊ່ວຍ​ເຫຼືອ​ ແກ່​ລັດຖະບານ​ລາວ​ເພື່ອ​
ພັດທະນາ​ພາກ​ການທ່ອງທ່ຽວ​ໃນ​ລາວ​ ໄດ້​ມີ​ຂຶ້ນ​ເມື່ອ​ບໍ່​ນານ​ມາ​ນີ້ ຢູ່​ນະຄອນຫລວງ​
ວຽງ​ຈັນ ໂດຍ​ເປັນ​ການ​ລົງ​ນາມ​ຮ່ວມ​ກັນ ​ລະ​ຫວ່າງ ທ່ານ​ນາງທິບ​ພະ​ກອນ ຈັນທະ​ວົງສາ
ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ການ​ເງິນ​ ກັບ​ທ່ານ​ນາງ Sandra Nicole ຜູ້​ຕາງໜ້າ​
ທະນາຄານ​ພັດທະນາ​ເອ​ເຊຍ (ADB) ປະຈຳ ສປປ ລາວ.

​ໂດຍ​ການ​ສະໜອງ​ທຶນ​ທີ່ ADB ​ໄດ້​ຕົກລົງ​ໃຫ້ການ​ຊ່ວຍ​ເຫຼືອ ​ແກ່​ລັດຖະບານ​ລາວ​ ດັ່ງ
ກ່າວ​ນີ້ ມີ​ມູນ​ຄ່າ​ລວມ​ເຖິງ 40 ລ້ານດອນລາ ຫຼືຫຼາຍກວ່າ 320 ຕື້​ກີບ ທີ່​ຈະ​ນຳ​ໃຊ້​ເພື່ອ​
ດຳ​ເນີນ​ການ​ພັດທະນາ​ພາກ​ບໍລິການ ​ແລະ​ການ​ທ່ອງ​ທ່ຽວ​ ໃນ​ເຂດແຂວງ​ຫລວງ​ພະ​ບາງ
ອຸ​ດົມໄຊ ຄຳ​ມ່ວນ ​ແລະ​ຈຳປາ​ສັກ ​ໃນ​ລະຍະ​ນັບ​ຈາກ​ປີ 2015 ​ເຖິງ​ປີ 2017 ດ້ວຍ​ການ​
ພັດທະນາ​ປັບປຸງ​ເສັ້ນທາງ ສະຖານ​ທີ່​ທ່ອງ​ທ່ຽວ ​ແລະ​ສິ່ງ​ແວດ​ລ້ອມ ​ເພື່ອ​ອຳ​ນວຍ​ຄວາມ​
ສະດວກ​ໃຫ້​ແກ່​ການ​ເຊື່ອມ​ໂຍງ ການທ່ອງທ່ຽວ​ຂອງ​ລາວ​ ເຂົ້າກັບ​ອະນຸພູມີພາກລຸ່ມ​
ແມ່ນ້ຳຂອງ.

ການທ່ອງທ່ຽວທາງທຳມະຊາດ ແລະ ການເດີນປ່າ ເປັນທີ່ນິຍົມຊົມຊອບສູງ ສຳຫລັບບັນດານັກທ່ອງທ່ຽວ ທີ່ເດີນທາງເຂົ້າມາໃນລາວ.
ການທ່ອງທ່ຽວທາງທຳມະຊາດ ແລະ ການເດີນປ່າ ເປັນທີ່ນິຍົມຊົມຊອບສູງ ສຳຫລັບບັນດານັກທ່ອງທ່ຽວ ທີ່ເດີນທາງເຂົ້າມາໃນລາວ.

ທັງ​ນີ້​ໂດຍ ADB ຄາດ​ຫວັງ​ວ່າ ການ​ພັດທະນາ​ດັ່ງກ່າວ ຈະ​ເຮັດ​
ໃຫ້​ຊາວ​ຕ່າງ​ຊາດ​ພາກັນ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ ທີ່
​ຍາວ​ນານ​ຂຶ້ນ ​ແລະ​ມີ​ການ​ໃຊ້​ຈ່າຍຫຼາຍຂຶ້ນດ້ວຍ ​ເພາະວ່າ ​ໃນ​
ຊ່ວງ​ປີ 2013-2014 ທີ່​ຜ່ານ​ມາ ​ເຖິງ​ແມ່ນ​ວ່າ ຈະ​ມີ​ຊາວ​ຕ່າງ​ຊາດ
​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ ເພີ້​ມຂຶ້ນສະ
​ເລ່ຍ​ເຖິງ 12 ​ເປີ​ເຊັນ ​ແລະ​ພາກ​ບໍລິການ​ມີ​ລາຍ​ຮັບ​ເກີນ​ກວ່າ 5
ໝື່ນລ້ານ​ດອນ​ລາຕໍ່ປີ​ກໍ​ຕາມ ຫາກ​ແຕ່​ວ່າ ​ລາວ​ກັບ​ໄດ້​ຮັບ​ສ່ວນ
​ແບ່ງ​ພຽງ 1 ​ເປີ​ເຊັນ ​ເພາະ​ນັກ​ທ່ອງ​ທ່ຽວ​ມີ​ການ​ໃຊ້​ຈ່າຍ​ສະ​ເ​ລ່ຍ
​ໃນ​ລາວ​ພຽງ 160 ດອນ​ລາ​ຕໍ່​ຄົນ​ເທົ່າ​ນັ້ນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ​ກໍ​ຄາດ​ຫວັງ​ວ່າ ສະພາບ​ການ
ຈະ​ດີ​ຂຶ້ນ​ໃນ​ປີ 2015 ນີ້​ ເພາະວ່າ ລາວ​ໄດ້​ຮັບ​ການຈັດ​ອັນ​ດັບ​ຈາກ The Wanderlus Magazine ທີ່​ເປັນ​ວາລະສານ​ດ້ານ​ການທ່ອງທ່ຽວ​ຊັ້ນນຳ​ຂອງ​ໂລກ ​ໃນ​ປະ​ເທດ​ອັງກິດ​ນັ້ນ ​ໃຫ້​ເປັນ 1 ​ໃນ 10 ​ປະ​ເທ​ດ ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ​ ສຳ​ຫລັບ​ໃນ​ປີ 2015 ​ແລະ​ພ້ອມ​ກັນ​ນີ້ ວາລະສານ​ດັ່ງກ່າວ​ກໍ​ຍັງ​ສະ​ເໜີ​ລາ​ຍງານ​ວ່າ​ ບັນດາ​ສະມາຊິກ​ຂອງວາລະສານ​
ໄດ້​ຈັດ​ໃຫ້​ເມືອງ​ມໍລະດົກ​ໂລກ​ຫລວງ​ພະ​ບາງ ​ເປັນ​ເມືອງ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ ​ເປັນອັນ​ດັບ 1 ຂອງ​ໂລກ​ໃນ​ປີ 2015 ນີ້​ອີກ​ດ້ວຍ.

ນ້ຳຕົກຜາສ້ວມ ຢູ່ຈຳປາສັກ
ນ້ຳຕົກຜາສ້ວມ ຢູ່ຈຳປາສັກ

ໂດ​ຍຫລວງ​ພະ​ບາງ​ໄດ້​ຮັບ​ຄະ​ແນນ​ນິຍົມ​ໃນ​ອັດຕາ​ສະ​ເລ່ຍ
97.14 ​ເປີ​ເຊັນ ຂອງ​ຈຳ​ນວນ​ສະມາຊິກ​ທັງ​ໝົດ ທີ່​ໄດ້​ປະກອບ
​ຄວາມ​ເຫັນ​ເຂົ້າ​ໃນ​ການ​ສຳ​ຫລວດ​ຄັ້ງຫລ້າ​ສຸດ ສ່ວນ​ອັນດັບ
​ທີ 2 ​ແລະ 3 ກໍ​ຄື​ເມືອງ​ພຸກາມ​ໃນ​ສະຫະພາບ​ມຽນມາ ​ແລະ
Stockholm ​ໃນ​ປະ​ເທດ​ສະ​ວີ​ເດັນ ​ທີ່​ໄດ້​ຮັບ​ຄະ​ແນນ​ຄິດ​ເປັນ
​ອັດຕາ​ສະ​ເລ່ຍ 95 ​ເປີ​ເຊັນ ​ແລະ 94.74 ​ເປີ​ເຊັນຕາມ​ລຳດັບ.

ໂດຍ​ການ​ທີ່​ເປັນ​ຈຸດໝາຍ​ປາຍທາງ ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດໃນ​
ໂລກ​ດັ່ງກ່າວ ກໍໄດ້​ເປັນ​ຜົນ​ເຮັດ​ໃຫ້​ມີ​ຊາວ​ຕ່າງ​ຊາດ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ ໃນ​ເມືອງ
ຫລວງ​ພະ​ບາງ​ເພີ້​ມຂຶ້ນຈາກ 343,000 ກວ່າ​ຄົນ ​ໃນ​ປີ 2013 ​ເປັນຫຼາຍກວ່າ 350,000 ຄົນ​ ໃນ​ປີ 2014 ​ແລະ​ຈະ​ເພີ້ມຂຶ້ນອີກ​ໃນ​ປີ 2015 ນີ້​ຢ່າງ​ແນ່ນອນ.

ທາງ​ດ້ານ ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ ວັດທະ
ນະ​ທຳ ​ແລະ​ທ່ອງ​ທ່ຽວ ​ຖະ​ແຫລ​ງວ່າ ​ໃນ​ປີ 2013 ມີ​ຊາວ​ຕ່າງ​ຊາດ​ເດີນທາງ​ເຂົ້າມາ​ໃນ
ລາວຫຼາຍກວ່າ 3 ລ້ານ 7 ​ແສນ​ຄົນ ​ແລະ ​ເພີ້​ມຂຶ້ນ​ເປັນ 3 ລ້ານ 8 ​ແສນ​ກວ່າ​ຄົນ​ ໃນ​ປີ
2014 ​ແລະ​ຄາດ​ວ່າ​ຈະ​ມີ​ເຖິງ 4 ລ້ານ​ກວ່າ​ຄົນ​ທີ່​ຈະ​ເດີນທາງ​ເຂົ້າມາລາວ ​ໃນ​ປີ 2015
​ເນື່ອງ​ຈາກ​ລາວ​ມີ​ການ​ພັດທະນາ​ ການທ່ອງ​ທ່ຽວ​ທີ່​ໄດ້​ມາດຕະຖານ​ສາກົນ ດັ່ງ​ທີ່​ທ່ານ
​ກ່າວ​ວ່າ:

ຖ້ຳນາງແອ່ນ ທີ່ຄຳມ່ວນ
ຖ້ຳນາງແອ່ນ ທີ່ຄຳມ່ວນ

“​ໃນ​ລະຍະ​ເວລາ​ທີ່​ຜ່ານ​ມາ ຍ້ອນ​ຄວາມ​ພະຍາຍາມ​ເອົາ
ໃຈ​ໃສ່​ຢ່າງ​ຕັ້ງໜ້າ ​ແລະ​ໄດ້​ມີ​ຜົນສຳ​ເລັດ​ຢ່າງ​ຕໍ່​ເນື່ອງ​ຂອງ​
ຂະ​ແໜງ​ການທ່ອງທ່ຽວ ຈຶ່ງ​ໄດ້​ເຮັດ​ໃຫ້ ​ສປປ ລາວຂອງ​
ພວກ​ເຮົາ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະ​ເສີນ ​ແລະ​ໄດ້​ຮັບ​ລາງ
ວັນ​ທີ່​ເປັນ​ກຽດຫຼາຍຄັ້ງ ຄື​ໃນ​ປີ 2008 ໜັງສືພິມ New York
Times ​ໄດ້​ລົງ​ຄະ​ແນນ​ໃຫ້​ປະ​ເທດ​ລາວ​ເຮົາ​ເປັນ 1 ​ໃນ​ຈຳ
ນວນ 53 ປະ​ເທດ​ທີ່​ເປັນ​ແຫ​ລ່ງທ່ອງ​ທ່ຽວ​ ທີ່​ໜ້າ​ທ່ຽວ​ສູງ​
ທີ່​ສຸດ​ໃນ​ໂລກ ​ແລະ ​ເມືອງ​ຫລວງ​ພະ​ບາງ ​ເມືອງ​ມໍລະດົກ​
ໂລກ ກໍ​ໄດ້​ຮັບ​ລາງວັນ​ເປັນ​ລາງວັນ​ຄຳ​ແຫ່ງ​ເມືອງ​ທ່ອງ​ທ່ຽວ​
ຈາກ​ວາລະສານ Wanderlust ຂອງ​ປະ​ເທດ​ອັງກິດ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ເຂົ້າມາ​ໃນ​ລາວຫຼາຍທີ່​ສຸດ ກໍ​ແມ່ນ​ນັກ​ທ່ອງ​ທ່ຽວ​
ຈາກ​ອາ​ຊ່ຽນ​ດ້ວຍ​ກັນ ​ໂດ​ຍມີ​ຈຳນວນຫຼາຍກວ່າ 3 ລ້ານ 2 ​ແສນ​ຄົນ​ ໃນ​ປີ 2014 ທີ່​ຜ່ານມາ.

XS
SM
MD
LG